ຮັດແໜ້ນການຮ່ວມມື ລະຫວ່າງສອງພັກ ແລະ ສອງລັດ ຫວຽດນາມ - ລັດເຊຍ

00:00 | 22/05/2023

ຍສໝ - ໃນການຕ້ອນຮັບທ່ານ Dmitry Medvedev - ປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ລັດເຊຍ ແລະ ຄະນະຜູ້ແທນຂັ້ນສູງສະຫະພັນລັດເຊຍ ມາຢ້ຽມຢາມ ຫວຽດນາມ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ 2 ຝ່າຍປຶກສາຫາລືກ່ຽວກັບບັນດາທິດທາງການຮ່ວມມື ຫວຽດນາມ - ລັດເຊຍ ​ໂດຍ​ທົ່ວ​ໄປ, ໃນນັ້ນມີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ​ແລະ ສອງ​ລັດ.

ຫວຽດນາມ - ລັດເຊຍ ຊຸກຍູ້ການຮ່ວມມືຕ້ານອາດຊະຍາກຳ ຫວຽດນາມ - ລັດເຊຍ ຊຸກຍູ້ການຮ່ວມມືຕ້ານອາດຊະຍາກຳ
ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ

ຕອນບ່າຍວັນທີ 22 ພຶດສະພາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ Dmitry Medvedev, ປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ລັດເຊຍ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21 – 23 ພຶດສະພາ. ນະທີ່ນີ້, ທ່ານ Dmitry Medvedev ຢັ້ງຢືນວ່າ: ສະຫະພັນລັດເຊຍ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ເປັນສຳຄັນ. ການນຳຂັ້ນສູງ ສະຫະພັນ ລັດເຊຍ , ໃນນັ້ນມີພັກປະເທດ ລັດເຊຍ ເອກະພາບ, ໄດ້ມີຄວາມເອົາໃຈໃສ່ພັດທະນາການພົວພັນກັບ ຫວຽດນາມ ຄືດັ່ງແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ແລະ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍ ໃນພາກພື້ນ.

ຮັດແໜ້ນການຮ່ວມມື ລະຫວ່າງສອງພັກ ແລະ ສອງລັດ ຫວຽດນາມ - ລັດເຊຍ

ສ່ວນທ່ານ ຫວໍວັນເຖືອງ, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ໃນການປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນ ຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ, ປາດຖະໜາວ່າຈະພ້ອມກັບ ລັດເຊຍ ສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອຜົນປະໂຫຍດແຫ່ງການພັດທະນາຂອງສອງປະເທດ, ເພື່ອຄວາມວັດທະນາຖາວອນຂອງສອງຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.