ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ອົບ​ພະ​ຍົບ​ແລະ​ສຸ​ຂະ​ພາບ​ການ​ເຄື່ອນ​ຍ້າຍ​ອາ​ຊຽນ

00:00 | 27/07/2023

ຍສໝ - ໃນຕອນເຊົ້າວັນທີ 26 ມິຖຸນາ, ຢູ່ ຮ່າໂນ້ຍມ ໄດ້ຈັດຂຶ້ນກອງປະຊຸມສຳມະນາສາກົນກ່ຽວກັບ “ການອົບພະຍົບ ແລະ ສຸຂະພາບສຳລັບຊາວອົບພະຍົບໃນ ອາຊຽນ”

ຫວຽດ​ນາມ​ສຳ​ເລັດ​ຄວາມ​ຮັບ​ຜິດ​ຊອບ​ດຳ​ເນີນ​ຕຳ​ແໜ່ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ ຢູ່ ວໍ​ຊິງ​ຕັນ ຫວຽດ​ນາມ​ສຳ​ເລັດ​ຄວາມ​ຮັບ​ຜິດ​ຊອບ​ດຳ​ເນີນ​ຕຳ​ແໜ່ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ ຢູ່ ວໍ​ຊິງ​ຕັນ
ຫວຽດ​ນາມ​ໜູນ​ຊ່ວຍ​ລາວ ປະສົບຜົນ​ສຳ​ເລັດໃນການດຳລົງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ ຫວຽດ​ນາມ​ໜູນ​ຊ່ວຍ​ລາວ ປະສົບຜົນ​ສຳ​ເລັດໃນການດຳລົງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ

ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ ມີ​ທ່ານນາງ​ສາ​ສະ​ດາ​ຈານ - ດ​ຣ ຫງວຽນ​ຖິລານເຮອືງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ; ທ່ານນາງ Angela Pratt, ຜູ້ຕາງໜ້າ WHO ປະຈຳ ຫວຽດນາມ; ທ່ານນາງ Pauline Tamesis, ຜູ້ປະສານງານອົງການສະຫະປະຊາຊາດປະຈຳຫວຽດນາມ; ທ່ານ​ນາງ Park Mihyung, ຫົວໜ້າ​ຄະນະ​ຜູ້​ແທນ IOM ປະຈຳ ຫວຽດນາມ.

ກອງປະຊຸມໄດ້ດຶງດູດການນຳ, ນັກຊ່ຽວຊານ ແລະ ນັກຮຽນຮູ້ຢູ່ພາຍໃນ ແລະ ນອກຂະແໜງສາທາລະນະສຸກກວ່າ 160 ທ່ານ ທີ່ມາຈາກບັນດາປະເທດສະມາຊິກ ອາຊຽນ ເຂົ້າຮ່ວມແບບທາງໄກ ແລະ ເຊິ່ງໜ້າ. ກອງປະຊຸມສຳມະນາໂດຍກະຊວງສາທາລະນະສຸກ ຫວຽດນາມ ສົມທົບກັບຄະນະເລຂາ ອາຊຽນ ຈັດຂຶ້ນ, ດ້ວຍການໜູນຊ່ວຍຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ອົງການອະນາໄມໂລກ (WHO).

ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ອົບ​ພະ​ຍົບ​ແລະ​ສຸ​ຂະ​ພາບ​ການ​ເຄື່ອນ​ຍ້າຍ​ອາ​ຊຽນ
ທ່ານນາງ​ສາ​ສະ​ດາ​ຈານ - ດ​ຣ ຫງວຽນ​ຖິລານເຮອືງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິລຽນເຮືອງ ເນັ້ນໜັກວ່າ, ກອງປະຊຸມສຳມະນານີ້ແມ່ນກາລະໂອກາດທີ່ດີໃຫ້ແກ່ບັນດາປະເທດສະມາຊິກ ອາຊຽນ ພ້ອມກັນສັງເກດສະພາບການຕົວຈິງ ແລະ ທ່າອ່ຽງອົບພະຍົບໃນພາກພື້ນ ແລະ ໃນໂລກ, ກໍ່ຄືຜົນກະທົບຂອງມັນຕໍ່ການພັດທະນາເສດຖະກິດ - ສັງຄົມ. ຫວຽດນາມ ແລະ IOM ສະໜັບສະໜູນການເພີ່ມທະວີການຮ່ວມມືໃນພາກພື້ນ ເພື່ອຍົກສູງສຸຂະພາບໃຫ້ແກ່ຊາວອົບພະຍົບ.

ສ່ວນທ່ານນາງ Park Mihyung, ຫົວໜ້າຄະນະຜູ້ຕາງໜ້າ IOM ປະຈຳ ຫວຽດນາມ, ໄດ້ຊົມເຊີຍການຮ່ວມມືລະຫວ່າງ IOM ແລະ ກະຊວງສາທາລະນະສຸກ. ຕາມທ່ານນາງ Park Mihyung ແລ້ວ, ໃນໂລກທີ່ຂະຫຍັນຂັນເຄື່ອນ ພ້ອມກັບຄວາມຕ້ອງການໄປມາທີ່ນັບມື້ນັບສູງຂອງມະນຸດ, ການຮ່ວມມື ແລະ ການພົວພັນຄູ່ຮ່ວມມືຢູ່ພາກພື້ນແມ່ນບັນດາປັດໄຈສຳຄັນ ເພື່ອຍົກສູງສຸຂະພາບ, ການດຳລົງຊີວິດໃຫ້ແກ່ຊາວອົບພະຍົບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.