ວົງເງິນການຄ້າຫວຽດນາມ - ສ.ເກົາຫຼີ ມຸ່ງໄປເຖິງຕັ້ງບັນລຸເປົ້າໝາຍ 150 ຕື້ USD ໃນປີ 2030

00:00 | 26/07/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 23 ມິຖຸນາ 2023, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ໃຫ້ການ​ຕ້ອນຮັບ ​ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Yoon Suk Yeol ທີ່​ພວມ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 22 – 24 ມິຖຸນາ 2023.

ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ
ນັກທ່ອງທ່ຽວຫວຽດນາມ - ສ.ເກົາຫຼີ ສາມາດເດີນທາງໂດຍບໍ່ຕ້ອງໃຊ້ເງິນສົດ ນັກທ່ອງທ່ຽວຫວຽດນາມ - ສ.ເກົາຫຼີ ສາມາດເດີນທາງໂດຍບໍ່ຕ້ອງໃຊ້ເງິນສົດ

ຕອນບ່າຍວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມໃນລະຫວ່າງວັນທີ 22 – 24 ມິຖຸນາ ປີ 2023.

ວົງເງິນການຄ້າຫວຽດນາມ - ສ.ເກົາຫຼີ ມຸ່ງໄປເຖິງຕັ້ງບັນລຸເປົ້າໝາຍ 150 ຕື້ USD ໃນປີ 2030

ວົງເງິນການຄ້າຫວຽດນາມ - ສເກົາຫຼີ ມຸ່ງໄປເຖິງຕັ້ງບັນລຸເປົ້າໝາຍ 150 ຕື້ USD ໃນປີ 2030

ທີ່ການພົບປະ, ຕາງໜ້າລັດຖະບານ ແລະ ປະຊາຊົນຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ Yoon Suk Yeol ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ສ.ເກົາຫຼີ ມາຢ້ຽມຢາມ ຫວຽດນາມ; ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ, ດຳ​ເນີນ​ໃນ​ປີ​ທຳ​ອິດ​ຂອງ​ການ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ສູງ​ຂອງ​ລັດຖະບານ ສ.​ເກົາຫຼີ ​ແລະ ທ່ານປະທານາທິບໍດີ​ເປັນ​ສ່ວນ​ຕົວ ​ຕໍ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ. ; ຫວຽດນາມ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ສ.​ເກົາຫຼີ ​ແລະ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ສ.​ເກົາຫຼີ ພັດທະນາ​ຂອບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ ຢ່າງ​ມີ​ວິ​ໄສ​ທັດ​ຍາວ​ນານ ​ແລະ ​ເປົ້າ​ໝາຍ​ສູງ​ກວ່າ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍຜັນຂະຫຍາຍບັນດາສັນຍາການຄ້າເສລີສອງຝ່າຍ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ຢ່າງມີປະສິດທິຜົນ, ຜ່ານນັ້ນປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 100 ຕື້ USD ໂດຍໄວ ແລະ ມຸ່ງໄປເຖິງເປົ້າໝາຍ 150 ຕື້ USD ໃນປີ 2030 ຕາມທິດສົມດຸນ, ຍືນຍົງ.

ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເນັ້ນໜັກວ່າ ລັດຖະບານ ສ.ເກົາຫຼີ ຖືການພົວພັນ ສ.ເກົາຫຼີ - ຫວຽດນາມ ເປັນສຳຄັນທີ່ສຸດ, ຖືຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງສ.ເກົາຫຼີຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານປະທານາທິບໍດີ Yoon Suk Yeol ຢັ້ງຢືນວ່າ ລັດຖະບານ ສ.ເກົາຫຼີ ຈະສືບຕໍ່ສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ສ.ເກົາຫຼີມາລົງທຶນຢູ່ ຫວຽດນາມ, ທ່ານສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳ ປ້ອງກັນຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.