ຕົ້ນກຳເນີດ ແລະ ຄວາມໝາຍ ວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ

16:13 | 20/08/2019

ຍສໝ - ບຸນໄຫວ້ພະຈັນ ຫຼື ວັນເພັງເດືອນ 8 ຈະຕົກຢູ່ໃນມື້ຂຶ້ນ 15 ຄ່ຳ ເດືອນ 8 ຕາມປະຕິທິນຈັນທະຄາດ. ມື້ນີ້ ຖືວ່າເປັນວັນປີໃໝ່ຂອງເດັກນ້ອຍ, ຍັງເອີ້ນກັນອີກວ່າ: ວັນໄຫວ້ພະຈັນ. ເຮົາມາພາກັນຊອກຮູ້ ກ່ຽວກັບຕົ້ນກຳ ເນີດ ແລະ ຄວາມໝາຍ ວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ.

ບຸນໄຫວ້ພະຈັນແມ່ນ ໜຶ່ງໃນວັນບຸນທີ່ ສຳຄັນໃນວັດທະນະທຳພື້ນເມືອງຂອງຫວຽດນາມ. ງານບຸນໄຫວ້ພະຈັນ ຈະຕົກໃນມື້ເພັງ ເດືອນ 8 ຫຼື ວັນຂື້ນ 15 ຄ່ຳ ເດືອນ 8 ຕາມປະຕິທິນຈັນທະຄຄາດ. ຕາມປະຕິທິນຈັນທະຄາດ, ງານບຸນໄຫວ້ພະຈັນ ປະຈຳ ປີ 2019 ຈະຖືກ ວັນສຸກ 13 ກັນຍາ. ບໍ່ພຽງແຕ່ແມ່ນວັນບຸນປີໃໝ່ ຂອງເດັກນ້ອຍເທົ່ານັ້ນ, ແຕ່ວັນບຸນໄຫວ້ພະຈັນ ຍັງແມ່ນໂອກາດເພື່ອໃຫ້ສະມາຊິກໃນຄອບຄົວຊາວຫວຽດນາມ ມາເຕົ້າໂຮມກັນ, ເພີ່ມທະວີຄວາມຮັກແພງ ລະຫວ່າງ ສະມາຊິກໃນຄອບຄົວ. ສຳລັບເດັກນ້ອຍ, ກິດຈະກຳ ຫຼືການເຄື່ອນໄຫວໃນວັນບຸນ ທີ່ເດັກນ້ອຍລໍຄອຍຫຼາຍທີ່ສຸດໃນບຸນໄຫວ້ພະຈັນ ແມ່ນການ "ກິນຂະໜົມ ແລະ ໝາກໄມ້ຕ່າງໆ". ສຳລັບຜູ້ໃຫຍ່, ພວກເຂົາ ຈະໃຊ້ເວລາ ເປັນເດືອນເພື່ອກະກຽມ ເທດສະການບຸນໄຫວ້ພະຈັນພິເສດນີ້.

ຕົ້ນກຳເນີດ ແລະ ຄວາມໝາຍ ວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ

ງານບຸນລະດູໃບໄມ້ຫຼົ່ນແມ່ນວັນພັກຜ່ອນໃຫຍ່ຂອງຊາວຫວຽດນາມ.

ຕົ້ນກຳເນີດວັນບຸນໄຫວ້ພະຈັນ

ກ່ຽວກັບ ຕົ້ນກຳເນີດວັນບຸນໄຫວ້ພະຈັນ , ມາຮອດປະຈຸບັນ, ຍັງບໍ່ທັນໄດ້ຮັບການຢັ້ງຢືນຢ່າງຈະແຈ້ງວ່າ ບຸນໄຫວ້ພະຈັນ ແມ່ນມາຈາກອາລະຍະທຳ ໃດຂອງຫວຽດນາມ ຫຼື ໄດ້ຮັບຈາກວັດທະນະທຳ ຈີນ. ມີນິທານ 3 ເລື່ອງໄດ້ເລົ່າກ່ຽວກັບຕົ້ນກຳເນີດວັນບຸນໄຫວ້ພະຈັນ ທີ່ເປັນທີ່ຮູ້ຈັກດີທີ່ສຸດ ແລະ ຖືກເລົ່າມາເຖິງປະຈຸບັນແມ່ນ: ເລື່ອງ ຮັ່ງ ງາ, ເຮົ້າ ເຫງະ, ພະລາຊາ ເດື່ອງ ມິງ ຮ່ວາງ ຂື້ນເທິງດວງຈັນ ແລະ ນິທານເລື່ອງ ທ້າວ ກ້ວຍ ຂອງຫວຽດນາມ.

ຕາມບັນດານັກໂບຮານຄະດີ, ຮູບພາບຂອງວັນບຸນໄຫວ້ ຖືກສະຫຼັກ-ພິມລົງເທິງໜ້າກອງ ຫງອ໋ອກ ລູ໋. ຄົນຈີນບູຮານເຊື່ອວ່າ ເທດສະການບຸນໄຫວ້ພະຈັນ ມີຕົ້ນກຳ ເນີດໃນສະໄໝ ຊົນທູ. ບາງທີເທດສະການໄຫວ້ພະຈັນ ອາດຈະມີຕົ້ນກຳເນີດມາຈາກ ອະລິຍະທຳຕອນໃຕ້ຂອງຈີນ ແລະ ທົ່ງພຽງແມ່ນຳ້ແດງ ຂອງ ຫວຽດນາມ, ແມ່ນວັນບຸນສະເຫຼີມສະຫຼອງຊົມເຊີຍການເກັບກ່ຽວ, ເປັນເວລາທີ່ປະຊາຊົນຊາວນາພັກຜ່ອນ ແລະ ຫຼິ້ນກິນໃນລະດູເກັບກ່ຽວ.

