ເຂດອານຸສອນສະຖານປະທານໂຮ່ຈິມິນ: ສະຖານທີ່ສຶກສາມູນເຊື້ອມິດຕະພາບ ຫວຽດນາມ-ລາວ

15:39 | 17/09/2023

ຍສໝ - ເຂດອານຸສອນສະຖານປະທານໂຮ່ຈິມິນ ຢູ່ທີ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ ແມ່ນໂຄງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ເພື່ອຈາລຶກການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມິນ. ເຂດອານຸສອນສະຖານນີ້ ປັດຈຸບັນບໍ່ສະເພາະແຕ່ເປັນສັນຍາລັກເທົ່ານັ້ນ ແຕ່ຫາກຍັງເປັນບ່ອນສຶກສາມູນເຊື້ອຄວາມສາມັກຄີມິດຕະພາບ ຫວຽດນາມ ແລະ ລາວ ໃຫ້ແກ່ຄົນຮຸ່ນໜຸ່ມຂອງສອງຊາດອີກດ້ວຍ.

ງານພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ຢູ່ ໄທ ງານພົບປະແລກປ່ຽນມິດຕະພາບ ຫວຽດນາມ-ລາວ ຢູ່ ໄທ
ບັນດາອະນຸສອນສະຖານ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະລາວໃນດິນແດນຫວຽດ ບັນດາອະນຸສອນສະຖານ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະລາວໃນດິນແດນຫວຽດ

ເຂດອານຸສອນສະຖານນີ້ຕັ້ງຢູ່ໃກ້ກັບແຄມແມ່ນໍ້າຂອງທີ່ງຽບສະງັດ ງາມສະຫງ່າ. ເຂດອານຸສອນສະຖານຂອງປະທານໂຮ່ຈິມິນ ແມ່ນເຂດທີ່ເພິ່ນເຄີຍເຄື່ອນໄຫວປະຕິວັດກ່ອນໜ້ານີ້ 90 ປີ. ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ຢູ່ເຂດນີ້ໃຫ້ຮູ້ວ່າ: ໄລຍະທີ່ປະທານໂຮ່ຈິມິນ ລີ້ໄພຢູ່ໄທນັ້ນ, ເພິ່ນມັກຈະຂີ່ເຮືອຂ້າມມາແຂວງຄຳມ່ວນຂອງລາວ ເພື່ອພົບປະ, ໂອ້ລົມກັບພີ່ນ້ອງຊາວຫວຽດນາມ ແລະ ລາວ ຢູ່ໃນບ້ານຊຽງຫວາງເປັນປະຈຳ.

ເຂດອານຸສະຖານປະທານໂຮ່ຈິມິນຢູ່ທີ່ບ້ານຊຽງວາງ ເມືອງໜອງບົກ ແຂວງຄຳມ່ວນ.
ເຂດອານຸສອນສະຖານປະທານໂຮ່ຈິມິນ ຢູ່ທີ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ.

ນາງ ເລຖິຮ່າ ຜູ້ທີ່ກຳເນີດ ແລະ ເຕີບໃຫ່ຍຢູ່ກັບບ້ານຊຽງຫວາງ ເລົ່າວ່າ: ພໍ່ເຖົ້າ, ແມ່ເຖົ້າ ແລະ ຜູ້ເປັນພໍ່ແມ່ມັກຈະບອກສອນລູກເຕົ້າໃນຄອບຄົວໃຫ້ປົກປັກຮັກສາສີສັນວັດທະນະທຳ, ພາສາ ແລະ ຮີດຄອງຂອງຊົນຊາດຫວຽດໄວ້.

ເຂດອານຸສະຖານປະທານໂຮ່ຈິມິນເປັນບ່ອນສຶກສາອົບຮົມມູນເຊື້ອມິດຕະພາບຫວຽດນາມ-ລາວ.
ເນື່ອງໃນວັນຄ້າຍວັນເກີດຂອງປະທານໂຮ່ຈິມິນ, ວັນຊາດຫວຽດນາມ ປະຊາຊົນທັງລາວ ແລະ ຫວຽດນາມ ໄດ້ພ້ອມກັນມາທີ່ເຂດອານຸສອນສະຖານຂອງປະທານໂຮ່ຈິມິນ ເພື່ອໄຕ້ທູບທຽນໃຫ້ແກ່ດວງວິນຍານຂອງເພິ່ນ.

