ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະບັນລຸເປົ້າໝາຍພັດທະນາແບບຍືນຍົງ

16:38 | 21/09/2023

ຍສໝ - ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຂງ​ແຮງ​ເພື່ອ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ. ນີ້​ແມ່ນ​ຖະ​ແຫຼ​ງການ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi ຕາງໜ້າ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ວັນ​ທີ 19 ກັນຍາ​ນີ້, ທີ່​ກອງ​ປະຊຸມ​ສຸດ​ຍອດ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ (ນິວຢອກ, ອາ​ເມ​ລິ​ກາ).

ລາວຕັ້ງຈຸດໝາຍດຶງດູດນັກທ່ອງທ່ຽວ 2,7 ລ້ານເທື່ອຄົນໃນປີ 2024 ລາວຕັ້ງຈຸດໝາຍດຶງດູດນັກທ່ອງທ່ຽວ 2,7 ລ້ານເທື່ອຄົນໃນປີ 2024
ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດໃຫຍ່ອັນດັບໜຶ່ງຂອງອາຊຽນ ໃນການດຶງດູດ FDI ໃນດ້ານເຕັກໂນໂລຢີ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດໃຫຍ່ອັນດັບໜຶ່ງຂອງອາຊຽນ ໃນການດຶງດູດ FDI ໃນດ້ານເຕັກໂນໂລຢີ

ອາຊຽນ ໃຫ້ຄຳໝັ້ນໝາຍຢ່າງແຂງແຮງເພື່ອບັນລຸການພັດທະນາແບບຍືນຍົງຢູ່ພາກພື້ນ. ນີ້ແມ່ນສານເຊິ່ງທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ທີ່ຕາງໜ້າໃຫ້ບັນດາປະເທດ ອາຊຽນ ຍົກອອກມາທີ່ກອງປະຊຸມສຸດຍອດບັນດາເປົ້າໝາຍການພັດທະນາແບບຍືນຍົງ, ດຳເນີນໃນວັນທີ 19 ກັນຍາ, ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ (ນິວຢອກ, ອາເມລິກາ).

ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະບັນລຸເປົ້າໝາຍພັດທະນາແບບຍືນຍົງ

ທ່ານນາງລັດຖະມົນຕີການຕ່າງປະເທດ Retno ເນັ້ນໜັກວ່າ ສະພາບແວດລ້ອມທົ່ວໂລກນັບມື້ນັບປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫຼາຍຢ່າງ. ສະນັ້ນ, ອາຊຽນ ຊຸກຍູ້ການຮ່ວມມືເພື່ອເພີ່ມທະວີຄວາມສາມາດຟື້ນຟູ ແລະ ຮັບມືກັບສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນ ແລະ ການກະທົບໃນອະນາຄົດ. ເພື່ອບັນລຸເປົ້າໝາຍ ພັດທະນາແບບຍືນຍົງ, ທ່ານນາງລັດຖະມົນຕີການຕ່າງປະເທດ Marsudi ໃຫ້ຮູ້ວ່າ: ອາຊຽນ ສືບຕໍ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາຊຸກຍູ້ວິໄສທັດປະຊາຄົມ ອາຊຽນ 2025, ໂຄງການດຳເນີນງານ 2030 ກໍ່ຄືຄວາມມານະພະຍາຍາມມຸ່ງໄປເຖິງ ວິໄສທັດປະຊາຄົມ ອາຊຽນ 2045. ນອກນັ້ນ, ອາຊຽນ ຍັງຈະປະຕິບັດບັນດາ ຄຳໝັ້ນສັນຍາເພື່ອຊຸກຍູ້ການພັດທະນາແບບຍືນຍົງ.

ອາຊຽນ ກໍ່ຢືນຢັນຄືນໃໝ່ການສະໜັບສະໜູນເລື່ອງເພີ່ມທະວີລັດທິຫຼາຍຝ່າຍ, ໂດຍອີງໃສ່ແກ່ນສານແມ່ນສະຫະປະຊາຊາດ, ພ້ອມກັນນັ້ນ, ສະໜັບສະໜູນການປະຕິບັດຕາມຫຼັກການຂອງກົດບັດສະຫະປະຊາຊາດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.