ສະມາຊິກລັດຖະສະພາໜຸ່ມໝັ້ນໝາຍການກະທຳຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

14:52 | 14/09/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 16 ກັນຍາ​ນີ້, ກອງ​ປະຊຸມສະມາຊິກລັດຖະສະພາໜຸ່ມ​ທົ່ວ​ໂລກ ​ຄັ້ງ​ທີ 9 ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ກ່ຽວ​ກັບ​ບົດບາດ​ຂອງ​ໄວ​ໜຸ່ມ​ໃນການຊຸກຍູ້​ການ​ປະຕິບັດບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ໂດຍຜ່ານ​ການ​ຫັນປ່ຽນດີຈິຕອນ ​ແລະ ນະວັດຕະກຳ. ນີ້​ແມ່ນ​ຖະ​ແຫຼ​ງການ​ຄັ້ງ​ທຳ​ອິດ​ຂອງ​ກອງ​ປະຊຸມ​ສະມາຊິກລັດຖະສະພາໜຸ່ມທົ່ວ​ໂລກ ​ໂດຍ​ຜ່ານ 9 ກອງ​ປະຊຸມ.

ກອງທະຫານຊ່າງເລກ 1 ໄດ້ສຳເລັດດີເດັ່ນໃນໜ້າທີ່ຢູ່ ຄະນະຜູ້ແທນ UNISFA ກອງທະຫານຊ່າງເລກ 1 ໄດ້ສຳເລັດດີເດັ່ນໃນໜ້າທີ່ຢູ່ ຄະນະຜູ້ແທນ UNISFA
ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ໄດ້​ຊີ້​ແຈ້ງວ່າ: ພວກ​ຂ້າພະ​ເຈົ້າ​ພ້ອມ​ກັບສະມາຊິກລັດຖະສະພາໜຸ່ມ 200 ກວ່າ​ຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມາຊິກລັດຖະສະພາໜຸ່ມ​ທົ່ວ​ໂລກ ​ຄັ້ງ​ທີ 9 ​ແຕ່​ວັນ​ທີ 14-17 ກັນຍາ 2023 ຢູ່​ຮ່າ​ໂນ້ຍ, ຫວຽດນາມ ​ເພື່ອ​ຢືນຢັນຄຳໝັ້ນສັນຍາໃນການຊຸກຍູ້​ການ​ປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDGs), ພິເສດແມ່ນຜ່ານການຫັນປ່ຽນດີຈິຕອນ ແລະ ນະວັດຕະກຳ.

ເພື່ອຊ່ວຍຊຸກຍູ້ການປະຕິບັດ SDGs ໂດຍຜ່ານການຫັນປ່ຽນດີຈິຕອນ ແລະ ນະວັດຕະກຳ, ບັນດາສະມາຊິກລັດຖະສະພາໜຸ່ມ ໄດ້ສົນທະນາ ແລະ ສະເໜີບັນດາການກະທຳດັ່ງຕໍ່ໄປນີ້:

ສະມາຊິກລັດຖະສະພາໜຸ່ມໝັ້ນໝາຍການກະທຳຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ
ທ່ານ Dan Carden, ປະທານ​ເວທີ​ສະມາຊິກລັດຖະສະພາໜຸ່ມ ​ແລະ ທ່ານ​ນາງ ຮ່າເເອງເຟື່ອງ, ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ສະ​ເໜີ​ຮ່າງ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ. (ພາບ: Quochoi.vn)

​ໃນ​ຂົງ​ເຂດ​ຫັນປ່ຽນດີຈິຕອນ, ບັນດາສະມາຊິກລັດຖະສະພາໜຸ່ມ​ຮຽກຮ້ອງ ​ແລະ ສະເໜີ​ບັນດາ​ສະມາຊິກ​ລັດຖະສະພາ​ຄື: ອັບເດດ​ບັນດາຂໍ້​ກຳນົດ ​ແລະ ວິທີ​ເຮັດ​ວຽກ​ຂອງ​ລັດຖະສະພາ ​ເພື່ອ​ໃຫ້​ບັນດາສະມາຊິກລັດຖະສະພາ ອາດຈະ​ເຂົ້າ​ຮ່ວມ ​ແລະ ນຳ​ໃຊ້​ທາງ​ອອນ​ລາຍ, ຫັນ​ເປັນ​ຫັນປ່ຽນດີຈີຕອນຫຼາຍກວ່າ​, ນຳ​ໃຊ້​ບັນດາພື້ນຖານການກະທົບຊຶ່ງກັນ ແລະ ກັນ​​ເພື່ອ​ໜູນ​ຊ່ວຍ​ການ​ເຈລະຈາ​ໂດຍ​ກົງ​ລະຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ບັນດາ​ສະມາຊິກລັດຖະສະພາໜຸ່ມ, ຊຸກຍູ້ການ​ເຂົ້າ​ຮ່ວມ​ຂອງບັນດາ​ກຸ່ມ, ໂດຍ​ສະ​ເພາະ​ແມ່ນໄວໜຸ່ມໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ສະ​ພາ;

ຮັບປະກັນໃຫ້ບັນດາສະມາຊິກລັດຖະສະພາໄດ້ຮັບການປະກອບຄວາມຮູ້ທີ່ຈຳເປັນ ແລະ ໄດ້ຮັບການຊ່ວຍເຫຼືອດ້ານເຕັກນິກທີ່ຈໍາເປັນເພື່ອເຂົ້າຮ່ວມຢ່າງເຕັມສ່ວນໃນວິວັດລະບຽບການສ້າງກົດໝາຍອອນໄລ; ເພີ່ມ​ທະ​ວີ​ການ​ນໍາ​ໃຊ້​ພື້ນຖານ​ຜູ້ຊ່ວຍສະເໝືອນເພື່ອໜູນຊ່ວຍ​ບັນດາສະມາຊິກລັດຖະສະພາໜຸ່ມ​; ໃຊ້ເຄື່ອງມື AI ເພື່ອຍົກສູງຄຸນນະພາບການສ້າງກົດໝາຍ; ແລະ ສ້າງຫໍສະໝຸດດີຈິຕອນສຳລັບເອກະສານກົດໝາຍແຫ່ງຊາດ;