ຕົ້ນກຳເນີດ ແລະ ຄວາມໝາຍ ວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ

ຂະໜົມໄຫວ້ພະຈັນ ຂອງຫວຽດນາມ.

ອີງຕາມການຄົ້ນຄວ້າ ກ່ຽວກັບຕົ້ນກຳເນີດຂອງງານບຸນໄຫວ້ພະຈັນ, ອີງຕາມນັກວິຊາການ P. Goran (ໃນປື້ມ Magiet Religion, Paris, ປີ 1912), ນັບແຕ່ສະໄໝບູຮານ, ໃນອາຊີຕາເວັນອອກ ຜູ້ຄົນຖື ດວງຈັນ ແລະ ດວງອາທິດ ເປັນຄູ່ຜົວເມຍ.

ພວກເຂົາ ຄິດວ່າ ດວງຈັນ ຈະມາພົບ ກັບ ດວງອາທິດ ເດືອນລະເທື່ອ (ໃນຕອນທ້າຍອາທິດຂອງດວງຈັນ). ຈາກນັ້ນ, ແຕ່ແສງສະຫວ່າງຂອງຜູ້ເປັນຜົວ, ນາງ ດວງຈັນ ມີຄວາມເພິ່ງພໍໃຈອອກມາ ແລະ ຄ່ອຍໆໄດ້ຮັບແສງສະຫວ່າງ - ກາຍເປັນ ດວງຈັນສ້ຽວ, ດວງຈັນເຕັມດວງ, ຫຼັງຈາກນັ້ນກໍ່ກັບຄືນສູ່ວົງຈອນ ໃໝ່. ເພາະສະນັ້ນ, ດວງຈັນແມ່ນເປັນຍິງ, ມີແຕ່ແມ່ຍິງ ແລະ ຊີວິດແຕ່ງງານຄອງຄູ່ເທົ່ານັ້ນ. ແລະໃນວັນເພັງ ເດືອນ 8, ດວງຈັນທີ່ສວຍງາມທີ່ສຸດ, ສະຫງ່າງາມທີ່ສຸດ, ດັ່ງນັ້ນປະຊາຊົນຈຶ່ງພາກັນສະເຫຼີມສະຫຼອງເຮັດບຸນ ເປັນບຸນປີໃໝ່ຂອງດວງຈັນ.

ສ່ວນຕາມໜັງສື ຫຼື ປື້ມ“ ຖ໋າຍ ບິ່ງ ຮວ່ານ ຫວູ໋ ກີ໋ ” ແມ່ນ: “ ຄົນຫຼາກຫວຽດ(ຄົນຫວຽດເກົ່າ) ເມື່ອຮອດລະດູໃບໄມ້ຫົຼ່ນ ເດືອນ 8 ເປັນວັນໄຂບຸນ, ຍິງຊາຍແອ່ນລົມກັນ, ເມື່ອມັກຮັກກັນກໍ່ສູ່ຂໍກັນ ຫຼື ແຕ່ງດອງກັນ”. ດັ່ງນັ້ນ, ລະດູໃບໄມ້ຫຼົ່ນແມ່ນລະດູການແຕ່ງດອງ.

ຫວຽດນາມ ແມ່ນໜື່ງໃນປະເທດກະສິກຳ ສະນັ້ນໃນໂອກາດເມື່ອຮອດເດືອນ 8 ພາຫຼັງປັກດຳເສັດຊິ້ນ, ເມື່ອອາກາດເຢັນລາວ, ແມ່ນເຖິງຊ່ວງເວລາ "ສັບພະສິ່ງເບິກບານມ່ວນຊື່ນ", ປະຊາຊົນໄດ້ໄຂບຸນເອີ້ນຝົນ, ຮ້ອງລຳທຳເພງ ມ່ວນຊື່ນ ໃນບຸນໄຫວ້ພະຈັນ.

ຕາມປື້ມປະຫວັດສາດ, ວັນບຸນໄຫວ້ພະຈັນ ແມ່ນມີມາແລ້ວ ຢ່າງໜ້ອຍ 2.000 ປີ. ນັບສະໄໝດຶກດຳບັນ, ບັນດາລາດຊະວົງ ມີຮີດຄອງປະເພນີ ໄຫວ້ພະອາທິດໃນລະດູບານໃໝ່, ໄຫວ້ດວງຈັນໃນລະດູໃບໄມ້ຫຼົ່ນ. ຕາມປະຕິທິນຈັນທະຄາດ, ວັນທີ 15 ເດືອນ 8 ແມ່ນກາງລະດູໃບໄມ້ຫຼົ່ນ ຖືວ່າເປັນວັນ “ດີ” ເພື່ອເຮັດງານໄຫວ້ດວງຈັນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.