ເປັນເຈົ້າການໝູນໃຊ້ກາລະໂອກາດຈາກສັນຍາ RCEP

12:14 | 05/05/2022

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ດ້ວຍ 15 ສະມາຊິກ, ລວມມີ 10 ປະເທດອາຊຽນ ແລະຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ, ກວມປະມານ 30% ປະຊາກອນໃນໂລກ ແລະ 30% GDP ໃນທົ່ວໂລກ.

ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP
ບັນດາຊ່ຽວຊານໃນພາກພື້ນ ໄດ້ສະແດງຄວາມຕີລາຄາສູງການລົງນາມໃນສັນຍາ RCEP ບັນດາຊ່ຽວຊານໃນພາກພື້ນ ໄດ້ສະແດງຄວາມຕີລາຄາສູງການລົງນາມໃນສັນຍາ RCEP

ສັນຍາ RCEP ມີຜົນສັກສິດນັບແຕ່ຕົ້ນປີ 2022 ຢ່າງເປັນທາງການ, ເຖິງວ່າບໍ່ສາມາດສ້າງຄວາມບຸກທະລຸກະໂດດຂັ້ນສຳລັບການສົ່ງອອກສິນຄ້າຫວຽດນາມ ໂດຍທັນທີກໍ່ຕາມ, ແຕ່ວ່າ FTA ລຸ້ນໃໝ່ນີ້ຈະເຮັດໃຫ້ຕະຫຼາດການສົ່ງອອກມີຄວາມໝັ້ນຄົງ ແລະເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ວິສາຫະກິດຫວຽດນາມ.

ມຸ່ງໄປເຖິງການສ້າງຄວາມສະດວກໃຫ້ແກ່ວິສາຫະກິດ

ສັນຍາ RCEP, ເມື່ອມີ 15 ສະມາຊິກປະຕິບັດຈະສ້າງເປັນຕະຫຼາດໃຫຍ່ດ້ວຍຜູ້ບໍລິໂພກ 2,2 ຕື້ຄົນ, ກວມປະມານ 30% ປະຊາກອນໃນໂລກ, ດ້ວຍ GDP 26,2 ພັນຕື້ໂດລາສະຫະລັດ, ກວມປະມານ 30% GDP ທົ່ວໂລກ ແລະຈະກາຍເປັນພາກພື້ນການຄ້າເສລີໃຫຍ່ທີ່ສຸດໃນໂລກ. ໃນສະພາບການພະຍາດໂຄວິດ-19 ແຜ່ລະບາດເຮັດໃຫ້ຕ່ອງໂສ້ການສະໜອງໃນທົ່ວໂລກ ແລະພາກພື້ນຖືກຂາດຕິດຂາດຕອນ ກໍ່ຜົນກະທົບເຖິງພື້ນຖານເສດຖະກິດທົ່ວໂລກ, ພ້ອມກັບທ່າອ່ຽງປົກປ້ອງການຄ້າພວມປະກົດຂຶ້ນ, ເລື່ອງປະຕິບັດສັນຍາ RCEP ໄດ້ເປັນຂີດໝາຍສໍາຄັນໃນວິວັດການເຊື່ອມໂຍງເສດຖະກິດຂອງຫວຽດນາມ, ນຳມາເຊິ່ງບັນດາຜົນປະໂຫຍດທັງໄລຍະສັ້ນ ກໍ່ຄືໄລຍະຍາວ.

ພາຍຫຼັງສັນຍາ RCEP ມີຜົນສັກສິດ, ບັນດາຝ່າຍຈະປະຕິບັດຄໍາໝັ້ນສັນຍາຂອງຕົນໃນທັນທີ. ສຳລັບບັນດາຄຳໝັ້ນສັນຍາດ້ານພາສີ, ຫວຽດນາມ ແລະບັນດາປະເທດຄູ່ຮ່ວມມືຈະຍົກເລີກພາສີໃຫ້ 64% ກະແສພາສີພາຍຫຼັງສັນຍາມີຜົນສັກສິດ.

