3 ປະເທດທີ່ຂາຍລົດໂອໂຕໃຫ້ຫວຽດນາມ ຫຼາຍທີ່ສຸດ

13:42 | 21/12/2021

ຍສໝ - ຄຽງ​ຄູ່​ກັບ​ໄທ, ລົດໂອໂຕ​ຈາກ​ອິນ​ໂດ​ເນ​ເຊຍ ​ແລະ​ຈີນ ​ນໍາໜ້າກ່ຽວກັບປະລິມານ​ລົດໂອໂຕ ​ນຳ​ເຂົ້າ​ຂອງ​ຫວຽດ​ນາມ, ດ້ວຍ​ຈຳ​ນວນ​ລົດ​ທັງ​ໝົດ 134.200 ກວ່າ​ຄັນ​ໄລ່ຮອດ​ເດືອນ​ພະ​ຈິກ 2021.

WB: ​ເສດຖະກິດ​ຫວຽດນາມ​ສືບ​ຕໍ່ໄດ້ຮັບການ​ປັບປຸງ​ຍ້ອນ​ອຸດສາຫະກຳ​ຟື້ນ​ຟູ​ຢ່າງ​ແຮງ WB: ​ເສດຖະກິດ​ຫວຽດນາມ​ສືບ​ຕໍ່ໄດ້ຮັບການ​ປັບປຸງ​ຍ້ອນ​ອຸດສາຫະກຳ​ຟື້ນ​ຟູ​ຢ່າງ​ແຮງ
ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານລົດໂອໂຕ VinFast ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງໂຮງງານລົດໂອໂຕ VinFast

ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມໃຫຍ່​ພາສີ, ຈຳນວນ​ລົດໂອໂຕທຸກປະເພດ​ຈາກ​ໄທ​ທີ່​ສົ່ງ​ອອກ​ໄປຍັງ ​ຫວຽດນາມ ​ແຕ່​ຕົ້ນ​ປີ​ຮອດ​ເດືອນ​ພະຈິກ​ບັນລຸ 73.838 ຄັນ, ​ເພີ່ມ​ຂຶ້ນ 65% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020; ລົດໂອໂຕທີ່ນໍາ​ເຂົ້າ​ຈາກ​ອິນ​ໂດ​ເນ​ເຊຍ ​ບັນລຸ 42.000 ກວ່າ​ຄັນ, ​ເພີ່ມ​ຂຶ້ນ 28%.

3 ປະເທດທີ່ຂາຍລົດໂອໂຕໃຫ້ຫວຽດນາມ ຫຼາຍທີ່ສຸດ
ພາບປະກອບ: ມີງກວນ

ໄລ່ສະສົມແຕ່​ຕົ້ນ​ປີ​, ຈຳນວນ​ລົດໂອໂຕ​ຈາກ​ໄທ​ ແລະ​ອິນ​ໂດ​ເນ​ເຊຍ​ ບັນລຸ​ເຖິງ 115.860 ຄັນ, ​ເພີ່ມ​ຂຶ້ນ 49% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ຈຳນວນ​ລົດໂອໂຕ​ທີ່​ນຳ​ເຂົ້າ​ນີ້​ ມີ​ມູນ​ຄ່າ​ປະມານ 1,9 ຕື້ USD.

ຖັດ​ຈາກ​ໄທ ​ແລະ​ອິນ​ໂດ​ເນ​ເຊຍ ​ແມ່ນ​ຈີນ​. ຈຳນວນລົດໂອໂຕ​ຈາກ​ຈີນ​ ເຂົ້າມາຍັງ​ຫວຽດນາມ ​ມີ​ປະມານ 18.400 ກວ່າ​ຄັນ. ​ເຖິງ​ວ່າ​ຈຳນວນ​ດັ່ງກ່າວ​ຈະ​ໜ້ອຍ​ກວ່າ​ໄທ ​ແລະ​ອິນ​ໂດ​ເນ​ເຊຍ ​ກໍ່ຕາມ, ​ແຕ່​ໃນ​ດ້ານ​ການ​ເຕີບ​ໂຕ, ຈີນ​ ແມ່ນ​ຕະຫຼາດ​ທີ່​ມີ​ລະດັບ​ສູງ​ສຸດ ​ແມ່ນ 191%, ຫຼື​ເກືອບທົບ 3 ​ເທົ່າ.

ສະຖິຕິ​ໃນ​ເດືອນ​ກ່ອນ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄທ ​ແລະ ອິນ​ໂດ​ເນ​ເຊຍ ​ສົ່ງ​ອອກ​ລົດ​ໂອໂຕ​ໄປ​ຍັງຫວຽດນາມ ​ເປັນ​ຕົ້ນຕໍ ​ເມື່ອ​ຈຳນວນ​ລົດໂອໂຕຕ່ຳ​ກວ່າ 9 ​ບ່ອນ​ນັ່ງ​ກວມ 70-90%, ​ໃນ​ຂະນະ​ທີ່​ຈີນ ​ສ່ວນຫຼາຍ​ແມ່ນ​ລົດ​ບັນທຸກ ​ແລະ​ພາຫະນະ​ໃຊ້ສະເພາະ.

ຖັດຈາກ 3 ປະເທດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ກ່ຽວກັບປະລິມານ​​ການ​ສົ່ງ​ອອກ​ລົດໂອໂຕ​ເປັນຄັນ (ແບບຄົບຊຸດ) ໄປ​ຍັງ​ຫວຽດນາມ ຕາມລໍາດັບແມ່ນ ຍີ່ປຸ່ນ, ສ.​ເກົາຫຼີ, ອາ​ເມ​ລິ​ກາ, ​ເຢຍລະ​ມັນ ​ແລະ ອັງກິດ.

ຕາມການສະຖິຕິຂອງສະມາຄົມຜູ້ຜະລິດລົດໂອໂຕຫວຽດນາມ (VAMA), ຍອດຂາຍລົດໂອໂຕທີ່ນໍາເຂົ້າ ໄລ່ເຖິງເດືອນພະຈິກ ບັນລຸໄດ້ 114.719 ຄັນ, ເພີ່ມຂຶ້ນ 26% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ກົງກັນຂ້າມ, ຍອດຂາຍລົດໂອໂຕພາຍໃນປະເທດຫຼຸດລົງ 10%, ບັນລຸ 142.671 ຄັນ.

ບູນມີ

ເຫດການ
302 Found

Found

The document has moved here.