ນາງ ຮ່າ ເລົ່າວ່າ: ເມື່ອຮອດຍາມບຸນປະເພນີ ແລະ ງານຕ່າງໆ ປະຊາຊົນທັງເຖົ້າແກ່ ຊາຍໜຸ່ມ ຍິງສາວ ໄດ້ພ້ອມພຽງກັນມາທີ່ນີ້ ເພື່ອໄຫວ້ ແລະ ຈູດທູບທຽນບູຊາໃຫ້ເພິ່ນ, ເລົ່າສູ່ກັນຟັງກ່ຽວກັບເລື່ອງລາວຄຸນສົມບັດອ່ອນນ້ອມຖ່ອມຕົນ, ຜົນງານ ແລະ ຄວາມຮັກແພງຂອງເພິ່ນທີ່ມີຕໍ່ປະຊາຊົນ.

ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນ ແລະ ວັນຊາດຫວຽດນາມ, ຊຶ່ງເປັນວັນທີ່ປະຊາຊົນທັງລາວ ແລະ ຫວຽດນາມ ໄດ້ພ້ອມກັນມາທີ່ນີ້ ເພື່ອຈູດທູບທຽນ ໄຫວ້ອາໄລຫາເພິ່ນ. ຜູ້ເຖົ້າ ຜູ້ແກ່ ແລະ ພໍ່ແມ່ໄດ້ເລົ່າສູລູກຫຼານຟັງກ່ຽວກັບເລື່ອງລາວຂອງລຸງມາທີ່ນີ້ ແລະ ບອກໃຫ້ລູກຫຼານດຳລົງຊີວິດດ້ວຍຄວາມດີ ຄວາມງາມ ພ້ອມກັນເຮັດວຽກ ສ້າງສາພັດທະນາປະເທດຊາດ.

ເຂດອານຸສອນສະຖານປະທານໂຮ່ຈິມິນ: ສະຖານທີ່ສຶກສາມູນເຊື້ອມິດຕະພາບ ຫວຽດນາມ-ລາວ
ເນື່ອງໃນວັນຄ້າຍວັນເກີດຂອງປະທານໂຮ່ຈິມິນ, ວັນຊາດຫວຽດນາມ ປະຊາຊົນທັງລາວ ແລະ ຫວຽດນາມໄດ້ພ້ອມກັນມາທີ່ເຂດອານຸສອນສະຖານຂອງປະທານໂຮ່ຈິມິນ ເພື່ອໄຕ້ທູບທຽນໃຫ້ແກ່ດວງວິນຍານຂອງເພິ່ນ.

ບ້ານຊຽງຫວາງມີ 157 ຫຼັງຄາເຮືອນ, ມີພົນລະເມືອງຫຼາຍກວ່າ 900 ຄົນ ໃນນັ້ນມີຮຸ່ນຄົນທີ່ມີທັງສອງສາຍເລືອດ ລາວ ແລະ ຫວຽດນາມ. ຊາວຫວຽດນາມດຳລົງຊີວິດຢູ່ທີ່ນີ້ມີຈິດໃຈເອື້ອເຟື້ອເພື່ອແຜ່, ມິຄວາມສາມັກຄີກັນດີ ແລະ ໄດ້ປະກອບສ່ວນເຂົ້າໃນວຽກງານການພັດທະນາທ້ອງຖິ່ນໄດ້ເປັນຢ່າງດີ ເຊັ່ນ: ສ້າງຫ້ອງການ, ໂຮງຮຽນ...ແຕ່ປີ 1995 ເປັນຕົ້ນມາ ຊາວຫວຽດນາມ ຢູ່ບ້ານຊຽງຫວາງ ກໍໄດ້ສັນຊາດລາວໝົດແລ້ວ.

ທ່ານ ອຸທອນຖະຫວິນ ວໍລະຈັກ, ຮອງເຈົ້າເມືອງໜອງບົກ ໃຫ້ຮູ້ວ່າ: ເຂດອານຸສອນສະຖານປະທານໂຮ່ຈິມິນ ໄດ້ກາຍເປັນທີ່ຮູ້ຈັກຂອງຊາວລາວ ແລະ ຫວຽດນາມ ແລະ ເປັນສະຖານທີ່ເຄົາລົບບູຊາ, ເປັນບ່ອນສະແດງຄວາມຮູ້ບຸນຄຸນຂອງປະຊາຊົນທີ່ມີຕໍ່ປະທານໂຮ່ຈິມິນ ຊຶ່ງເພິ່ນເປັນເພື່ອນຜູ້ຍິ່ງໃຫ່ຍຂອງປະຊາຊົນລາວ.

