ທາງລົດໄຟສາຍທຳອິດທີ່ເຊື່ອມຕໍ່ເມືອງ ສີເຈຍຈວງ (ຈີນ) - ຮ່າໂນ້ຍ

10:55 | 11/08/2023

ຍສໝ - ວັນ​ທີ 2 ສິງ​ຫາ 2023, ຢູ່​ສະ​ຖາ​ນີ​ລົດໄຟ ອຽນ​ວຽນ, ບໍລິສັດໃຫຍ່ທາງ​ລົດ​ໄຟ ​ຫວຽດ​ນາມ ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ລົດ​ໄຟຖ້ຽວທຳ​ອິດ​ໃນ​ເສັ້ນ​ທາງ ສີເຈຍຈວງ (Shíjiāzhuāng, ຈີນ) - ອຽນ​ວຽນ (ຫວຽດ​ນາມ).

ສ້າງການຮ່ວມທຶນ ຫວຽດນາມ-ລາວ ເພື່ອສຶກສາ ແລະ ກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວູງອ່າງ ສ້າງການຮ່ວມທຶນ ຫວຽດນາມ-ລາວ ເພື່ອສຶກສາ ແລະ ກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວູງອ່າງ
ລົດໄຟ ເໜືອ-ໃຕ້ ໄດ້ເຂົ້າທອບ 10 ຖ້ຽວລົດໄຟຂ້າມຄືນທີ່ດີທີ່ສຸດໃນໂລກ ລົດໄຟ ເໜືອ-ໃຕ້ ໄດ້ເຂົ້າທອບ 10 ຖ້ຽວລົດໄຟຂ້າມຄືນທີ່ດີທີ່ສຸດໃນໂລກ

ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ​ສາກົນຖ້ຽວ​ທຳ​ອິດ ​ຈາກ​ນະຄອນ​ ສີເຈຍຈວງ - ​ແຂວງ ເຫີເປີ່ຍ (ຈີນ) ຫາ ຮ່າ​ໂນ້ຍ - ຫວຽດນາມ ມີ​ໄລຍະ​ທາງຍາວ 2700 ກິ​ໂລ​ແມັດ, ​ໃຊ້​ເວລາ 4-5 ວັນ ດ້ວຍ 23 ຕູ້, ບັນທຸກ​ສິນຄ້າ​ເກືອບ 800 ​ໂຕນ​ ປະກອບມີ​ອຸປະກອນ​ໂລຫະ, ສານ​ເຄມີ ແລະ ປຸຍ.

ທາງ​ລົດໄຟຈາກ ສີເຈຍຈວງ ​ໄປ​ອຽນ​ວຽນ​ ໄດ້​ເປີດ​ເສັ້ນ​ທາງ​ຂົນ​ສົ່ງ​ໃໝ່​ໃຫ້​ບັນ​ດາ​ຜູ້​ຜະ​ລິດ ​ແລະ ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ; ​ເປັນ​ຂີດ​ໝາຍ​ຄວາມ​ມານະ​ພະຍາຍາມ​ເຊື່ອມ​ໂຍງ​ຂອງ​ວິ​ສາ​ຫະກິດ​ຂົນ​ສົ່ງ​ຂອງບໍລິສັດໃຫຍ່ທາງ​ລົດ​ໄຟ​ຫວຽດ​ນາມ ​ແລະ ບັນດາ​ວິ​ສາ​ຫະກິດ​ແຂວງ ເຫີເປີ່ຍ ​ໃນ​ການຈັດ​ຕັ້ງຖ້ຽວລົດ​ໄຟ​ໄປໂດຍກົງ, ​ເຮັດ​ໃຫ້​ເວລາ​ຄົມມະນາຄົມ​ສັ້ນ​ລົງ ​ແລະ ສະດວກ​ກວ່າ​ໃນ​ການ​ປະຕິບັດ​ບັນດາ​ລະບຽບ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກສິນຄ້າ.

ທາງລົດໄຟສາຍທຳອິດທີ່ເຊື່ອມຕໍ່ເມືອງ ສີເຈຍຈວງ (ຈີນ) - ຮ່າໂນ້ຍ

ໃນພິທີ, ບັນດາຜູ້ເຂົ້າຮ່ວມ ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາການຮ່ວມມືຮອບດ້ານລະຫວ່າງບໍລິສັດຫຸ້ນສ່ວນການຂົນສົ່ງ ແລະ ການຄ້າທາງລົດໄຟ (Ratraco) ແລະ ບໍລິສັດຈັດເກັບສິນຄ້າ ທ່າກ່ຳປັ່ນສາກົນ ສີເຈຍຈວງ ຈຳກັດ. ຂໍ້ຕົກລົງ​ຮ່ວມ​ມື​ຮອບດ້ານ ​ໄດ້​ຮັບ​ການ​ລົງ​ນາມ​ບົນ​ພື້ນຖານ​ສະ​ເໝີ​ພາບ ​ແລະ ຕ່າງຝ່າຍຕ່າງມີ​ຜົນ​ປະ​ໂຫຍ​ດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ໃນ​ຂົງ​ເຂດ​ການ​ບໍລິການ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ສອງ​ປະ​ເທດ.

ຕາມ​ນັ້ນ​ແລ້ວ, 2 ຝ່າຍກໍ່​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ຊັບພະຍາກອນ; ການ​ຂົນ​ສົ່ງ​ສິນ​ຄ້າ​ສອງ​ສົ້ນ ໄປ-ກັບ ​ໂດຍກ່ຳປັ່ນ​ພິ​ເສດ​; ການສ້າງລະບົບສາງ; ລະບົບ​ການ​ຂົນ​ສົ່ງ​ຫຼາຍ​ຮູບ​ຫຼາຍ​ແບບ... ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໂດຍ​ການ​ຈັດ​ຕັ້ງ​ຖ້ຽວລົດ​ໄຟ 2 ໄປ-ກັບ ໂດຍ​ອອກ​ຈາກ ​ ສີເຈຍຈວງ - ​ແຂວງ ເຫີເປີ່ຍ - ຈີນ ​ເຖິງ ອຽນ​ວຽນ - ຮ່າ​ໂນ້ຍ - ຫວຽດນາມ ​ແລະ ກັບຄືນ ດ້ວຍຈຳນວນ​ລົດ​ໄຟ​ຕ່ຳ​ສຸດ ແມ່ນ 1 ຖ້ຽວຕໍ່ອາທິດ, ຫຼັງຈາກນັ້ນ ແມ່ນອີງຕາມຄວາມຕ້ອງການຕົວຈິງ, ຈະເພີ່ມຈຳນວນຖ້ຽວ​ຂອງລົດໄຟ.

ນະຄອນ ສີເຈຍຈວງ ​ເປັນ​ເມືອງ​ເອກ​ຂອງ​ແຂວງ ​ເຫີເປີ່ຍ ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ກວ່າ 11 ລ້ານ​ຄົນ ​ ແລະ​ ມີ​ທີ່ຕັ້ງບົດບາດ​ສຳຄັນ​ໃນ​ລະບົບ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຂອງ​ຈີນ ​ທີ່​ເຊື່ອມ​ຕໍ່​ປັກ​ກິ່ງ, ທຽນເຈິນ, ເຫີເປີ່ຍ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ ສີເຈຍຈວງ ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ໃນ​ການ​ຈັດ​ຕັ້ງ​ທາງ​ລົດ​ໄຟ​ສາກົນ​ໄປ​ຍັງ ​ລັດ​ເຊຍ, ​ເອີ​ລົບ, ອາຊີ​ກາງ, ມົງ​ໂກ​ລີ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.