ກອງປະຊຸມຄະນະຊີ້ນຳສະຫຼຸບການປະຕິບັດມະຕິຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ

00:00 | 02/08/2023

ຍສໝ - ມະຕິເລກທີ 22 ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ເຊິ່ງກົມການເມືອງຊຸດທີ XI ປະກາດໃຊ້ກ່ອນນີ້ 10 ປີແມ່ນເອກະສານມີຄວາມໝາຍກຳນົດທິດຍຸດທະສາດ, ສ້າງຂີດໝາຍຫັນປ່ຽນສຳຄັນໃນຈີນຕະນາການເຊື່ອມໂຍງເຂົ້າກັບສາກົນຂອງພັກ, ລັດ ຫວຽດນາມ.

ຕອນເຊົ້າວັນທີ 02 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ສະຫຼຸບ 10 ປີແຫ່ງການປະຕິບັດມະຕິເລກທີ 22 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ” (ຄະນະຊີ້ນຳ), ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກ ແລະ ເຊິງໜ້າ ເຊື່ອມຕໍ່ຈາກສຳນັກງານລັດຖະບານ ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

ກອງປະຊຸມຄະນະຊີ້ນຳສະຫຼຸບການປະຕິບັດມະຕິຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຟ້າມິນຈີງ ເນັ້ນໜັກວ່າ ມະຕິເລກທີ 22 ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ເຊິ່ງກົມການເມືອງຊຸດທີ XI ປະກາດໃຊ້ກ່ອນນີ້ 10 ປີແມ່ນເອກະສານມີຄວາມໝາຍກຳນົດທິດຍຸດທະສາດ, ສ້າງຂີດໝາຍຫັນປ່ຽນສຳຄັນໃນຈີນຕະນາການເຊື່ອມໂຍງເຂົ້າກັບສາກົນຂອງພັກ, ລັດ ຫວຽດນາມ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ພ້ອມກັບບັນດາຜົນງານທີ່ບັນລຸໄດ້ນັ້ນ, ໃນວິວັດການຜັນຂະຫຍາຍປະຕິບັດມະຕິຍັງມີສິ່ງກີດຂວາງບາງຢ່າງ. ສະນັ້ນ, ຕ້ອງຕີລາຄາ, ໄຈ້ແຍກຜົນງານ, ບົດຮຽນ, ສະເໜີບັນດາໜ້າທີ່, ມາດຕະການແກ້ໄຂເພື່ອຍືນສະເໜີຕໍ່ກົມການເມືອງ ພິຈາລະນາ, ຊີ້ນຳກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃຫ້ສອດຄ່ອງກັບສະພາບການ.

ທີ່ກອງປະຊຸມ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ສະເໜີແຜນນະໂຍບາຍ, ການກຳນົດທິດ, ໜ້າທີ່, ມາດຕະການແກ້ໄຂ, ໂດຍສະເພາະແມ່ນມາດຕະການແກ້ໄຂທີ່ມີລັກສະນະບຸກທະລຸ ເພື່ອຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ເມື່ອປະຕິບັດມະຕິສະບັບນີ້, ພວກເຮົາຈະຫັນມາສູ່ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນໃນທຸກຂົງເຂດຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ສັງຄົມ, ວິທະຍາສາດເຕັກໂນໂລຢີ, ການສຶກສາບຳລຸງສ້າງ… 10 ປີຜ່ານມາ, ພວກເຮົາບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າທີ່ສຸດ. ຖານະບົດບາດຂອງ ຫວຽດນາມ ຖືກຍົກສູງຂຶ້ນໃນເວທີສາກົນ, ຈາກນັ້ນ, ພວກເຮົາມີກຳລັງຕື່ມອີກ. ຫວຽດນາມ ໄດ້ເຊັ້ນສັນຍາການຄ້າເສລີ (FTA) 16 ສະບັບ ແລະ ພວມສືບຕໍ່ເຈລະຈາສັນຍາສະບັບຕ່າງໆ. ໃນ 10 ປີຜ່ານມາ, ໄດ້ຍົກລະດັບການພົວພັນກັບ 7 ປະເທດຂຶຶ້ນ ເປັນຄູ່ຮ່ວມມືຍຸດທະສາດ ຫຼື ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ 7 ປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານ. ຈາກນັ້ນປະກອບສ່ວນສ້າງເຄືອຂ່າຍຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ກັບ 33 ປະເທດໃນໂລກ.

ດີງເລື້ອງ

ເຫດການ