8 ເດືອນຕົ້ນປີ ລົດໄຟ ລາວ-ຈີນ ຂົນສົ່ງສິນຄ້າໄດ້ 3 ລ້ານກວ່າໂຕນ

09:10 | 15/09/2023

ຍສໝ - ໃນໄລຍະ 8 ເດືອນກວ່າ ຂອງຕົ້ນປີ 2023 ນີ້, ລົດໄຟ ລາວ-ຈີນ ສາມາດຂົນ ສົ່ງສິນຄ້າ​ໄດ້ 3.101.400 ​ໂຕນ,​ ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີທີ່ຜ່ານມາ ເພີ່ມ​ຂຶ້ນ 138%,​ ສະ​ເລ່ຍ 11.928​ ໂຕນ​/​ມື້, ​ຂົນສົ່ງສູງສຸດ 15.250 ​ໂຕນ/ມື້.

ກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ລາວ ຄັ້ງທີ 8 ກອງປະຊຸມປຶກສາຫາລືການເມືອງ ຫວຽດນາມ - ລາວ ຄັ້ງທີ 8
ວົງເງິນການຄ້າ ຫວຽດນາມ - ລາວ ເພີ່ມຂຶ້ນຢ່າງແຮງໃນ 7 ເດືອນຕົ້ນປີ ວົງເງິນການຄ້າ ຫວຽດນາມ - ລາວ ເພີ່ມຂຶ້ນຢ່າງແຮງໃນ 7 ເດືອນຕົ້ນປີ

ໃນໄລຍະ 8 ເດືອນກວ່າ ຂອງຕົ້ນປີ 2023 ນີ້, ລົດໄຟ ລາວ-ຈີນ ສາມາດຂົນ ສົ່ງສິນຄ້າ​ໄດ້ 3.101.400 ​ໂຕນ,​ ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີທີ່ຜ່ານມາ ເພີ່ມ​ຂຶ້ນ 138%,​ ສະ​ເລ່ຍ 11.928​ ໂຕນ​/​ມື້, ​ຂົນສົ່ງສູງສຸດ 15.250 ​ໂຕນ/ມື້.

ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການ ບໍລິສັດທາງລົດໄຟລາວ-ຈີນ ໃຫ້ສໍາພາດຕໍ່ສື່ມວນຊົນລາວ-ຈີນ ເມື່ອບໍ່ດົນນີ້ວ່າ: ນັບແຕ່ເດືອນມັງກອນ ​ຮອດ​ວັນ​ທີ 17 ກັນ ຍາ 2023 ນີ້, ລົດໄຟ ລາວ-ຈີນ ສາມາດຂົນສົ່ງສິນຄ້າ ບັນລຸ 3.101.400 ​ໂຕນ. ໃນນັ້ນ, ສິນຄ້າຕົ້ນຕໍ ປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ຫີນຢົກ ແລະ ປຸ໋ຍເຄມີ; ສິນຄ້າທີ່ສົ່ງຈາກ ສປ ຈີນ ມາ ສປປ ລາວ ມີ 344.700 ໂຕນ ແລະ ສິນຄ້າ ທີ່ສົ່ງຈາກລາວ ໄປຈີນ 2.752.200 ລ້ານໂຕນ.

8 ເດືອນຕົ້ນປີ ລົດໄຟ ລາວ-ຈີນ ຂົນສົ່ງສິນຄ້າໄດ້ 3 ລ້ານກວ່າໂຕນ

ການຂົນສົ່ງສິນຄ້າ ນັບແຕ່ມື້ເປີດດຳເນີນການ ມາຮອດວັນທີ 17 ກັນຍາ 2023 ນີ້, ສາມາດສົ່ງອອກສິນຄ້າໄດ້ 5.381.900 ໂຕນ, ສະເລ່ຍ 8,229ໂຕນ/ມື້ ແລະ ຂົນສົ່ງສິນຄ້າໄດ້ສູງສຸດ 15,250 ໂຕນ/ມື້. ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ແຮ່ເຫລັກເຂັ້ມຂຸ້ນ ແລະ ປຸ໋ຍເຄມີ, ສິນຄ້າທີ່ສົ່ງຈາກຈີນມາລາວ 770.900 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນ 4.560.800 ໂຕນ.

ທ່ານ ອານົງເດດ ເພັດໄກສອນ ໃຫ້ຮູ້ອີກວ່າ: ສຳລັບ ການຂົນສົ່ງຜູ້ໂດຍສານ ນັບແຕ່ມື້​ເປີດດຳເນີນການທາງລົດໄຟ​ ມາຮອດ ວັນ​ທີ 17 ກັນຍາ 2023 ໄດ້ຂົນສົ່ງ​ຜູ້​ໂດຍສານ ໄດ້ທັງໝົດ 3.197.600 ​ຄົນ, ສະເລ່ຍ 4.889 ຄົນ/ມື້ ແລະ ສະຖິຕິສູງ​ສຸດ​ 10.197ຄົນ/ມື້. ສະເພາະປີ 2023 ມາຮອດວັນ​ທີ 17 ກັນຍາ ຂົນສົ່ງຜູ້​ໂດຍສານໄດ້ 1.759.900 ​ເທື່ອ​ຄົນ, ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022 ເພີ່ມ​ຂຶ້ນ 103,7%, ​ຂົນສົ່ງ​ໂດຍສານ​ສະ​ເລ່ຍ 6.768 ຄົນ​/ມື້.

ສຳລັບ ຜູ້ໂດຍສານຂ້າມແດນ, ນັບ​ແຕ່​ໄດ້​ເປີດດຳເນີນ ການຂະບວນລົດໄຟຂ້າມແດນ ໃນ​ວັນ​ທີ 13 ​ເມສາ​ ເປັນ​ຕົ້ນມາ ​ຂົນສົ່ງຜູ້ໂດຍສານ ບັນລຸໄດ້ 61.698 ຄົນ. ​ໃນ​ນັ້ນ, ​ຈຳນວນຜູ້ໂດຍສານ ເດີນທາງອອກນອກປະເທດ 31.781 ຄົນ, ສະ​ເລ່ຍ​ 201 ຄົນ/ມື້ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າມາລາວ 29.917 ຄົນ, ສະເລ່ຍ 190 ຄົນ/ມື້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.