ຫວຽດນາມເປັນປະທານຮ່ວມໂຄງການຕີລາຄາຄວາມສາມາດຮັກສາສັນຕິພາບຂອງສະຫະປະຊາຊາດ

09:25 | 15/09/2023

ຍສໝ - ວັນ​ທີ 13 ກັນຍາ​ນີ້, ຢູ່​ສູນ​ຝຶກ​ທະຫານ​ແຫ່ງ​ຊາດ 4 (ຮ່າ​ໂນ້ຍ), ​ໄດ້​ດຳ​ເນີນ​ພິທີ​ເປີດ​ໂຄງການ​ຕີ​ລາຄາ​ຄວາມ​ສາມາດ (CEPPP) ​ໃຫ້​ບັນດາ​ກຳລັງ​ກະກຽມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ແລະ ​ນັກ​ຊ່ຽວຊານ​ຮັກສາ​ສັນຕິພາບ​ຮອບ​ທີ 4 (2021-2023).

ເລື່ອງເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ປີ 2022 ຂອງກຳລັງກອງທັບ ແລະ ຕຳຫຼວດແມ່ນຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດຂອງ ຫວຽດນາມ ເລື່ອງເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ປີ 2022 ຂອງກຳລັງກອງທັບ ແລະ ຕຳຫຼວດແມ່ນຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດຂອງ ຫວຽດນາມ
UNICEF: ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການດູແລ ແລະ ປົກປ້ອງເດັກ UNICEF: ຫວຽດນາມ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນການດູແລ ແລະ ປົກປ້ອງເດັກ

ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ດຳເນີນໄປ ໃນລະຫວ່າງວັນທີ 4 – 23 ກັນຍາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດລາຍການຕີລາຄາກຳລັງຄວາມສາມາດສຳລັບກຳລັງທີ່ຈະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ກຸ່ມນັກຊ່ຽວຊານຮັກສາສັນຕິພາບ ຮອບວຽນທີ 4.

ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ຢູ່​ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ADMM+), ໂດຍ​ມີ​ການກຳກັບບັນຊາ​ຂອງ​ຫວຽດ​ນາມ ແລະ ຍີ່​ປຸ່ນ.

​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ພົນ​ເອກ ຟຸ່ງ ສີ​ຕານ, ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ CEPPP.

​ເຂົ້າ​ຮ່ວມ​ມີ​ບັນດາ​ການ​ນຳ​ບັນດາ​ອົງການ, ຫົວໜ່ວຍ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ສະຖານທູດ ​ແລະ ຜູ້ຕາງໜ້າ​ການ​ທະຫານ​ຂອງ​ບັນດາ​ປະ​ເທດ ADMM+ ປະຈຳ ຫວຽດນາມ, ຜູ້ຕາງໜ້າ​ຄະນະ​ເລຂາ ອາ​ຊຽນ ​ແລະ ບັນດາ​ຜູ້​ແທນ​ຂອງ 18 ປະ​ເທດ ADMM+.

ຫວຽດນາມເປັນປະທານຮ່ວມໂຄງການຕີລາຄາຄວາມສາມາດຮັກສາສັນຕິພາບຂອງສະຫະປະຊາຊາດ

ຫວຽດນາມເປັນປະທານຮ່ວມໂຄງການຕີລາຄາຄວາມສາມາດຮັກສາສັນຕິພາບຂອງສະຫະປະຊາຊາດ

ຕອນເຊົ້າວັນທີ 13 ກັນຍາ, ລາຍການໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ສູນຝືກແອບແຫ່ງຊາດ ເລກ4, ເມືອງໝີດຶກ, ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງ 18 ປະເທດ ADMM+ (ລວມມີ 10 ປະເທດ ອາຊຽນ ແລະ ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ, ອາເມລິກາ ແລະ ນິວຊີແລນ) ໂດຍຫວຽດນາມ ແລະ ຍີ່ປຸ່ນເປັນປະທານຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຝຸ່ງຊີເຕິນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ເນັ້ນໜັກວ່າ:

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ຂອບ​ຂະໜາດ​ໃຫຍ່​ຂອງ​ທັງ​ສອງ​ກຳລັງ ​ແລະ ດ້ວຍ​ວິທີ​ການ, ປະກອບສ່ວນ​ຢືນຢັນ​ບົດບາດ, ກຽດ​ສັກ​ສີ, ທີ່​ຕັ້ງ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ພາກ​ພື້ນ. ແລະ​ໃນ​ຂອບ​ເຂດ​ຂອງ ADMM+

ຫວຽດນາມເປັນປະທານຮ່ວມໂຄງການຕີລາຄາຄວາມສາມາດຮັກສາສັນຕິພາບຂອງສະຫະປະຊາຊາດ
ທ່ານພົນໂທ ຝຸ່ງຊີເຕິນ ຮອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ

ດ້ວຍການເຂົ້າຮ່ວມຂອງ ນັກຊ່ຽວຊານ, ສຳມະນາກອນ, ນັກສັງເກດການ ເກືອບ 300 ຄົນທີ່ມາຈາກບັນດາປະເທດ ສະມາຊິກ ADMM+ ແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດ, ປະສິດທິຜົນ, ຄວາມສາມາດໃນການສົມທົບກັນຂອງກຳລັງນັກສັງເກດການ ການທະຫານ ເຊິ່ງມີການໜູນຊ່ວຍຈາກກົມກອງທະຫານຊ່າງ, ເສນາຮັກ ຂັ້ນຍຸດທະສາດຢູ່ຄະນະປະຕິບັດການຮັກສາສັນຕິພາບ ສປຊ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາຄະນະຜູ້ແທນໄດ້ແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ຝືກຝົນຫຼໍ່ຫຼອມທັກສະໃນການຜັນຂະຫຍາຍບັນດາໜ້າທີ່ຮັກສາສັນຕິພາບ, ຕິດແທດກັບສະພາບຕົວຈິງ ຢູ່ບັນດາຄະນະປະຕິບັດການຮັກສາສັນຕິພາບ ສປຊ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.