ຍິບຍັບສີສັນວັນບຸນໄຫວ້ພະຈັນໃນທົ່ວທັງສາມພາກຂອງປະເທດຫວຽດນາມໃນປີ 2023

11:32 | 02/10/2023

ຍສໝ - ວັນບຸນໄຫວ້ພະຈັນປີ 2023 ພວມດຳເນີນໄປດ້ວຍການເຄື່ອນໄຫວຫຼາຍຢ່າງໃນທົ່ວປະເທດ. ຢູ່ນະຄອນ ເຫ້ວ, ຊຸມມື້ນີ້, ແຂກທ່ອງທ່ຽວໄດ້ເຂົ້າຮ່ວມງານບຸນໂຄມໄຟ ເຫ້ວ ປີ 2023.

ຫຼາຍກວ່າ 370 ຕື້ດົ່ງມອບຂອງຂວັນບຸນໄຫວ້ພະຈັນໃຫ້ເດັກນ້ອຍ 6 ລ້ານຄົນໃນທົ່ວປະເທດ ຫຼາຍກວ່າ 370 ຕື້ດົ່ງມອບຂອງຂວັນບຸນໄຫວ້ພະຈັນໃຫ້ເດັກນ້ອຍ 6 ລ້ານຄົນໃນທົ່ວປະເທດ
ຕົ້ນກຳເນີດ ແລະ ຄວາມໝາຍ ວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ ຕົ້ນກຳເນີດ ແລະ ຄວາມໝາຍ ວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ

ວັນບຸນໄຫວ້ພະຈັນປີ 2023 ພວມດຳເນີນໄປດ້ວຍການເຄື່ອນໄຫວຫຼາຍຢ່າງໃນທົ່ວປະເທດ. ຢູ່ນະຄອນ ເຫ້ວ, ຊຸມມື້ນີ້, ແຂກທ່ອງທ່ຽວໄດ້ເຂົ້າຮ່ວມງານບຸນໂຄມໄຟ ເຫ້ວ ປີ 2023. ໂຄມໄຟນັບໝື່ນອັນທີ່ມີສີສັນຫຼາກຫຼາຍນັ້ນໄດ້ຊ່ວຍໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ສຳຜັດກັບບັນຍາກາດ ຂອງວັນບຸນທີ່ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງພະລາສະວັງໃນເມື່ອກ່ອນ. ທ່ານ ຮ່ວາງຫວຽດຈູງ, ຫົວໜ້າສູນອະນຸລັກຮັກສາມໍລະດົກກຸງເກົ່າເຫ້ວ, ໃຫ້ຮູ້ວ່າ:

“ການເຄື່ອນໄຫວວັນບຸນໄຫວ້ພະຈັນປີນີ້ ໄດ້ສ້າງປະຖົມປັດໄຈເພື່ອໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະຈັດການເຄື່ອນໄຫວຫຼາຍຢ່າງກວ່າໃຫ້ແກ່ແຂກທ່ອງທ່ຽວຢູ່ເຂດພະລາຊະວັງ ເຫ້ວ, ພິເສດແມ່ນການເຄື່ອນໄຫວຍາມກາງຄືນ.ຜ່ານນັ້ນ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດຍາມກາງຄືນຂອງ ເທື່ອທຽນເຫ້ວ.”

ຢູ່ ຟານທຽດ, ຕອນຄ່ຳວັນທີ 28 ກັນຍາ, ມີນັກຮຽນກວ່າ 2.300 ຄົນ ພ້ອມກັບປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນປີ 2023 ດ້ວຍຫົວຂໍ້ “ຂ່ຳນັບຮັບຕ້ອນປີທ່ອງທ່ຽວແຫ່ງຊາດ 2023 ບິ່ງທ້ວນ - ການເຕົ້າໂຮມສີຂຽວ, ເດັກນ້ອຍ ຟານທຽດ ຕ້ອນຮັບວັນບຸນໄຫວ້ພະຈັນດ້ວຍຄວາມເບີກບ່ານມ່ວນຊື່ນ, ມານະພະຍາຍາມຮ່ຳຮຽນ - ປະຕິບັດຕາມຄຳສັງສອນຂອງລຸງ ໂຮ່”. ປະຊາຊົນ ແລະ ແຂກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍເຊື່ອມຕົວເຂົ້າວັນບຸນໄຫວ້ພະຈັນ, ອັນໄດ້ສ້າງເປັນສີສັນ ແລະ ຄວາມປະທັບໃຈ.

ຍິບຍັບສີສັນວັນບຸນໄຫວ້ພະຈັນໃນທົ່ວທັງສາມພາກຂອງປະເທດຫວຽດນາມໃນປີ 2023
(ໂຄມໄຟນັບໝື່ນອັນທີ່ມີສີສັນຫຼາກຫຼາຍ) ພາບ ; vov

ເນື່ອງໃນໂອກາດນີ້, ວັນທີ 29 ກັນຍາ, ກົມໃຫຍ່ເດັກນ້ອຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ, ໄດ້ມອບຂອງຂວັນໃຫ້ເດັກເກືອບ 6 ລ້ານຄົນເນື່ອງໃນໂອກາດວັນບຸນໄຫວ້ພະຈັນ ດ້ວຍຈຳນວນເງິນກ່ວາ 370 ຕື້ດົ່ງ (ກວ່າ 15,2 ລ້ານ USD). ໃນຈຳນວນນັ້ນ, ການປະກອບສ່ວນຂອງສັງຄົມແມ່ນກວມເອົາ 95%. ກອງທຶນອຸປະກະລະເດັກ ຫວຽດນາມ ໄດ້ຂົນຂວາຍ, ໜູນຊ່ວຍເດັກເກືອບ 23.000 ຄົນ, ດ້ວຍຈຳນວນເງິນທັງໝົດກວ່າ 20 ຕື້ດົ່ງ (ປະມານ 840.000 USD) ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ ແລະ ໃນສົກຮຽນໃໝ່ 2023-2024.

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ຮີດຄອງປະເພນີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.