ຕອນຄ່ຳວັນທີ 12 ກັນຍາ, ຢູ່ມະຫາວິທະຍາໄລກີວລອງ (ເມືອງລອງໂຮ່, ແຂວງວິ້ງລອງ) ໄດ້ຈັດຕັ້ງຮອບຊີງຊະນະເລີດການແຂ່ງເວົ້າພາສາຫວຽດ ສຳລັບຊາວຕ່າງປະເທດ ດ້ວຍຫົວຂໍ້ວ່າ “ຫວຽດນາມໃນໃຈຂອງຂ້າພະເຈົ້າ”.
ເນື້ອໃນຍ້ອງຍໍມູນເຊື້ອ, ປະຫວັດສາດ ແລະ ວັດທະນະທຳຫວຽດນາມ; ຄວາມຮູ້ສຶກກ່ຽວກັບຊາວຫວຽດນາມ; ຮູ້ສຶກເຖິງທຳມະຊາດ ແລະ ທັດສະນິຍະພາບຂອງຫວຽດນາມ; ປະສົບການຮຽນພາສາຫວຽດ, ຄວາມຊົງຈຳຂອງນັກສຶກສາຕ່າງປະເທດເມື່ອຮຽນ ແລະ ດຳລົງຊີວິດຢູ່ ຫວຽດນາມ; ບົດເລື່ອງທີ່ມີຄວາມໝາຍກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ ຫວຽດນາມ ແລະ ປະເທດຂອງບັນດານັກສຶກສາຕ່າງປະເທດ.
![]() |
| ທີມ Number one ກີວລອງ (ນັກສຶກສາລາວ) ໄດ້ຮັບລາງວັນທີໜຶ່ງໃນການແຂ່ງເວົ້າພາສາຫວຽດ |
ຕາມທ່ານປາລິນຍາເອກ ຫງວຽນແທ່ງຢຸງ, ຮອງອຳນວຍການໂຮງຮຽນມະຫາວິທະຍາໄລ ກີວລອງ ໃຫ້ຮູ້ວ່າ ການເເຂ່ງຂັນແມນ່ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຮຽນຮູ້ ແລະ ຍົກສູງຄຸນນະພາບການບຳລຸງສ້າງໃຫ້ນັກສຶກສາຕ່າງປະເທດ. ຮອບແຂ່ງຂັນທຳອິດ ມີ 6 ທີມ (ແຕ່ລະທີມມີ 3 ຄົນ) ເຊິ່ງເປັນນັກສຶກສາຕ່າງປະເທດທີ່ຮຽນຢູ່ມະຫາວິທະຍາໄລ ກີວລອງ ລົງທະບຽນເຂົ້າຮ່ວມການແຂ່ງຂັນ.
ກ່ອນໜ້ານີ້, ຮອບແຂ່ງຂັນທຳອິດໄດ້ຈັດຂຶ້ນໃນວັນທີ 5 ກັນຍາ, ຄະນະຈັດຕັ້ງໄດ້ຄັດເລືອກ 3 ທີມດີເດັ່ນເພື່ອເຂົ້າສູ່ຮອບສຸດທ້າຍ, ໃນນັ້ນມີ: ທີມຫວຽດນາມທີ່ຮັກແພງ (ນັກສຶກສາລາວ); ທີມ Number one ກີວລອງ (ນັກສຶກສາລາວ) ແລະ ທີມນັກສຶກສາ ກຳປູເຈຍ.
ໃນຮອບນີ້, ແຕ່ລະທີມຈະບັນລະຍາຍໂດຍກົງເປັນພາສາຫວຽດ ໃນເວລາ 7 ນາທີ; ສົມທົບກັບບັນດາຮູບການປະກອບເພີ່ມເຕີມ; ຫ້າມໃຊ້ເອກະສານທີ່ກຽມໄວ້ (ບໍ່ໃຫ້ອ່ານເອກະສານໃນລະຫວ່າງການແຂ່ງເວົ້າ).
ໃນຕອນທ້າຍຂອງການແຂ່ງຂັນ, ທີມ Number one ກີວລອງ (ນັກສຶກສາລາວ) ດີເລີດ ສາມາດຄວ້າໄດ້ລາງວັນທີ 1 ໃນການແຂ່ງຂັນ. ທິມ Number one ກີວລອງ ຈະເປັນກຽດເປັນຕົວແທນ ໂຮງຮຽນມະຫາວິທະຍາໄລ ກີວລອງ ເຂົ້າຮ່ວມ ການແຂ່ງຂັນຂັ້ນເຂດໃນການແຂ່ງເວົ້າພາສາຫວຽດ ສຳລັບຊາວຕ່າງປະເທດໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ຈັດຕັ້ງ. ຄາດວ່າຈະຈັດໃນເດືອນຕຸລາ ທີ່ຈະມາເຖິງ.
ດີງເລື້ອງ
ຂ່າວທີ່ກ່ຽວຂ້ອງ
ນັກສຶກສາສາກົນ 160 ຄົນເຂົ້າຮ່ວມການປະກວດປາກເວົ້າພາສາຫວຽດ
ຊຸກຍູ້ການຮຽນພາສາຫວຽດ ຢູ່ພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ລາວ
ເປີດຕົວສູນການສຶກສາ ຫວຽດນາມວິທະຍາ ແຫ່ງທຳອິດ ຢູ່ໂອຊາກ້າ (ຍີ່ປຸ່ນ)
ທ່ານອາດຈະມັກ
ຜູ້ບ່າວຊາວຕ່າງປະເທດ 3 ຄົນ ແມ່ນທູດພາສາຫວຽດນາມ
ການທູດປະຊາຊົນຕ້ອງເປັນເຈົ້າການໃນການເໝາະສົມ, ບຸກທະລຸ, ສ້າງສັນ, ເເທດຈິງ, ປະສິດທິຜົນ
ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງ 75 ປີ: ຄວາມຮັບຜິດຊອບ ແລະ ຄວາມພາກພູມໃຈຂອງຊາວໜຸ່ມລຸ້ນ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.
ຊຸກຍູ້ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ເອີລົບ: ຈາກການເຊື່ອມຕໍ່ບັນດານັກຊ່ຽວຊານ, ນັກຮຽນຮູ້ ເຖິງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ.
ແບ່ງປັນຈາກຫວຽດນາມ
