ມອບກະເປົ໋າ ແລະ ຊັບສິນຄືນ ໃຫ້ນັກທ່ອງທ່ຽວລາວ

11:01 | 07/08/2019

ຍສໝ - ວັນທີ 5 ສິງຫາ, ໜ່ວຍງານຄຸ້ມຄອງຮັກສາຄວາມສະຫົງບທ່ອງທ່ຽວທາງທະເລ ຂື້ນກັບຫ້ອງການຄຸ້ມຄອງແຫຼມ ເຊີນຈ່າ ແລະ ຫາດທ່ອງທ່ຽວ ດ່າໜັງ ໄດ້ໃຫ້ຮູ້ວ່າ: ພະນັກງານຫ້ອງການ ໄດ້ມອບຊັບສິນທີ່ຕົກເຮ່ຍ ເຊິ່ງມີມູນຄ່າເກືອບ 30 ລ້ານດົງ ໃຫ້ແກ່ນັກທ່ອງທ່ຽວລາວ.

ມອບກະເປົ໋າ ແລະ ຊັບສິນຄືນ ໃຫ້ນັກທ່ອງທ່ຽວລາວ

ນັກທ່ອງທ່ຽວລາວ ທ້າວ ສີສະວະ ໂຄດມະນີ(ຂວາມື)ໄດ້ຮັບກະເປົ໋າ ແລະ ຊັບສິນທີ່ຕົກເຮ່ຍ ຈາກທ່ານ ເລ ວັນ ເຮືອງ.(ພາບ: ຊົນເຊີນ)

ເຈົ້າຂອງກະເປົ໋າດັ່ງກ່າວມີຊື່ວ່າ ທ້າວ ສີສະວະ ໂຄດມະນີ, ນັກທ່ອງທ່ຽວລາວ. ທ້າວ ສີສະວະ ສະແດງຄວາມຂອບໃຈເປັນຢ່າງສູງ, ຕໍ່ກັບຄວາມເປັນມິດ, ຮັບແຂກ, ຊື່ສັດຈິງໃຈ ຂອງປະຊາຊົນດ່າໜັງ ເວົ້າລວມ ແລະ ສະເພາະແມ່ນ ທ່ານ ເລ ວັນເຮືອງ, ເຊິ່ງໃນເວລາປະມານ 16 ໂມງ:00 ນາທີ ວັນທີ 4 ສິງຫາ, ໃນຂະນະທີ່ກຳລັງກວດກາລາດຕະເວນ ຢູ່ ບໍລິເວນຫາດຊາຍແຄມທະເລ ໝີເຄ ຢູ່ທ້າຍຖະ ໜົນ ຫງວ໋ຽນ ວັນ ທວາ້ຍ (ຕາແສງໝີອານ, ເມືອງ ຫງູ໋ ແຮັ່ງ ເຊີນ), ທ່ານ ເລ ວັນ ເຮືອງ, ສະມາຊິກຂອງທີມຮັກສາຄວາມສະຫງົບທ່ອງທ່ຽວທາງທະເລໄດ້ ກະເປົ໋າໜ່ວຍໜຶ່ງ ໃນກະເປົ໋າ ມີໂທລະສັບມືຖື iPhone, ເອກະສານບັດປະຈຳຕົວແລະ ເງິນສົດ ເງິນກີບ ຈຳນວນ 3,4 ລ້ານກີບລາວ ແລະ ເງິນດົ່ງອີກຈຳນວນ 4,5 ລ້ານດົ່ງ. ລວມຍອດມູນຄ່າຊັບສິນທີ່ສູນເສຍປະມານເກືອບ 30 ລ້ານດົ່ງ. ຮອດເວລາ 18 ໂມງ:00 ນາທີ ວັນດຽວກັນ, ຊັບສິນຂ້າງເທິງໄດ້ຖືກມອບຄືນໃຫ້ນັກທ່ອງທ່ຽວ.

ຮູ້ວ່າ, ໃນວັນທີ 1 ສິງຫາທີ່ຜ່ານມາ, ທ່ານ ເຮືອງ ກໍ່ເກັບໄດ້ ແລະ ມອບຊັບສິນທີ່ຕົກເຮ່ຍມູນຄ່າເກືອບ 50 ລ້ານດົ່ງ ສົ່ງຄືນໃຫ້ນັກທ່ອງທ່ຽວຊາວເກົາຫຼີໃຕ້ 2 ຄົນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.