50 ປີ ແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ

16:40 | 23/04/2019

ຍສໝ - ປີ 2019 ແມ່ນ ປີ ເຊິ່ງຫວຽດນາມ ປະຕິບັດຄຳພິໄນກຳຂອງ ປະທານ ໂຮ່ຈີມິນ ຄົບຮອບ 50 ປີ. 50 ປີ ແຫ່ງການປະຕິບັດຄຳພິໄນກຳຂອງ ປະທານ ໂຮ່ຈີມິນ, ປະເທດຊາດຫວຽດນາມກໍ່ຍາດໄດ້ຜົນງານສຳຄັນຫລາຍຢ່າງທີ່ເປັນໜ້າເອກອ້າງທະນົງໃຈ.

50 ປີ ແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ

ປະທານ ໂຮ່ຈີມິນ. ພາບ: baodongnai.com.vn

ຄຳພິໄນກຳ ແມ່ນເອກະສານປະຫວັດສາດອັນປະເສີດເລີດລ້ຳ, ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງກ່ຽວກັບກິພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງປະເທດຂາດຫວຽດນາມ, ແມ່ນການອອກແບບທິດສະດີກ່ຽວກັບການປ່ຽນແປງໃໝ່ ແລະ ພັດທະນາ, ການຄາດຄະເນໃນອະນາຄົດຂອງປະເທດຊາດ ພາຍຫລັງການປະຕິວັດໄດ້ຮັບໄຊຊະນະຢ່າງສີ້ນເຊີງກ້າວເຂົ້າສູ່ການສ້າງສາ ແລະ ພັດທະນາ.

ແນວຄິດທີ່ພົ້ນເດັ່ນອື່ນໆໃນຄຳພິໄນກຳຂອງປະທານ ໂຮ່ຈີມິນ ແມ່ນແນວຄິດເຄົາລົບນັບຖືປະຊາຊົນ, ສະໜິດຕິດພັນກັບປະຊາຊົນ. ບົດພິໄນກຳໄດ້ເຕື້ອງເຖິງບັນດານະໂຍບາຍ ແລະ ມາດຕະການສຳລັບທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ພໍ່ແມ່, ລູກເມຍຂອງເຂົາເຈົ້າ, ສຳລັບແມ່ຍິງ, ຊາວໜຸ່ມ, ຊາວນາ, ພໍ່ແມ່ປະຊາຊົນຢູ່ເຂດທົ່ງພຽງກໍ່ຄືເຂດພູດອຍ, ຕ້ອງມີແຜນການທີ່ດີເພື່ອພັດທະນາເສດຖະກິດ ແລະ ວັດທະນະທຳ ແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ; ພັດທະນາການສຶກສາ, ວຽກງານສາທາລະນະສຸກ...

ກ່ຽວກັບລັດທິສັງຄົມນິຍົມ ແລະ ການປ່ຽນແປງໃໝ່, ໃນບົດພິໄນກຳ, ປະທານ ໂຮ່ຈີມິນ ໄດ້ຍົກອອກທັດສະນະກ່ຽວກັບສັງຄົມນິຍົມ “ສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ, ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດການປະຕິວັດໂລກ.

50 ປີ ແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ

ຄຳພິໄນກຳຂອງປະທານ ໂຮ່ຈີມິນ. ພາບ: baodongnai.com.vn

ໃນບົດພິໄນກຳປະຫວັດສາດຂອງ ປະທານ ໂຮ່ຈີມິນ, ຄຳບອກເຕືອນທຳອິດແມ່ນເວົ້າກ່ຽວກັບພັກ. ນັ້ນກໍ່ແມ່ນບັນຫາ ເຊິ່ງເພີ່ນມີຄວາມເປັນຫ່ວງເປັນໄຍໃນຕະຫລອດຊີວິດການເຄື່ອນໄຫວປະຕິວັດຂອງຕົນ ຍ້ອນວ່າພັກແມ່ນປັດໄຈສຳຄັນທີ່ຕັດສິນທຸກໄຊຊະນະຂອງການປະຕິວັດ. ໂດຍປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ, ໃນ 50 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ໄດ້ຍູ້ແຮງວຽກງານກໍ່ສ້າງ, ປັບປຸງພັກ. ພັກໄດ້ມີບັນດາບາດກ້າວເຕີບໃຫຍ່ຂະຫຍາຍຕົວກ່ຽວກັບການກໍ່ສ້າງ, ພັດທະນາແນວທາງການປະຕິວັດ, ຮັກສາບົດບາດຂອງພັກກຳອຳນາດໃຫ້ໝັ້ນຄົງ.

ພ້ອມກັນນັ້ນ, ພັກ ແລະ ລັດ ໄດ້ປະກາດໃຊ້ບັນດານະໂຍບາຍສັງຄົມມຸ່ງໄປເຖິງການຮັບໃຊ້ຜົນປະໂຫຍດຂອງປະຊາຊົນ ຫວຽດນາມ, ຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈ ແລະ ວັດຖຸຮັບໃຊ້ມະນຸດ, ກຳນົດມະນຸດທັງເປັນເປົ້າໝາຍທັງເປັນກຳລັງໜູນທັງເປັນເຈົ້າປະດິດຄິດສ້າງວັດຖຸສິ່ງຂອງທຸກຢ່າງ; ຊີ້ນຳນຳພາປະຊາຊົນປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ບັນລຸໄດ້ບັນດາຜົນງານຍິ່ງໃຫຍ່ໃນບັນດາຂົງເຂດການເມືອງ, ເສດຖະກິດ - ສັງຄົມ, ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.

(ໄຊພອນ)

ເຫດການ