ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ

00:00 | 30/07/2023

ບໍລິສັດທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ຫາກໍ່ປະກາດຜົນການວິເຄາະການອອກເດີນທາງຂອງການທ່ອງທ່ຽວໃນເດືອນກໍລະກົດ ແລະ ເດືອນສິງຫາ ເຊິ່ງສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ຄົນ ສ.ເກົາຫຼີ ນິຍົມ.

ຜົນ​ການ​ວິ​ເຄາະ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຄ່ອຍໆ​ຟື້ນ​ຕົວ​ເປັນ​ປົກ​ກະ​ຕິ​ພາຍຫຼັງ​ທີ່​ຢຸດ​ສະ​ງັກ​ມາ​ເປັນ​ເວ​ລາ​ດົນ​ ຍ້ອນ​ໂລກ​ລະ​ບາດ​ໂຄ​ວິດ-19.

ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ

ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ, ເບິ່ງພາບ ແລະ ບູຊາເສັ່ນໄຫວ້​ຢູ່​ເຂດ​ທ່ອງ​ທ່ຽວ​ຄວາມສັດທາເຫຼື້ອມໃສ. ຢູ່​ທາງ​ເທິງ​ຈອມ​ພູ Fansipan (ລາວ​ກາຍ).

ຂໍ້ມູນຂອງບໍລິສັດ Hana Tour ເປີດເຜີຍໃນວັນທີ 12 ມິຖຸນານີ້ ສະແດງໃຫ້ເຫັນວ່າ ມາດຕາສ່ວນລູກຄ້າທີ່ເລືອກມາພັກຜ່ອນຢູ່ ຫວຽດນາມ ກວມເອົາອັດຕາສ່ວນສູງສຸດແມ່ນ 19,9%. ຖັດມາແມ່ນ ຍີ່ປຸ່ນ 18.2%, ເອີຣົບ (17.6%), ຈີນ (13.3%) ແລະ ໄທ (6.4%).

ໄລຍະເວລາຈຸດສຸມຂອງການເດີນທາງໃນລະດູຮ້ອນຂອງນັກທ່ອງທ່ຽວ ສ.ເກົາຫຼີ ຈະຕົກຢູ່ໃນ 2 ອາທິດສຸດທ້າຍຂອງເດືອນກໍລະກົດ ແລະ ຕົ້ນເດືອນສິງຫາ, ຄືອາທິດຈາກ 24 ກໍລະກົດ ຫາ 6 ສິງຫາ. ເນື່ອງຈາກຊ່ວງນີ້ສ່ວນຫຼາຍແມ່ນຍ້ອນນັກສຶກສາ າ.ເກົາຫຼີ ເລີ່ມມີພັກຮ້ອນ. ດັ່ງນັ້ນ, ຄວາມຕ້ອງການໄປທ່ອງທ່ຽວຕ່າງປະເທດກໍ່ເຂົ້າສູ່ໄລຍະສູງສຸດ.

ເປັນໜ້າສົນໃຈ, ອັດຕາການຈອງປີ້ສຳລັບນັກທ່ອງທ່ຽວທີ່ເປັນກຸ່ມຂະໜາດນ້ອຍ, ລະຫວ່າງຫມູ່ເພື່ອນ ຫຼື ກຸ່ມຄົນທີ່ຮູ້ຈັກກັນ ແມ່ນມີທ່າອ່ຽງເພີ່ມຂື້ນ. ບໍລິສັດ Hana tour ໃຫ້ຮູ້ວ່າ: ນັບຕັ້ງແຕ່ການລະບາດຂອງພະຍາດ ໂຄວິດ19 ເປັນຕົ້ນມາ ທ່າອ່ຽງຂອງການເດີນທາງເປັນກຸ່ມນ້ອຍກັບຍາດຕິພີ່ນ້ອງທີ່ໃກ້ຊິດແມ່ນມີຄວາມນິຍົມຫຼາຍກວ່າການທ່ອງທ່ຽວເປັນ ກຸ່ມ 20 ຄົນຂື້ນໄປ.ນອກຈາກນີ້ ຍັງມີແພັກເກັດການທ່ອງທ່ຽວກັບຄົນດັງຕາມກຸ່ມທີ່ກຳນົດ ແລະ ຍັງໄດ້ຮັບຄວາມສົນໃຈຈາກລູກຄ້າຢ່າງຕໍ່ເນື່ອງ.

ໃນປີ 2022 ອັດຕາການຈອງປີ້ໄປຫວຽດນາມຂອງບໍລິສັດ Hana tour ກວມ 26.2% ໃນນັ້ນມີຄົນ ສ.ເກົາຫລີ 4 ຄົນ ທີ່ມີຄວາມຕ້ອງການໄປທ່ຽວໃນເດືອນກໍລະກົດ ແລະ ສິງຫາ ຈະມີ 1 ຄົນເລືອກໄປຫວຽດນາມ. ຕໍ່ໄປແມ່ນເຂດ guam 10.9% , ເອີຮົບຕາເວັນຕົກ 9%, ຟິລິບປິນ 8.9% ແລະ ຍີ່ປຸ່ນ 8%.

ດີງເລື້ອງ

ເຫດການ
302 Found

Found

The document has moved here.