ລົດໄຟ ເໜືອ-ໃຕ້ ໄດ້ເຂົ້າທອບ 10 ຖ້ຽວລົດໄຟຂ້າມຄືນທີ່ດີທີ່ສຸດໃນໂລກ

16:49 | 22/06/2022

ຍສໝ-ສະບັບໜັງສືພິມ The Travel, ເຊິ່ງເປັນວາລະສານໜຶ່ງທີ່ມີຄວາມເຊື່ອຖືຂອງການາດາ ຫາກໍໄດ້ຈັດອັນດັບ 10 ຖ້ຽວລົດໄຟຂ້າມຄືນທີ່ດີທີ່ສຸດໃນໂລກ, ບໍ່ວ່າແມ່ນຊັ້ນ VIP ຫຼື ຊັ້ນທໍາມະດາ.

ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10 ຄົນ
ປະຊາຊົນຫວຽດນາມຢູ່ Morava ເໜືອ ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບເຊັກ-ຫວຽດນາມ ປະຊາຊົນຫວຽດນາມຢູ່ Morava ເໜືອ ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບເຊັກ-ຫວຽດນາມ
ລົດໄຟ ເໜືອ-ໃຕ້ ໄດ້ເຂົ້າທອບ 10 ຖ້ຽວລົດໄຟຂ້າມຄືນທີ່ດີທີ່ສຸດໃນໂລກ
ລົດໄຟ ເໜືອ-ໃຕ້​ໄດ້ຈັດຢູ່ໃນ​ອັນ​ດັບ​ທີ 9 ໃນລາຍ​ຊື່​ຂອງ The Travel ( ພາບ: tapchigiaothong.vn)

ລົດໄຟ ​ເໜືອ - ໃຕ້ ຂອງ​ຫວຽດ​ນາມ ຖື​ເປັນ​ກຽດ​ທີ່​ໄດ້​ມີຊື່ ​ຢູ່ໃນ​ລາຍຊື່​ນີ້. ການເດີນທາງດ້ວຍລົດໄຟ ຮ່າໂນ້ຍ - ນະຄອນ ໂຮ່ຈີມິນ, The Travel ​ຈັດຢູ່ໃນ​ອັນ​ດັບ​ທີ 9 ​ຂອງ​​ລາຍ​ຊື່​, ຢູ່ເທິງລະດັບ​ການຈັດອັນດັບຖ້ຽວລົດ​ໄຟ​ທີ່​ມີ​ຊື່​ສຽງ​ຂອງ Venice Simlon-Orient-Express ຈາກ Paris ໄປ Venice.

ເມື່ອຕີລາຄາຕໍ່ການສໍາຜັດຢູ່ເທິງລົດໄຟທົ໋ງເຍິດ, The Travel ຂຽນວ່າ: “ຫວຽດນາມ ແມ່ນສະຖານທີ່ທີ່ນັກທ່ອງທ່ຽວມັກທີ່ສຸດ ເມື່ອມາຮອດ ອາຊີຕາເວັນອອກສ່ຽງໃຕ້. ລຽບຕາມພູມມີປະເທດທີ່ຍາວ ແລະ ແຄບນັ້ນ, ລົດໄຟແມ່ນພາຫະນາທີ່ສຸດຍອດເພື່ອເດີນທາງຈາກນະຄອນຫຼວງຮ່າໂນ້ຍເຊິ່ງຕັ້ງຢູ່ພາກເໜືອ ໄປຍັງ ​ນະຄອນ​ໂຮ່ຈີ​ມິນເຊິ່ງຕັ້ງຢູ່​ພາກ​ໃຕ້. ຖ້ຽວ​ລົດ​ໄຟ​ນີ້​ແທດເໝາະ​ກັບບັນດາ​ນັກ​ທ່ອງ​ທ່ຽວ​ທໍາມະດາ, ​ ເສຍເງິນພຽງ​ແຕ່ 26 USD ​ຕໍ່​ຖ້ຽວໜຶ່ງ ໂດຍເວລາແກ່ຍາວແມ່ນ 32-37 ຊົ່ວ​ໂມງ.

ໂດຍອີງຕາມຄ່າປີ້ລົດ ຜູ້ໂດຍສານສາມາດເລືອກລະດັບບ່ອນັ່ງ, ຈາກບ່ອນນັ່ງດ້ວຍໄມ້ແຂງໆ ເຖິງບ່ອນນັ່ງທີ່ອ່ອນໆມີແອເຢັນ, ຫ້ອງມີຕຽງນອນ 6 ຕຽງພ້ອມທັງມີແອເຢັນ ແລະແພງທີ່ສຸດແມ່ນຫ້ອງມີຕຽງນອນ 4 ຕຽງ ແລະ ແອເຢັນ".

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.