ການປະກອບສ່ວນຂອງອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ໃຫ້ແກ່ການພົວພັນຫວຽດນາມ - ລາວ

08:45 | 24/07/2023

ຍສໝ - ທ່ານ​ອະດີດ​ຮອງ​ນາຍົກລັດຖະມົນຕີ ຫວູ​ຄວານ ​ແມ່ນ​ຜູ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ, ຜູ້ທີ່​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ​ແຕ່​ປີ 1993-2006 ​ໃນການໃຫ້​ສຳພາດ​ຕໍ່​ນັກ​ຂ່າວສຳນັກຂ່າວສານຫວຽດນາມ ປະຈຳ​ລາວ ກ່ຽວ​ກັບ​ບຸກຄະລິກຂອງ ນັກການທູດ ຫວູ​ຄວານ , ກໍ່ຄືການ​ປະ​ກອບ​ສ່ວນ​ໃຫ້ແກ່​ການ​ພົວ​ພັນ ​ຫວຽດ​ນາມ - ລາວ.

ຄິດເຖິງ ອາວ ຫວູຄວານ ຄິດເຖິງ ອາວ ຫວູຄວານ
ຫວີງຟຸກ ປຸກລະດົມການປະກວດອອນລາຍ “ຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ລາວ” ຫວີງຟຸກ ປຸກລະດົມການປະກວດອອນລາຍ “ຊອກຮູ້ກ່ຽວກັບການພົວພັນຫວຽດນາມ - ລາວ”

ຕາມທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ແລ້ວ, ​ເມື່ອ​ຫວຽດນາມ ​ເຂົ້າ​ເປັນ​ປະ​ເທດ​ສັງ​ເກດ​ການ​ຂອງ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ພ້ອມ​ກັບ​ລາວ ​ໃນ​ປີ 1992, ທ່ານ ຫວູ​ຄວານ ​ໃນ​ເວລາ​ນັ້ນ ເປັນຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ​ໄດ້​ຮັບ​ຖື​ວ່າ​ເປັນ​ນັກ​ຊ່ຽວຊານ​ກ່ຽວ​ກັບ​ພາສາ ລັດ​ເຊຍ - ​ໄດ້ເປັນເຈົ້າການໄປຮຽນພາສາອັງກິດ ເພື່ອຮັບໃຊ້ວຽກງານກັບບັນດາປະເທດອາຊຽນ. ​ເຖິງ​ວ່າ​ຮຽນ​ພຽງ​ເວລາ​ສັ້ນໆ, ​ແຕ່​ທ່ານ ຫວູ​ຄວານ ກໍ່​ສາມາດ​ເວົ້າ​ພາສາ​ອັງກິດ​ໄດ້​ຢ່າງ​ຄ່ອງ​ແຄ້ວ, ບໍ່​ແມ່ນໃນ​ລະດັບ​ການ​ພົບປະໃນ​ສັງຄົມແບບທຳມະດາເທົ່ານັ້ນ, ​ແຕ່​ຍັງໄດ້​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ. ທ່ານ​ ສົມ​ສະຫວາດ ເລັ່ງສະຫວັດ ​ກ່າວ​ວ່າ ເພື່ອນ​ມິດ​ໃນ​ອາ​ຊຽນ ທຸກ​ຄົນ​ກໍລ້ວຍແຕ່​ຍ້ອງ​ ​ທ່ານ ຫວູ​ຄວານ.

ນອກຈາກນັ້ນ, ອີກສິ່ງໜຶ່ງທີ່ເຮັດໃຫ້ ທ່ານ ສົມສະຫວາດ ມີຄວາມປະທັບໃຈເປັນພິເສດ ຕໍ່ອະດີດຮອງນາຍົກລັດຖະມົນຕີ ຫວູ​ຄວານ ແມ່ນທ່ານ ຫວູ​ຄວານ ເປັນຄົນທີ່ມີທັກສະການສື່ສານດີ, ໃກ້ຊິດຕິດພັນ ແລະ ສຸດຈິດາຸດໃຈກັບໝູ່ເພື່ອນ. ຕາມ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ແລ້ວ, ນີ້​ແມ່ນ​ສິ່ງ​ທີ່​ເພື່ອນ​ມິດ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ​ ເວົ້າ​ສະ​ເໝີ, ບໍ່​ພຽງແຕ່ ທ່ານ​ ສົມສະຫວາດ ຄົນດຽວ.

ການປະກອບສ່ວນຂອງອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ໃຫ້ແກ່ການພົວພັນຫວຽດນາມ - ລາວ
ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ຮອງ​ນາຍົກລັດຖະມົນຕີ ສປປ.ລາວ

ເມື່ອແບ່ງປັນກັບນັກ​ຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບບັນດາການປະກອບສ່ວນຂອງ ທ່ານອະດີດຮອງນາຍົກລັດຖະມົນຕີ ຫວູ​ຄວານ ໃນການພົວພັນ ລາວ-ຫວຽດນາມ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໃຫ້ຮູ້ວ່າ: ເມື່ອເປັນລັດຖະມົນຕີການຕ່າງປະເທດລາວ ໃນປີ 1993, ທ່ານ​ສະ​ເໜີ​ໃຫ້​ທ່ານ ຫວູ​ຄວານ ​ແບ່ງປັນ​ປະສົບ​ການ​ໃນ​ດ້ານ​ການ​ທູດ. ທ່ານ ຫວູ​ຄວານ ​ໄດ້​ແບ່ງປັນ​ຢ່າງກົງໄປກົງມາວ່າ ທັງ​ທ່ານ ​ແລະ ທ່ານ ສົມ​ສະຫວາດ ​ບໍ່​ໄດ້​ຮຽນ​ວິຊາ​ການ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ດັ່ງ​ນັ້ນ ​ຕ້ອງ​ອ່ານ, ສຶກສາ ​ແລະ ກຳແໜ້ນ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ພົວພັນ​ສາກົນ, ​ວຽກ​ງານ​ກົງສຸນ ​ແລະ ກົດໝາຍ​ສາກົນ​ທີ່​ກ່ຽວຂ້ອງ. ຖ້າບໍ່ມີຄວາມເຂົ້າໃຈກົດໝາຍສາກົນກ່ຽວກັບການທູດ, ກົດໝາຍທີ່ກ່ຽວຂ້ອງ ແລະ ບັນຫາຕ່າງໆ, ການປະຕິບັດງານໃນຂົງເຂດການທູດຈະບໍ່ມີປະສິດທິພາບ.

ຕາມ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ​ແລ້ວ, ​ເມື່ອ​ຍັງ​ດຳລົງ​ຕຳ​ແໜ່​ງ​ເປັນຮອງ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ຫວູ​ຄວານ ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ລາວ - ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ສະໜັບສະໜູນ​ລາວ ​ໃນ​ການ​ກະກຽມ​ເຂົ້າ​ຮ່ວມ​ອາ​ຊຽນ ​ແລະ ປະກອບສ່ວນ​ຝຶກ​ອົບຮົມ​ພະນັກງານ​ການ​ທູດ​ໃຫ້​ແກ່​ລາວ.

​ໃນ​ຕອນ​ທ້າຍ​ຂອງ​ການ​ໂອ້​ລົມ​ກັບ​ນັກ​ຂ່າວ, ທ່ານ​ອະດີດ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ເນັ້ນ​ໜັກ​ວ່າ: ສະຫາຍ ຫວູ​ຄວານ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ນຳ​ຫວຽດນາມ ທີ່​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ແລະ ລາວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.