ແຕ່ລະປີອົງການປົກຄອງທ້ອງຖິ່ນໄດ້ປຸກລະດົມພໍ່ແມ່ປະຊາຊົນໃນບ້ານໄປອະນາໄມທຳຄວາມສະອາດໃນເຂດອານຸສອນສະຖານດັ່ງກ່າວ, ປຸກລະດົມຂົນຂວາຍຊາວໜູຸ່ມ ແລະ ອົງການຈັດຕັ້ງຕ່າງໆ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ເຂົ້າຮ່ວມປົກປັກຮັກສາມູນເຊື້ອອັນດີງາມຂອງສອງຊາດ ລາວ-ຫວຽດນາມ ໄວ້ໃຫ້ໝັ້ນຄົງທະນົງແກ່ນ.

ທ່ານ ອຸທອນ ທະວີໂນລະສັກ, ຮອງເຈົ້າເມືອງໆ ໜອງບົກ.
ທ່ານ ອຸທອນຖະຫວິນ ວໍລະຈັກ, ຮອງເຈົ້າເມືອງໜອງບົກ.

ທ່ານ ອຸທອນຖະຫວິນ ວໍລະຈັກ, ຮອງເຈົ້າເມືອງໜອງບົກ ໃຫ້ຮູ້ວ່າ: ປະທານໂຮ່ຈິມິນ ສັ່ງໄວ້ວ່າ: ຈົ່ງສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອປົດປ່ອຍສອງຊາດອອກຈາກການເປັນຂ້ອຍຂ້າ, ເສີມຂະຫຍາຍນໍ້າໃຈຮັກຊາດ ແລະ ຄວາມສາມັກຄີໃນໝູ່ປະຊາຊົນ. ປັດຈຸບັນ ສະມາຄົມຊາວຫວຽດນາມຢູ່ທີ່ນີ້ ຍັງສືບຕໍ່ຮັກສາມູນເຊື້ອດັ່ງກ່າວ ແລະ ຖ່າຍທອດໃຫ້ເຊັ່ນລູກຫຼານສືບຕໍ່ກັນໄປ, ອຳນາດການປົກຄອງກໍໄດ້ອົບຮົມສຶກສາມູນເຊື້ອດັ່ງກ່າວໃຫ້ກັບນັກຮຽນຊັ້ນປະຖົມ ມັດທະຍົມສືບທອດກັນມາ ແລະ ກຳລັງມີແຜນສະເໜີເອົາແນວຄິດໂຮ່ຈິມິນ ແລະ ແນວຄິດໄກສອນພົມວິຫານ ເຂົ້າໃນໂຄງການຫຼັກສູດການຮຽນ ການສອນຕື່ມອີກ.

ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ຜົນງານອັນຍີ່ງໃຫ່ຍຂອງປະທານໂຮ່ຈິມິນ, ພັກ, ລັດຖະບານ ແລະ ປະຊາຊົນສອງຊາດໄດ້ລົງທຶນກໍ່ສ້າງເຂດອານຸສອນສະຖານດັ່ງກ່າວໃນເນື້ອທີ່ກວ້າງ 1,5 ເຮັກຕາ ຊຶ່ງປະກອບດ້ວຍຫ້ອງວາງສະແດງຮູບພາບ, ເອກະສານທາງປະຫວັດສາດຂອງປະທານໂຮ່ຈິມິນ ພ້ອມທັງເຂດທັດສະນີຍະພາບຕົ້ນໄມ້ໃບຫຍ້າ ແລະ ໜອງປາ...

