ເປີດຕົວປຶ້ມ 60 ປີແຫ່ງການພົວພັນທາງການທູດລາວ-ຫວຽດນາມ

08:09 | 21/09/2023

ຍສໝ - ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ນີ້ແມ່ນກິດຈະກໍາທີ່ມີລັກສະນະວິທະຍາສາດສູງ, ລວມມີ ບັນດາບົດຂຽນຂອງການນໍາ, ອະດີດການນໍາຂັ້ນສູງ ແລະ ບັນດານັກຮຽນຮູ້ລາວ. ໃນນັ້ນ, ໄດ້ແນະນໍາບັນດາຈຸດພົ້ນເດັ່ນຂອງໄລຍະ ປະຫວັດສາດ; ສະຫຼຸບ ແລະ ສະແດງໃຫ້ເຫັນຢ່າງຈິງໃຈ, ພາວະວິໄສ ແລະ ມີຊີວິດຊີວາຂອງການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ; ສົມກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່...

ຫຼັງຈາກການເປີດຕົວ 6 ເດືອນ, ຄວາມດຶງດູດຂອງນໍ້ານົມຖົ່ວເຫຼືອງ Number 1 Soya Canxi ລຸ້ນໃໝ່ ໃນປັດຈຸບັນເປັນແນວໃດ? ຫຼັງຈາກການເປີດຕົວ 6 ເດືອນ, ຄວາມດຶງດູດຂອງນໍ້ານົມຖົ່ວເຫຼືອງ Number 1 Soya Canxi ລຸ້ນໃໝ່ ໃນປັດຈຸບັນເປັນແນວໃດ?
ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ ທ່ານ​ປະ​ທານ​ປະ​ເທ​ດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ປາດ​ຖະ​ໜາ​ຢາກ​ໃຫ້ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ

ຕອນບ່າຍວັນທີ 28 ທັນວາ, ທີ່ນະຄອນຫຼວງວຽງຈັນ, ລາວ, ສະຖາບັນການພົວພັນຕ່າງປະເທດ, ກະຊວງການຕ່າງປະເທດລາວ ຈັດຕັ້ງ ພິທີເປີດຕົວປຶ້ມ “60 ປີແຫ່ງການພົວພັນທາງການທູດລາວ-ຫວຽດນາມ”.

Ra mắt cuốn sách 60 năm quan hệ ngoại giao Lào – Việt Nam - ảnh 1

ເປີດຕົວປຶ້ມ 60 ປີແຫ່ງການພົວພັນທາງການທູດລາວ-ຫວຽດນາມ. ພາບ: vovworld.vn

ກ່າວຄໍາເຫັນຢູ່ທີ່ນີ້, ສະຫາຍ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງ ການຕ່າງປະເທດລາວ ໃຫ້ຮູ້ວ່າ ປຶ້ມເຫຼັ້ມນີ້ໄດ້ຮຽບຮຽງ ແລະ ຄັດເລືອກເນື້ອໃນ ຕາມປະຫວັດສາດການກໍາເນີດຂອງການພົວພັນລະຫວ່າງລາວ ແລະ ຫວຽດນາມ ຄື ການຮ່ວມມືລະຫວ່າງສອງຂະແໜງພົວພັນຕ່າງປະເທດ, ການຮ່ວມມືສອງ ຝ່າຍ ແລະ ຫຼາຍຝ່າຍຢູ່ພາກພື້ນ ແລະ ເວທີປາໄສສາກົນ, ການຮ່ວມມືໃນໄລຍະ ກ່ອນນັ້ນ...

ສ່ວນຝ່າຍຫວຽດນາມ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນບ໊າຮຸ່ງ ເນັ້ນໜັກວ່າ ນີ້ແມ່ນກິດຈະກໍາທີ່ມີລັກສະນະວິທະຍາສາດສູງ, ລວມມີ ບັນດາບົດຂຽນຂອງການນໍາ, ອະດີດການນໍາຂັ້ນສູງ ແລະ ບັນດານັກຮຽນຮູ້ລາວ. ໃນນັ້ນ, ໄດ້ແນະນໍາບັນດາຈຸດພົ້ນເດັ່ນຂອງໄລຍະ ປະຫວັດສາດ; ສະຫຼຸບ ແລະ ສະແດງໃຫ້ເຫັນຢ່າງຈິງໃຈ, ພາວະວິໄສ ແລະ ມີຊີວິດຊີວາຂອງການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ; ສົມກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່...

ສະຫາຍ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ ປຶ້ມເຫຼັ້ມນີ້ “60 ປີແຫ່ງການພົວພັນທາງການ ທູດລາວ-ຫວຽດນາມ” ຈະຊ່ວຍໃຫ້ພະນັກງານກະຊວງການພົວພັນຕ່າງ ປະເທດລາວ, ໂດຍສະເພາະແມ່ນພະນັກງານໜຸ່ມເຂົ້າໃຈເລິກເຊິ່ງກ່ຽວກັບ ການພົວພັນຮ່ວມມືແບບພິເສດລະຫວ່າງຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງສອງຂະແໜງການພົວພັນຕ່າງປະເທດຂອງສອງປະເທດ ເວົ້າສະເພາະ.

ບູນມີ

ເຫດການ
302 Found

Found

The document has moved here.