ການເຈລະຈາກ່ຽວກັບການອົບພະຍົບ ແລະ ການເຂົ້າ-ອອກເມືອງລະຫວ່າງ ຫວຽດນາມ-ອັງກິດ

14:11 | 19/08/2022

ຍສໝ - ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລື ແລະ ເຫັນດີເປັນ ເອກະພາບບັນດາບັນຫາໂຄສະນາສື່ສານກ່ຽວກັບການເຂົ້າ-ອອກເມືອງ ແລະ ການອົບພະຍົບຢ່າງປອດໄພ, ຖືກຕ້ອງຕາມກົດໝາຍ; ບັນດາບັນຫາກ່ຽວຂ້ອງ ເຖິງການກັບຄືນບ້ານເກີດເມືອງນອນ; ນະໂຍບາຍໃໝ່ກ່ຽວກັບການເຂົ້າ-ອອກເມືອງ; ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ…

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ປະດັບ​ຫຼຽນ​ໄຊ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward
ຍອດວົງເງິນການຄ້ານໍາເຂົ້າ-ສົ່ງອອກລະຫວ່າງສອງປະເທດ ຫວຽດນາມ  - ອັງກິດ ຄາດວ່າຍັງບັນລຸໄດ້ 5,55 ຕື້ໂດລາສະຫະລັດ ໃນປີ 2020 ຍອດວົງເງິນການຄ້ານໍາເຂົ້າ-ສົ່ງອອກລະຫວ່າງສອງປະເທດ ຫວຽດນາມ - ອັງກິດ ຄາດວ່າຍັງບັນລຸໄດ້ 5,55 ຕື້ໂດລາສະຫະລັດ ໃນປີ 2020

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ສົມທົບກັບກະຊວງພາຍໃນອັງກິດ ຈັດຕັ້ງການເຈລະຈາກ່ຽວກັບການ ອົບພະຍົບ ແລະ ການເຂົ້າ-ອອກເມືອງລະຫວ່າງ ຫວຽດນາມ-ອັງກິດ ຄັ້ງທີ 1.

ທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະ ທ່ານ Matthew Cycroft ຮອງລັດຖະມົນຕີກະຊວງພາຍໃນອັງກິດ ເປັນປະທານຮ່ວມການເຈລະຈາ.

ການເຈລະຈາກ່ຽວກັບການອົບພະຍົບ ແລະ ການເຂົ້າ-ອອກເມືອງລະຫວ່າງ ຫວຽດນາມ-ອັງກິດ
ທ່ານພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະ ທ່ານ Matthew Cycroft ຮອງລັດຖະມົນຕີກະຊວງພາຍໃນອັງກິດ.ພາບ: ສະຖານທູດອັງກິດ

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລື ແລະ ເຫັນດີເປັນ ເອກະພາບບັນດາບັນຫາໂຄສະນາສື່ສານກ່ຽວກັບການເຂົ້າ-ອອກເມືອງ ແລະ ການອົບພະຍົບຢ່າງປອດໄພ, ຖືກຕ້ອງຕາມກົດໝາຍ; ບັນດາບັນຫາກ່ຽວຂ້ອງ ເຖິງການກັບຄືນບ້ານເກີດເມືອງນອນ; ນະໂຍບາຍໃໝ່ກ່ຽວກັບການເຂົ້າ-ອອກເມືອງ; ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ…

ສອງຝ່າຍຍົກອອກມາດຕະການຕ່າງໆເພື່ອແນໃສ່ສະກັດກັ້ນການເຂົ້າ-ອອກເມືອງ, ການອົບພະຍົບແບບຜິດກົດໝາຍ, ສົ່ງເສີມການເຂົ້າ-ອອກເມືອງຢ່າງ ປອດໄພ, ຖືກຕ້ອງຕາມກົດໝາຍຜ່ານການເຄື່ອນໄຫວໂຄສະນາສື່ສານ, ຝຶກອົບ ຮົມຍົກສູງກໍາລັງຄວາມສາມາດການເຂົ້າ-ອອກເມືອງ ແລະ ແລກປ່ຽນຂໍ້ມູນຂ່າວສານ; ສືບຕໍ່ຮັກສາ ແລະ ຍົກສູງປະສິດທິຜົນການພົວພັນຮ່ວມມືຢ່າງແໜ້ນແຟ້ນໃນວຽກງານ ກັບຄືນບ້ານເກີດເມືອງນອນ.

ບູນມີ

ເຫດການ
302 Found

Found

The document has moved here.