ການເຄື່ອນໄຫວຜະລິດຢູ່ໂຮງງານຝ້າຍ Vinatex ຝູ໊ເກື່ອງ (ກຸ່ມອຸດສາຫະກຳຝູ໊ເກື່ອງ, ເມືອງດິ້ງກວ໊ານ, ແຂວງດ່ົງນາຍ). ພາບ: ແຄ໊ງອານ
ການເຄື່ອນໄຫວຜະລິດຢູ່ໂຮງງານຝ້າຍ Vinatex ຝູ໊ເກື່ອງ (ກຸ່ມອຸດສາຫະກຳຝູ໊ເກື່ອງ, ເມືອງດິ້ງກວ໊ານ, ແຂວງດ່ົງນາຍ). ພາບ: ແຄ໊ງອານ

ຕາມທ່ານ ເລືອງຮວ່າງຖ໊າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະການຄ້າແລ້ວ, ພ້ອມກັບບັນດາຄຳໝັ້ນສັນຍາເປີດຕະຫຼາດສິນຄ້າ, ການບໍລິການ ແລະການລົງທຶນ, ຈຸດແຕກຕ່າງກັນເຊິ່ງສັນຍາ RCEP ສ້າງຂອບເຂດເພື່ອຫັນລະບຽບການດ້ານພາສີເປັນງ່າຍດາຍ ແລະສ້າງຄວາມສະດວກໃຫ້ການຄ້າ, ສ້າງການເຊື່ອມຕໍ່ການຜະລິດໃນທົ່ວອາຊຽນ. ຕາມນັ້ນແລ້ວ, ແທນທີ່ປະຕິບັດ 5 ກົດວ່າດ້ວຍຕົ້ນກຳເນີດໃນສັນຍາການຄ້າເສລີ 5 ສະບັບລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນແລ້ວ, ສຳລັບສັນຍາສະບັບນີ້ວິສາຫະກິດພຽງແຕ່ນຳໃຊ້ 1 ກົດວ່າດ້ວຍຕົ້ນກຳເນີດເທ່ົານັ້ນ. ຄ້າຍຄືກັນ, ບັນດາກົດກ່ຽວກັບລະບຽບການດ້ານພາສີ ແລະສ້າງຄວາມສະດວກດ້ານການຄ້າ ກໍ່ເປັນເອກະພາບ ແລະເພີ່ມທະວີ. ເພາະສະນັ້ນ, ຈະບໍ່ສ້າງຄຳໝັ້ນສັນຍາເປີດຕະຫຼາດ ຫຼືກໍ່ຄວາມດັນແກ່ງແຍ້ງໃໝ່, ຫາກມຸ່ງໄປເຖິງສ້າງຄວາມສະດວກໃຫ້ວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດກາງ ແລະໜ້ອຍ.

ສຳລັບສັນຍາ RCEP, ຂະແໜງຕ່ໍາແຜ່ນຕັດຫຍິບໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາຂະແໜງໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດເມື່ອສາມາດເຂົ້າສູ່ຕະຫຼາດທີ່ມີຂະໜາດໃຫຍ່ແຕ່ລະດັບຄຳໝັ້ນສັນຍາບໍ່ເຄັ່ງຄັດເມື່ອທຽບໃສ່ບາງສັນຍາກ່ອນໜ້ານັ້ນ. ຕີລາຄາຄວາມສາມາດບົ່ມຊ້ອນຂອງສັນຍາ RCEP ຕໍ່ກັບຂະແໜງຕ່ຳແຜ່ນຕັດຫຍິບ, ທ່ານ ເທິນດຶກວຽດ, ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ຕັດຫຍິບ 10 ໃຫ້ຮູ້ວ່າ, ນັບແຕ່ກ່ອນມາຮອດປະຈຸບັນ, ຕະຫຼາດສົ່ງອອກຕົ້ນຕໍຂອງບໍລິສັດໃຫຍ່ຕັດຫຍິບ 10 ຍັງສຸມໃສ່ຕະຫຼາດອາເມລິກາ, ເອີລົບ, ຍີ່ປຸ່ນ. ເຖິງຢ່າງໃດກໍ່ຕາມ, ສັນຍາ RCEP ຈະແມ່ນຕະຫຼາດຂອງອະນາຄົດໃນໄລຍະແຕ່ 5-10 ປີຈະມາເຖິງ. ເວລານ້ັນ, ຈີນສາມາດຈະແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຫາກບໍ່ແມ່ນອາເມລິກາ ຫຼືເອີລົບ. ຕາມນັ້ນແລ້ວ, ໜຶ່ງໃນບັນດາຈຸດແຕກຕ່າງກັນຢູ່ສັນຍາ RCEP ທຽບໃສ່ສັນຍາອື່ນໆແມ່ນ ຫຼັກການຕົ້ນກຳເນີດບວກ. ວັດຖຸດິບທີ່ມີຕົ້ນກຳເນີດຂອງປະເທດສະມາຊິກນີ້ຈະໄດ້ຮັບຖືວ່າແມ່ນວັດຖຸດິບທີ່ມີຕົ້ນກຳເນີດເມື່ອເຂົ້າຮ່ວມເຂົ້າວິວັດການຜະລິດສິນຄ້າຢູ່ປະເທດສະມາຊິກອື່ນ. ດ້ວຍຂໍ້ກຳນົດນີ້, ບັນດາບໍລິສັດຕ່ຳແຜ່ນຕັດຫຍິບຂອງປະເທດເຮົາອາດສາມາດໝູນໃຊ້ກາລະໂອກາດເພື່ອຍູ້ແຮງເປີດກວ້າງການສົ່ງອອກໄປຍັງບັນດາປະເທດສະມາຊິກ.

