ສະໝຸດສຸຂະພາບຂອງຜູ້ອົບພະຍົບ ເຊິ່ງໜູນຊ່ວຍຂໍ້ມູນດ້ານສາທາລະນະສຸກໃຫ້ແກ່ແຮງງານ

14:00 | 22/07/2022

ຍສໝ-ວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ກົມໃຫຍ່ປະຊາກອນ - ວາງແຜນຄອບຄົວ (ກະຊວງສາທາລະນະສຸກ) ສົມທົບກັບອົງການຈັດຕັ້ງຜູ້ອົບພະຍົບສາກົນ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການສໍາມະນາເພື່ອແນະນໍາສະໝຸດສຸຂະພາບຂອງຜູ້ອົບພະຍົບ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ
ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ
ສະໝຸດສຸຂະພາບຂອງຜູ້ອົບພະຍົບ ເຊິ່ງໜູນຊ່ວຍຂໍ້ມູນດ້ານສາທາລະນະສຸກໃຫ້ແກ່ແຮງງານ
ພາບປະກອບ (ພາບ: TTXVN)

ກຸ່ມ​ວິຊາ​ການດ້ານ​ສຸຂະພາບ​ຄົນ​ສໍາລັບຜູ້ອົບ​ພະຍົບຫວຽດນາມ (​ໂດຍ​ກະຊວງ​ສາທາລະນະ​ສຸກ​ສ້າງ​ຕັ້ງ) ​ໄດ້​ມີຫົວຄິດປະດິດສ້າງສະໝຸດສຸຂະພາບຂອງຜູ້ອົບພະຍົບ ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ອົງການຈັັັັັັັັັັດຕັ້ງ​ຜູ້ອົບພະຍົບສາກົນ ປະຈໍາ ຫວຽດນາມ.

ສະໝຸດສຸຂະພາບນີ້ໄດ້ສ້າງຂຶ້ນດ້ວຍຮູບແບບ ຖາມ - ຕອບ, ສັ້ນໆ, ມີຄວາມເປັນມິດ ແລະ ໄດ້ອອກແບບແບບງາມຕາ ໂດຍຜູ້ຊ່ຽວຊານຈາກ ຍີ່ປຸ່ນ ແລະ ສ.ເກົາຫຼີ ປະຕິບັດ. ສະໝຸດສຸຂະພາບ​ດັ່ງກ່າວ​ນີ້ຈະສະໜອງ​ຂໍ້​ມູນ​ພື້ນຖານ​ດ້ານ​ສຸຂະພາບ​ໃຫ້​ແຮງ​ງານ ຫວຽດນາມ ຢູ່ ຍີ່ປຸ່ນ ​ແລະ ສ.​ເກົາຫຼີ, ລວມມີ ລະບົບ​ສຸຂະພາບ; ປະກັນສັງຄົມ-ສຸຂະພາບ; ຄວາມປອດໄພໃນການອອກແຮງງານ; ການປ້ອງກັນ ແລະ ຄວບຄຸມໂລກລະບາດ; ສຸ​ຂະ​ພາບ​ການ​ເກີດລູກ, ສ້າງແບບແຜນດໍາລົງ​ຊີ​ວິດ​ແບບ​ປອດໃສ, ແຂງແຮງ​; ຂໍ້​ມູນ​ອ້າງ​ອີງເພື່ອທາບທາມ,​ ໜູນຊ່ວຍ ແລະ​ ​ປົກປ້ອງ​ພົນ​ລະ​ເມືອງ...

ໃນ​ໄລຍະ​ຈະ​ມາ​ເຖິງ, ກຸ່ມ​ວິຊາການດ້ານ​ສຸຂະພາບ​ສໍາລັບຜູ້ອົບ​ພະຍົບ ຫວຽດນາມ ຈະໄດ້​ສ້າງ​ສະໝຸດໃຫ້​ແຮງ​ງານ​ ຫວຽດນາມ ທີ່​ໄປ​ເຮັດ​ວຽກ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ...

ທີ່ການສໍາມະນາ, ບັນດາຜູ້​ແທນ​ໄດ້​ປະ​ກອບ​ສ່ວນ​ຫຼາຍ​ແນວ​ຄວາມ​ຄິດ​ເພື່ອສ້າງ ແລະ ພັດ​ທະ​ນາ​ ສະໝຸດສຸຂະພາບຢ່າງແທດ​ຈິງ ແລະ ມີປະໂຫຍດ​ກວ່າໃຫ້​ແກ່ຜູ້ອອກແຮງ​ງານ​ອົບ​ພະ​ຍົບຂອງ​ ຫວຽດ​ນາມ.

ຫອມມາລາ

ເຫດການ
302 Found

Found

The document has moved here.