ປະກາດໃຊ້ບັນດາເອກະສານກົດໝາຍ ແລະ ນະໂຍບາຍເພື່ອຮັດແຄບໄລຍະຫ່າງດີຈິຕອນ ແລະ ຮັບປະກັນຄວາມສາມາດໃນການເຂົ້າເຖິງສຳລັບທຸກຄົນ, ໂດຍຜ່ານບັນດາວຽກຕ່າງໆ ລວມມີ ຄ່າໃຊ້ຈ່າຍໃນການເຂົ້າເຖິງຍັງຕ່ຳ, ການສ້າງບັນດາພື້ນຖານໂຄງລ່າງດ້ານເຕັກນິກ ແລະ ປັບປຸງທັກສະວິຊາສະເພາະ;

ສ້າງກອບກົດໝາຍທີ່ເໝາະສົມ ແລະ ເພີ່ມທະວີການຮ່ວມມືສາກົນໃນການປົກປ້ອງອະທິປະໄຕດີຈິຕອນຂອງບັນດາປະເທດ ເພື່ອນຳໄປສູ່ສະພາບແວດລ້ອມເຄືອຂ່າຍທີ່ປອດໄພ, ປອດໃສ ແລະ ພັດທະນາແບບຍືນຍົງ; ປະກາດໃຊ້ບັນດານະໂຍບາຍ ແລະ ລະບຽບການທີ່ເໝາະສົມເພື່ອປ້ອງກັນ ແລະ ຮັບມືກ່ຽວກັບບັນດາຮູບການສ້າງຄວາມວຸ່ນວາຍ ແລະ ຄວາມຮຸນແຮງໃນອິນເຕີເນັດໃຫ້ສຳລັບບັນດາສະມາຊິກລັດຖະສະພາ, ລວມທັງຄວາມຮຸນແຮງຕໍ່ສະມາຊິກລັດຖະສະພາຍິງ;

ໃນຂົງເຂດນະວັດຕະກຳ ແລະ ການເລີ່ມປະກອບການ, ບັນດາສະມາຊິກລັດຖະສະພາໜຸ່ມສະເໜີ ແລະ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາ ປັບປຸງລະບົບນິເວດນະວັດຕະກຳ ແລະ ການເລີ່ມການປະກອບການ, ຜ່ານການສ້າງກອບນິຕິກຳ ແລະ ເພີ່ມທະວີງົບປະມານໃຫ້ແກ່ຂົງເຂດນີ້.

ໃນຂົງເຂດວັດທະນະທຳ, ບັນດາສະມາຊິກລັດຖະສະພາໜຸ່ມກໍ່ຮຽກຮ້ອງ ແລະ ສະເໜີໃຫ້ບັນດາສະມາຊິກລັດຖະສະພາພັດທະນາວິທີການເຂົ້າເຖິງລວມ ຂອງລັດຖະສະພາເພື່ອສ້າງຕັ້ງຂອບເຂດບັນດາຫຼັກການ, ຄຸນຄ່າໃນການຕັດສິນໃຈ, ຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ເປັນຕົ້ນແມ່ນກົດແຫ່ງການປະພຶດຂອງ IPU ກ່ຽວກັບຈັນ​ຍາ​ບັນ​ວິ​ທະ​ຍາ​ສາດ ​ແລະ​ ເຕັກ​ໂນ​ໂລ​ຊີ​, ເພື່ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ ແລະ​ ການ​ນໍາ​ໃຊ້​ວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້ປະຕິບັດຢ່າງ​ມີ​ຄວາມຮັບຜິດຊອບ, ມີ​ຈັນ​ຍາ​ບັນ​ ແລະ​ ຍືນ​ຍົງ​;

​ເນື້ອ​ໃນ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ຍັງ​ໄດ້​ສະ​ແດງ​ຄວາມ​​ຂອບ​ໃຈ​ເຖິງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ຢ່າງລອບຄອຍຖີ່ຖ້ວນ, ເປັນມືອາຊີບ ​ແລະ ສຳເລັດຜົນ ​ແລະ ສະໜັບສະໜູນ​ການ​ເຂົ້າ​ຮ່ວມ​ຂອງສະມາຊິກລັດຖະສະພາໜຸ່ມ, ຊາວ​ໜຸ່ມກໍ່ຄືຊຸກຍູ້​​ການ​ປະຕິບັດ SDG, ຜ່ານ IPU ແລະ ບັນດາກົນ​ໄກ​ລະຫວ່າງລັດ​ຖະ​ສະ​ພາ​ສາ​ກົນ ແລະ ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ກໍ່​ຢືນຢັນ​ຈະ​ຢູ່ຄຽວຂ້າງກັນ ເພື່ອ​ຮັກສາ​ຄຳ​ໝັ້ນ​ສັນຍາ​ໃນ​ຖະ​ແຫຼ​ງການ​ຮ່າ​ໂນ້ຍ ປີ 2015 ​ແລະ ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ທີ່ຮີບດ່ວນຂອງໂຄງການດຳເນີນງານ ປີ 2030.

ດີງເລື້ອງ