ວົງເງິນການຄ້າ ຫວຽດນາມ - ລາວ ເພີ່ມຂຶ້ນຢ່າງແຮງໃນ 7 ເດືອນຕົ້ນປີ

11:32 | 16/08/2022

ສະເພາະໃນເດືອນກໍລະກົດ, ການຄ້າສອງສົ້ນລະຫວ່າງສອງປະເທດບັນລຸເກືອບ 125 ລ້ານ USD, ເພີ່ມຂຶ້ນ 54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນວົງເງິນສົ່ງອອກຂອງ ຫວຽດນາມ ໄປລາວບັນລຸ 53 ລ້ານ USD ຍ້ອນການສົ່ງອອກນ້ຳມັນ, ຜັກ, ໝາກໄມ້ເພີ່ມຂຶ້ນຫຼາຍ.

88 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າໃນ ຫວຽດນາມ ໃນ 7 ເດືອນຕົ້ນປີ 2022 88 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າໃນ ຫວຽດນາມ ໃນ 7 ເດືອນຕົ້ນປີ 2022
ຫຼາຍອົງການສາກົນມີຄວາມປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ, ຄາດຄະເນ GDP ເພີ່ມຂຶ້ນ 6,9 – 7% ຫຼາຍອົງການສາກົນມີຄວາມປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ, ຄາດຄະເນ GDP ເພີ່ມຂຶ້ນ 6,9 – 7%
ດ່ານຊາຍແດນລາວບ໋າວ, ແຂວງ ກວາງຈິ້ (ພາບປະກອບ)
ດ່ານຊາຍແດນລາວບ໋າວ, ແຂວງ ກວາງຈິ້ (ພາບປະກອບ)

ໄລ່ຮອດເດືອນກໍລະກົດ 2022, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ລາວ ບັນລຸເກືອບ 949 ລ້ານ USD, ເພີ່ມຂຶ້ນກ່ວາ 24% ເມື່ອທຽບໃສ່ໄລຍະດຽວກັນຂອງກາຍ. ລະດັບການເພີ່ມຂຶ້ນນີ້ແມ່ນຍ້ອນການສົ່ງອອກຂອງສິນຄ້າ ຫວຽດນາມ ໄປລາວ (ບັນລຸເກືອບ 586 ລ້ານ USD, ເພີ່ມຂຶ້ນ 48%) ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປ ລາວແມ່ນນ້ຳມັນ, ຜັກ, ໝາກໄມ້, ປຸຍປະເພດຕ່າງໆ… ສະເພາະໃນເດືອນກໍລະກົດ, ການຄ້າສອງສົ້ນລະຫວ່າງສອງປະເທດບັນລຸເກືອບ 125 ລ້ານ USD, ເພີ່ມຂຶ້ນ 54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນວົງເງິນສົ່ງອອກຂອງ ຫວຽດນາມ ໄປລາວບັນລຸ 53 ລ້ານ USD ຍ້ອນການສົ່ງອອກນ້ຳມັນ, ຜັກ, ໝາກໄມ້ເພີ່ມຂຶ້ນຫຼາຍ.

ໃນເດືອນສິງຫາ, ວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປລາວ ຄາດວ່າຈະສືບຕໍ່ເພີ່ມຂຶ້ນ ຍ້ອນວ່າເສດຖະກິດຂອງລາວ ກັບຄືນສູ່ສະພາບປົກກະຕິ, ລາຄານ້ຳມັນໃນຕະຫຼາດໂລກພວມຫລຸດລົງ ແລະ ມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ໄປລາວ ເພື່ອເຊື່ອມຕໍ່ການແລກປ່ຽນຄ້າຂາຍຕື່ມອີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.