ອາ​ເມ​ລິ​ກາ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ອາຫານ​ທະ​ເລ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ

00:00 | 29/07/2023

ຍສໝ - ​ໃນເຄິ່ງຕົ້ນ​ເດືອນ​ມິຖຸນາ, ການ​ສົ່ງ​ອອກ​ອາຫານ​ທະ​ເລ​ບັນລຸ 344 ລ້ານ USD, ​ເຮັດ​ໃຫ້​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ລາຍການ​ນີ້​ຮອດ​ກາງ​ເດືອນ 6 ບັນລຸ 3,72 ຕື້ USD.

ໂຄສະນາ​ອາຫານ ​ແລະ ວັດທະນະທຳ​ຫວຽດນາມ ​ໃຫ້​ເພື່ອນມິດ​ ສະ​ໂລ​ວາ​ເກຍ ໂຄສະນາ​ອາຫານ ​ແລະ ວັດທະນະທຳ​ຫວຽດນາມ ​ໃຫ້​ເພື່ອນມິດ​ ສະ​ໂລ​ວາ​ເກຍ
​​ປະກາດ​ສ້າງ​ສະຖິຕິ​ຫວຽດນາມ​ກ່ຽວ​ກັບ​ອາຫານ 122 ​ເຍື່ອງ​ທີ່​ເຮັດ​ດ້ວຍ​ກຸ້ງ ​ແລະ ເກືອ​ຢູ່​ບາກ​ລຽວ ​​ປະກາດ​ສ້າງ​ສະຖິຕິ​ຫວຽດນາມ​ກ່ຽວ​ກັບ​ອາຫານ 122 ​ເຍື່ອງ​ທີ່​ເຮັດ​ດ້ວຍ​ກຸ້ງ ​ແລະ ເກືອ​ຢູ່​ບາກ​ລຽວ

ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ຕະຫຼາດສິນໃນນ້ຳ ພວມມີສັນຍານດີຂຶ້ນເທື່ອລະກ້າວ ເມື່ອເດືອນພຶດສະພານີ້, ວົງເງິນສົ່ງອອກສິນໃນນ້ຳບັນລຸລະດັບສູງສຸດ ນັບແຕ່ຕົ້ນປີມານີ້. ການສົ່ງອອກໄປຍັງບັນດາຕະຫຼາດໃຫຍ່ຄື: ອາເມລິກາ, ສະຫະພາບເອີຣົບ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ລ້ວນແຕ່ບັນລຸລາຍຮັບສູງສຸດນັບແຕ່ຕົ້ນປີມານີ້. ໃນນັ້ນ, ອາເມລິກາ ກັບຄືນກາຍເປັນຕະຫຼາດນຳເຂົ້າສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ.

ອາ​ເມ​ລິ​ກາ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ອາຫານ​ທະ​ເລ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ

ເຖິງຢ່າງໃດກໍຕາມ, ເມື່ອທຽບໃສ່ປີ 2023, ການສົ່ງອອກສິນໃນນ້ຳໃນ 5 ເດືອນຕົ້ນປີຖືກຫຼຸດລົງ. ລະອຽດແມ່ນ, ຄິດສະເລ່ຍ 5 ເດືອນຕົ້ນປີ, ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ພຽງແຕ່ບັນລຸເກືອບ 3,4 ຕື້ USD ເທົ່ານັ້ນ, ຫຼຸດລົງ 27,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍ້ອນຄວາມຕ້ອງການບໍລິໂພກຂອງບັນດາຕະຫຼາດໃຫຍ່ຫຼຸດລົງ ຕໍ່ໜ້າຜົນສະທ້ອນຈາກໄພເງິນເຟີ້ ແລະ ອັດຕາດອກເບ້ຍສູງ.

ໃນ 2 ອາທິດຕົ້ນເດືອນມິຖຸນາ, ການສົ່ງອອກສິນໃນນ້ຳບັນລຸ 344 ລ້ານ USD, ຍົກມູນຄ່າການສົ່ງອອກສິນຄ້າປະເພດນີ້ໄລ່ຮອດກາງເດືອນ ມິຖຸນາ ບັນລຸ 3,71 ຕື້ USD.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.