ລາຍການສະແດງສິລະປະພິເສດ: ບົດເພງມະຫາກາບອະມະຕະ: ສານກ່ຽວກັບຄວາມຄາດຫວັງສັນຕິພາບຂອງປະຊາຊົນ ຫວຽດນາມ

00:00 | 20/08/2023

ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຝາກຄຳຢື້ຢາມຖາມຂ່າວ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ...

ລາຍການສະແດງສິລະປະພິເສດ: ບົດເພງມະຫາກາບອະມະຕະ: ສານກ່ຽວກັບຄວາມຄາດຫວັງສັນຕິພາບຂອງປະຊາຊົນ ຫວຽດນາມ

ການສະແດງສິລະປະທີ່ລາຍການ(ພາບ:VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫາຍເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 27/7/2023), ຕອນຄ່ຳວັນທີ 19 ກໍລະກົດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປັນເຈົ້າພາບ, ສົມທົບກັບຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ - ຫວູງເຕົາ ແລະ ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ຈັດລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ “ບົດເພງມະຫາກາບອະມະຕະ”. ລາຍກາຍໄດ້ເຊື່ອມຕໍ່ຖ່າຍທອດສົດຢູ່ 2 ສະຖານທີ່. ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມລາຍການຢູ່ສຸສານ ຮ່າງເຢືອງ, ເມືອງ ກົນດ໋າວ, ແຂວງ ບ່າເຣ້ຍ - ຫວູງເຕົາ; ເຂົ້າຮ່ວມຢູ່ສະຖານທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຝາກຄຳຢື້ຢາມຖາມຂ່າວ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ:

“ເພື່ອສົມກັບບັນດາການອຸທິດສ່ວນ, ການເສຍສະຫຼະຊີວິດຂອງລຸ້ນກ່ອນ, ພວກເຮົາຈະສືບຕໍ່ປະຕິບັດບັນດາວຽກງານຕອບບຸນແທນຄຸນໃຫ້ເປັນຢ່າງດີ. ປົວແປງ, ບູລະນະປະຕິສັງຂອນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ, ກິດຈະກຳຈົດຈຳບຸນຄຸນ ເພື່ອແນໃສ່ສຶກສານ້ຳໃຈຮັກຊາດໃຫ້ລຸ້ນຄົນຕໍ່ໄປ. ປະຫວັດສາດທີ່ພິລະອາດຫານ, ພ້ອມກັບຄວາມຄາດຫວັງພັດທະນາສັນຕິພາບ, ວັດທະນາຖາວອນ, ຜາສຸກ ແມ່ນກຳລັງດ້ານຈິດໃຈທີ່ລ້ຳຄ່າ ເພື່ອເພີ່ມກຳລັງແຮງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ, ພັດທະນາ, ປົກປັກຮັກສາປະເທດຊາດຢ່າງມີໄຊ”.

ດີງເລື້ອງ

ເຫດການ
302 Found

Found

The document has moved here.