ຄົ້ນຄວ້າຄຳໝັ້ນສັນຍາຂອງສັນຍາຢ່າງລະອຽດ

ຄຽງຂ້າງບັນດາດ້ານສະດວກແລ້ວ, ຕາມກະຊວງອຸດສາຫະກຳ ແລະການຄ້າ, ສັນຍາ RCEP ອາດສາມາດກໍ່ຄວາມດັນແກ່ງແຍ້ງສໍາລັບສິນຄ້າ, ການບໍລິການຂອງຫວຽດ ນາມ, ໂດຍສະເພາະແມ່ນໃນສະພາບບັນດາວິສາຫະກິດຫວຽດນາມ ຍັງຂຶ້ນກັບແຫຼ່ງວັດຖຸດິບທີ່ນຳເຂົ້າຈາກພາຍນອກ. ບາງຂະແໜງຈະຖືກຜົນກະທົບຈາກການຫຼຸດຜ່ອນພາສີ. ພິເສດ, ເສດຖະກິດໂລກກໍ່ຄືຫຼາຍປະເທດໃນພາກພື້ນພວມຖືກຜົນກະທົບຈາກພະຍາດໂຄວິດ-19 ແລະການຜັນແປດ້ານພູມສາດການເມືອງ...

ເພື່ອໝູນໃຊ້ບັນດາກາລະໂອກາດກໍ່ຄືແກ້ໄຂບັນດາສິ່ງທ້າທາຍຈາກ RCEP, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫາກໍ່ເຊັນ ແລະປະກາດໃຊ້ແຜນການການປະຕິບັດສັນຍາ RCEP ໄລຍະ 2022-2026. ແຜນການສຸມໃສ່ຜັນຂະຫຍາຍ 3 ໜ້າທີ່ຕົ້ນຕໍແມ່ນ: ສ້າງກົດໝາຍ, ລະບອບລະບຽບການ; ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບສັນຍາ RCEP; ຍົກສູງຄວາມສາມາດການແກ່ງແຍ້ງ, ໝູນໃຊ້ສັນຍາ RCEP ໃຫ້ມີປະສິດທິຜົນ.

ເນັ້ນໜັກເຖິງບົດບາດເປັນເຈົ້າການຂອງວິສາຫະກິດຈະຕັດສິນປະສິດທິຜົນຂອງການປະຕິບັດສັນຍາ, ທ່ານ ເລືອງຮວ່າງຖ໊າຍ ຖືວ່າ, ເຊັ່ນດ່ຽວກັບບັນດາສັນຍາ FTA ອື່ນ, ເພື່ອຂຸດຄົ້ນຜົນປະໂຫຍດທັງໝົດໂດຍສັນຍາ RCEP ນໍາມາໃຫ້, ວຽກງານທໍາອິດວິສາຫະກິດຕ້ອງເຮັດແມ່ນຄົ້ນຄວ້າຄຳໝັ້ນສັນຍາຂອງສັນຍາຢ່າງລະອຽດ, ໂດຍສະ ເພາະແມ່ນບັນດາຄຳໝັ້ນສັນຍາກ່ຽວຂ້ອງເຖິງຂົງເຂດດຳເນີນທຸລະກິດຂອງຕົນ. ຕົວຢ່າງຄືຂັ້ນຕອນຫຼຸດຜ່ອນ ແລະຍົກເລິກພາສີສຳລັບສິນຄ້າຂອງຫວຽດນາມ ແລະຂອງບັນດາປະເທດເຂົ້າຮ່ວມສັນຍາ, ກົດວ່າດ້ວຍຕົ້ນກຳເນີດຂອງສັນຍາ, ຄຳໝັ້ນສັນຍາເປີດຕະຫຼາດໃນຂົງເຂດບໍລິການ ແລະການລົງທຶນ, ບັນດາຂໍ້ກຳນົດກ່ຽວກັບລະບອບລະບຽບການດ້ານພາສີ ແລະຫັນການຄ້າເປັນສະດວກ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.