ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

12:15 | 23/09/2023

ຍສໝ - ລາງວັນການທ່ອງທ່ຽວໂລກ (WTA) ໄດ້ໃຫ້ກຽດແກ່ ຫວຽດນາມ ເປັນ “ຈຸດໝາຍປາຍທາງແຖວໜ້າ” ແລະ “ແຫຼ່ງທ່ອງທ່ຽວທຳມະຊາດແຖວໜ້າ” ແລະ ຮ່າໂນ້ຍ ເປັນ “ນະຄອນແຖວໜ້າ” ຂອງອາຊີ ໃນປີ 2023.

ຄ້າຍພັກແລ້ງ ຫວຽດນາມ 2023: ເຊື່ອມຕໍ່ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບກົກເຄົ້າເຫງົ້າກໍ, ວັດທະນະທຳ ຫວຽດນາມ ຄ້າຍພັກແລ້ງ ຫວຽດນາມ 2023: ເຊື່ອມຕໍ່ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບກົກເຄົ້າເຫງົ້າກໍ, ວັດທະນະທຳ ຫວຽດນາມ
ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ

ຫວຽດນາມ ມີຄວາມພິເສດດີເລີດລື່ນກາຍຫຼາຍປະເທດເພື່ອຄ້ວາໄດ້ລາງວັນ “ຈຸດນັດພົບແຖວໜ້າຢູ່ ອາຊີ” ຢູ່ World Travel Awards 2023.

ຫວຽດນາມ ແມ່ນປະເທດມີຫຼາຍສະຖານທີ່, ທິວທັດທຳມະຊາດທີ່ຫຼາກຫຼາຍ, ປະຊາຊົນຮັກແພງແຂກຄົນ ແລະ ບັນດາການບໍລິການທ່ອງທ່ຽວລະດັບສາກົນ. ດ້ວຍຂໍ້ສັງເກດດັ່ງກ່າວ, ລາງວັນການທ່ອງທ່ຽວໂລກ (WTA) ໄດ້ເຊີດຊູ ຫວຽດນາມ ແມ່ນ “ຈຸດນັດພົບແຖວໜ້າຂອງ ອາຊີ” ປີ 2023. ຕໍ່ໄປນີ້, VOV5 ຂໍລວບລວມບາງສະຖານທີ່ທີ່ໄດ້ຮັບການເຊີດຊູຈາກ WTA 2023.

ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

ປີນີ້, ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການເຊີດຊູ ເປັນ 3 ຄັ້ງ, ເຊິ່ງລວມມີລາງວັນ: “ນະຄອນແຖວໜ້າ ອາຊີ”, “ນະຄອນແຖວໜ້າ ອາຊີ ສຳລັບການພັກຜ່ອນໄລຍະສັ້ນ”. ນອກຈາກນັ້ນ, ພະແນກທ່ອງທ່ຽວ ຮ່າໂນ້ຍ ກໍ່ໄດ້ຮັບການເຊີດຊູ ແມ່ນ “ອົງການຄຸ້ມຄອງການທ່ອງທ່ຽວ ນະຄອນ ແຖວໜ້າ”. (ພາບ: : haycafe.vn)
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

ຕອນເຊົ້າຂອງລະດູໃບໄມ້ຫຼົ່ນ ຢູ່ໜອງ ຮວ່ານກ໋ຽມ (ພາບ: Giang Trịnh/FB Hà Nội Fan)
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

ນະຄອນ ໂຮ່ຈີມິນ ໄດ້ຮັບການເຊີດຊູ ແມ່ນ “ນະຄອນ ທ່ອງທ່ຽວສົມທົບກັບເຮັດວຽກດີທີ່ສຸດ” ແລະ “ຈຸດນັດພົບຂອງການຈັດງານບຸນ ແລະ ເຫດການແຖວໜ້າຢູ່ ອາຊີ” (ພາບ: dantri.com.vn)
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

ໂດຍນອນໃນໃຈກາງເມືອງ 1, ນະຄອນ ໂຮ່ຈີມິນ, ໂບດ ດຶກບ່າ ສວຍງາມ, ໃຫຍ່ໂຕມະໂຫຖານ ດ້ວຍສະຖາປັດຕະຍາກຳຂອງ ຝລັ່ງ, ແມ່ນໜຶ່ງໃນບັນດາສັນຍາລັກຂອງນະຄອນ (ພາບ: reatimes.vn)
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

ແຂວງ ຮ່າຢາງ ໄດ້ຮັບການເຊີດຊູແມ່ນ “ຈຸດນັດພົບຂອງການທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນຢູ່ ອາຊີ”. ນີ້ເປັນຄັ້ງທຳອິດທີ່ ຮ່າຢາງ ໄດ້ຮັບລາງວັນ WTA (ພາບ: toquoc.vn)
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

ຄ່ຳຄືນທີ່ສວຍງາມຢູ່ ໂຮ້ຍອານ (ພາບ: Pullman Dananang Beach Resort)
ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023

ເປັນຄັ້ງທຳອິດ, ເມືອງເກາະ ຝູກວັກ ໄດ້ຮັບລາງວັນ “ເກາະແຫ່ການງທ່ອງທ່ຽວທີ່ຫລູຫລາແຖວໜ້າ ອາຊີ”. ປີ 2022, WTA ກໍໄດ້ເຊີດຊູ ຝູກວັກ ເປັນ “ເກາະມີທິວທັດທຳມະຊາດແຖວໜ້າໃນພາກພື້ນ” (ພາບ: Sun Property)

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.