ໂນນພູ​ຫຍ້າໄໝ້​ທີ່ກວ້າງ​​ໃຫຍ່ ງາມ​ຄືໃນ​​ຮູບ​ເງົາ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຢູ່​ກາວ​ບັ່ງ

09:43 | 29/12/2022

ຍສໝ - ແຕ່ເດືອນຕຸລາຫາ ເດືອນມັງກອນ ຂອງປີຕໍ່ໄປ, ສະຖານທີ່ແຫ່ງນີ້ປະກົດມີ ຫຍ້າທີ່ມີສີເຫຼືອງສົ້ມທີ່ກວ້າງໃຫຍ່, ສ້າງທິວທັດທຳມະຊາດ, ໂລແມນຕິກ, ເຮັດໃຫ້ນັກທ່ອງທ່ຽວຄິດເຖິງພາບຂອງ “ດ່າລາດຂະໜາດນ້ອຍ”...

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ

ພູໂນນພູ​ຫຍ້າໄໝ້ ​ບາ​ກວາງ (​ໂນນພູ​ຫຍ້າ ​ວິ້ງ​ກູຍ) ຢູ່ ຮ້າ​ລາງ, ກາວ​ບັ່ງ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຊົມ, ຖ່າຍຮູບ, ຕັ້ງ​ຄ້າຍ... ຍ້ອນ​ຄວາມ​ງາມ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ທໍາມະຊາດ ນັບ​ແຕ່​ເດືອນ​ຕຸລາ​ ຫາ​ເດືອນ​ມັງກອນ​ ຂອງ​ທຸກໆ​ປີ.

ຫວ່າງ​ມໍ່ໆ​ມາ​ນີ້, ໂນນພູ​ຫຍ້າ​ບາ​ກວາງ (ໂນນພູ​ຫຍ້າ ​ວິ້ງກູຍ) - ເຊິ່ງຕັ້ງ​ຢູ່ເສັ້ນແດນລະຫວ່າງ​​​ບ້ານ​ຄຸມ​ດິນ ​ແລະ ໝູ່​ບ້ານ ບັກວ້ອງ, ຕາ​ແສງ ວິ້ງ​ກູຍ, ​ເມືອງ ຮ້າ​ລາງ, ​ແຂວງ ກາວ​ບັ່ງ ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ຜູ້ມັກຮັກໃນການ​ຖ່າຍຮູບ. (ພາບ: ຖ໊າຍເຢືອງ AC).

ແຕ່ເດືອນຕຸລາຫາ ເດືອນມັງກອນ ຂອງປີຕໍ່ໄປ, ສະຖານທີ່ແຫ່ງນີ້ປະກົດມີ ຫຍ້າທີ່ມີສີເຫຼືອງສົ້ມທີ່ກວ້າງໃຫຍ່, ສ້າງທິວທັດທຳມະຊາດ, ໂລແມນຕິກ, ເຮັດໃຫ້ນັກທ່ອງທ່ຽວຄິດເຖິງພາບຂອງ “ດ່າລາດຂະໜາດນ້ອຍ” (ພາບ: ຖ໊າຍເຢືອງ AC)

ທ່ານ ຖ໊າຍເຢືອງ AC - ນັກ​ຖ່າຍ​ຮູບ​ຢູ່​ຈູ່ງແຄ໊ງ, ກາວບັ່ງ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ລູກ​ຄ້າ​ຂອງ​ລາວ​ຫຼາຍ​ຄົນ​ມັກ​ຖ່າຍຮູບເປັນ​ທີ່​ລະ​ນຶກ, ຮູບ​ແຕ່ງ​ງານ, ຮູບ​ແຟຊັ່ນ​ຢູ່​ເຂດ​ໂນນພູ​ຫຍ້າ (ພາບ: ຖ໊າຍເຢືອງ AC).

​ເສັ້ນທາງ​ໄປ​ຫາ​ເຂດໂນນ​ພູ​ຫຍ້າໄໝ້ ບາ​ກວາງ ​ແມ່ນ​ສະດວກ​ສະບາຍສົມຄວນ. (ພາບ: ຖ໊າຍເຢືອງ AC).

ຕອນ​ບ່າຍ​ວັນ​ທີ 24 ທັນສາ, ​ນາງ ຫງວຽນ​ຮ່ວາຍ​ທູ ພ້ອມ​ດ້ວຍ​ເພື່ອນຮ່ວມງານ ​ໄດ້​ເຄື່ອນ​ຍ້າຍ​ຈາກ​ນະຄອນ ກາວ​ບັ່ງ ​ໄປ​ຍັງໂນນ​ພູ​ຫຍ້າໄໝ້ ເພື່ອຖ່າຍຮູບເປັນທີ່ລະນຶກ. (ພາບ: ຖ໊າຍເຢືອງ AC).

ໃນລະດູຫນາວ, ພື້ນທີ່ນີ້ມີອຸນຫະພູມເຢັນຫຼາຍ, ແຕ່ 8 ຫາ 15 ອົງສາ C. (ພາບ: ຖ໊າຍເຢືອງ AC).

ຕາມປະສົບການຂອງນັກຖ່າຍຮູບ ຖ໊າຍເຢືອງ AC, ເວລາທີ່ດີທີ່ສຸດສໍາລັບການ ຖ່າຍຮູບຢູ່ທີ່ນີ້ແມ່ນເວລາແຕ່ເວລາ 5 ໂມງເຊົ້າ ຫຼື ໃນຕອນບ່າຍເວລາ 13 ໂມງ 30 ຫາ 17 ໂມງ. (ພາບ: ຖ໊າຍເຢືອງ AC).

ບູນມີ

ເຫດການ
302 Found

Found

The document has moved here.