ໃນນັ້ນ, ໂດດເດັ່ນກວ່າໝູ່ກໍຄືຫໍໄຫວ້ປະທານໂຮ່ຈິມິນ ຊຶ່ງກຳລັງຖືກສ້າງ ແລະ ອອກແບບຕາມວັດທະນະທຳດັ້ງເດີມຂອງຫວຽດນາມ ລວມມີສອງຊັ້ນ ຫຼັງຄາມຸງດ້ວຍດິນຂໍ, ລະບຽງ ແລະ ເດີ່ນປູດ້ວຍດິນຈີ່ທີ່ມີຮູບລວາດລາຍທີ່ງ່າຍດາຍ ແຕ່ກໍບົ່ງບອກເຖິງຄວາມສະຫງ່າໄດ້ດີທີ່ສຸດ. ຫ້ອງໃຈກາງຂອງອາຄານມີຮູບປັ້ນຂອງປະທານໂຮ່ຈິມິນ ທີ່ເຮັດດ້ວຍທອງແດງຕັ້ງຢ່າງສະຫງ່າຜາເຜີຍ, ຢູ່ສອງຟາກຂ້າງຮູບປັ້ນມີຄຳທວາຍ (ປະຕິຄູ່).

ທ່ານ ໄພມະນີ ພົມມະສານ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງຄຳມ່ວນ, ຫົວໜ້າຄຸ້ມຄອງເຂດອານຸສະຖານປະທານໂຮ່ຈິມິນໃຫ້ຮູ້ວ່າ: ເຂດອານຸສະຖານດັ່ງກ່າວຍັງໄດ້ວາງສະແດງຫຼາຍເອກະສານ, ປື້ມ, ຮູບພາບກ່ຽວກັບປະທານໂຮ່ຈິມິນ ໂດຍສະເພາະແມ່ນຮູບພາບຂອງຄະນະນຳຂັ້ນສູງຂອງສອງປະເທດທີ່ມາຢ້ຽມຢາມສະຖານທີ່ແຫ່ງນີ້ໃນໄລຍະຜ່ານມາ.

ທ່ານ ໄພມະນີ ພົມມະສານ, ຮອງຫົວໜ້າຫ້ອງວ່າການ ແຂວງຄຳມ່ວນ ກ່າວວ່າ: ຄະນະຮັບຜິດຊອບອານຸສອນສະຖານໄດ້ເສີມຂະຫຍາຍບົດບາດ, ຄຸນຄ່າຂອງເຂດອານຸສອນສະຖານໃຫ້ກາຍເປັນສະຖານທີ່ທີ່ຮູ້ຈັກກັນຢ່າງກວ້າງຂວາງ, ພວກເຮົາໄດ້ຈັດຕັ້ງການຢ້ຽມຢາມທັດສະນະຊອກຮູ້ໃຫ້ພະນັກງານ, ນັກຮຽນ, ນັກສຶກສາ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຕໍ່ກັບແນວຄິດ ແລະ ຄຸນສົມບັດຂອງປະທານໂຮ່ຈິມິນ.

ທ່ານ ໄພມະນີ ພົມມະສານ ຮອງຫົວໜ້າຫ້ອງວ່າການ ແຂວງຄຳມ່ວນ, ຫົວໜ້າຮັບຜິດຊອບອານຸສະຖານປະທານໂຮ່ຈິມິນ..
ທ່ານ ໄພມະນີ ພົມມະສານ ຮອງຫົວໜ້າຫ້ອງວ່າການ ແຂວງຄຳມ່ວນ, ຫົວໜ້າຮັບຜິດຊອບອານຸສອນສະຖານປະທານໂຮ່ຈິມິນ.

ປັດຈຸບັນ, ເຂດອານຸສອນສະຖານປະທານໂຮ່ຈິມິນ ບໍ່ສະເພາະແຕ່ເປັນສັນຍາລັກທີ່ມີຊີວິດຊີວາຂອງຄວາມສາມັກຄີລາວ-ຫວຽດນາມເທົ່ານັ້ນ ແຕ່ຫາກຍັງເປັນສະຖານທີ່ໂຄສະນາ, ສຶກສາຄົນຮຸ່ນໜຸ່ມໃຫ້ຮູ້ ແລະ ເຄົາລົບສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ, ຊື່ສັດບໍລິສຸດລະຫວ່າງສອງຊາດ ຊຶ່ງປະທານໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ແລະ ການນຳຮຸ່ນຕ່າງໆ, ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ພ້ອມກັນເພີ່ມພູນຄູນສ້າງກັນມາແຕ່ດົນນານອີກດ້ວຍ.

ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020)
50 ປີ ແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ 50 ປີ ແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ

ລູກເມືອງພວນ

https://vov.vn/chinh-tri/khu-luu-niem-chu-tich-ho-chi-minh-noi-giao-duc-truyen-thong-huu-nghi-viet-lao-post1043163.vov

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