ວົງ​ເງິນ​ການ​ສົ່ງ​ອອກ ນຳ​ເຂົ້າ​ບັນ​ລຸ 21,41 ຕື້ USD ໃນ​ 15 ວັນ ຕົ້ນ​ເດືອນ ກຸມ​ພາ

11:48 | 24/02/2022

ຍ​ສ​ໝ - ຕາມ​ກົ​ມ​ໃຫຍ່​ພາ​ສີ, 15 ວັນ ຕົ້ນ​ເດືອນ ກຸມ​ພາ 2022 (ນັບ​ແຕ່​ວັນ​ທີ 1 – 15 ກຸມ​ພາ), ມູນ​ຄ່າ​ສົ່ງ​ອອກ​ນຳ​ເຂົ້າ​ຂອງ​ສິນ​ຄ້າ ຫວຽດ​ນາມ ບັນ​ລຸ 21,41 ຕື້ USD, ໃນ​ນັ້ນ​ການ​ສົ່ງ​ອອກ​ບັນ​ລຸ 8,75ຕື້ USD.

ຮູບ​ພາບ​ເດັກ​ອະນຸບານ​ດ່າ​ນັງ​ ເບີກບານມ່ວນຊື່ນ ໄປ​ໂຮງຮຽນ​ໃນ​ເຊົ້າ​ວັນ​ທີ 21 ກຸມພາ ຮູບ​ພາບ​ເດັກ​ອະນຸບານ​ດ່າ​ນັງ​ ເບີກບານມ່ວນຊື່ນ ໄປ​ໂຮງຮຽນ​ໃນ​ເຊົ້າ​ວັນ​ທີ 21 ກຸມພາ
ສະ​ມັດ​ຕະ​ພາບ​ຂຸດ​ຄົ້ນນ້ຳ​ມັນ​ຂອງ PVEP ໃນ​ເດືອນ​ກຸມ​ພາ ​ບັນ​ລຸ​ໄດ້ 0,23 ລ້ານ​ໂຕນ ສະ​ມັດ​ຕະ​ພາບ​ຂຸດ​ຄົ້ນນ້ຳ​ມັນ​ຂອງ PVEP ໃນ​ເດືອນ​ກຸມ​ພາ ​ບັນ​ລຸ​ໄດ້ 0,23 ລ້ານ​ໂຕນ
ວົງ​ເງິນ​ການ​ສົ່ງ​ອອກ ນຳ​ເຂົ້າ​ບັນ​ລຸ 21,41 ຕື້ USD ໃນ​ 15 ວັນ ຕົ້ນ​ເດືອນ ກຸມ​ພາ
ພາບ​ປະ​ກອບ: thoibaotaichinhvietnam.vn

3 ກຸມ​ສິນ​ຄ້າ​ບັນ​ລຸ​ການ​ສົ່ງ​ອອກ​ສູງ​ທີ່​ສຸດ​ໃນ 15 ວັນ​ດັ່ງ​ກ່າ​ວ​ແມ່ນ ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄຫຼ່, ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ ແລະ ເຄື່ອງ​ອາ​ໄຫຼ່, ເຄື່ອງ​ຈັກ, ອຸ​ປະ​ກອນ. ສ່ວນ​ການ​ນຳ​ເຂົ້າ​ສິນ​ຄ້າ​ແມ່ນ 12,66 ຕື້ USD. ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ ແລະ ເຄື່ອງ​ອາ​ໄຫຼ່, ເຄື່ອງ​ຈັກ, ວັດ​ຖຸ​ອຸ​ປະ​ກອນ, ເຄື່ອງ​ມື, ແມ່ນ 2 ກຸ່ມ​ສິນ​ຄ້າ​ບັນ​ລຸ​ວົງ​ການ​ສູງ​ກ່​ວາ 1 ຕື້ USD. ນັບ​ແຕ່​ຕົ້ນ​ປີ ຮອດ​ວັນ​ທີ 15 ກຸມ​ພາ, ຍອດ​ວົງ​ເງິນ​ການ​ສົ່ງອ​ອກ​ນຳ​ເຂົ້າ​ບັນ​ລຸ 81,68ຕື້ USD.

ດັ່ງ​ນັ້ນ, ໃນ​ 15 ວັນ​ຕົ້ນ​ເດືອນ​ກຸມ​ພາ, ປະ​ເທດ​ເຮົາ​ນ້ຳ​ເຂົ້າ​ເກີນ​ດຸນເກືອບ 4 ຕື້ USD, ນັບ​ແຕ່​ຕົ້ນ​ປີ ຮອດ​ວັນ​ທີ 15 ກຸມ​ພາ, ລະ​ດັບ​ການ​ນຳ​ເຂົ້າ​ເກີນ​ດຸນ​ແມ່ນ 2,5 ຕື້ USD. ວົງ​ເງິນ​ການ​ສົ່ງ​ອອກ, ນຳ​ເຂົ້າ​ບັນ​ລຸ​ລະ​ດັບ​ຕ່ຳ, ເປັນ​ຕົ້ນ​ແມ່ນ​ການ​ສົ່ງ​ອອກ, ພາ​ໄປ​ເຖິງ​ການ​ນຳ​ເຂົ້າ​ເກີນ​ດຸນ​ໃນ 15 ວັນ​ຕົ້ນ​ເດືອນ ກຸມ​ພາ​ ຍ້ອນນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ມີ​ການ​ພັກ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ທີີ່ແກ່​ຍາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.