ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

08:15 | 15/07/2018

ຍ​ສ​ໝ - ບັນດາທະເລ-ຫາດຊາຍ ຕໍ່ໄປນີ້ບໍ່ພຽງແຕ່ຈະເຮັດໃຫ້ທ່ານຜ່ອນຄາຍຫຼີກໜີຈາກຕົວເມືອງອັນອົບເອົ້າໃນລະດູຮ້ອນ, ແຕ່ທ່ານຍັງຈະໄດ້ຊົມທິວທັດທຳມະຊາດ ທີ່ສວຍສົດງົດງາມນຳອີກ.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ໂກ​ໂຕ, ແຂວງ ກວ້າງ​ນິງ: ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ທ່ານ​ຄວນ​ຈັດ​ເຂົ້າ​ໃນ​ແຜນ​ການ​ທ່ອງ​ທ່ຽວ​ໃນ​ເດືອນ ກໍ​ລະ​ກົດ, ທະ​ເລ ໂກ​ໂຕ ປຽບ​ເໝືອນ​ໄຂ່​ມຸກ​ທີ່​ສວຍ​ງາມ​ທີ່​ສຸດ ທີ່​ມີ​ປະ​ກາ​ລັງ​ໃຕ້​ທະ​ເລ​ອັນ​ງົດ​ງາມ, ນ້ຳ​ທະ​ເລ​ສີ​ຟ້າ​ໃສ ແລະ ຫາດ​ຊາຍ​ຂາວ​ທີ່​ຍາ​ວ​ສຸດ​ສາຍ​ຕາ.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ-ໝູ່​ເກາະ ກ໋າດ​ບ່າ, ແຂວງ ຫ໋າຍ​ຟ່ອງ: ໄດ້​ຮັບ​ການ​ຂະ​ໜານ​ນາມ​ຄື: “ ອັນ​ຍະ​ມະ​ນີ ຂອງ​ອ່າວ-ທະ​ເລ ​ພາກ​ເໝືອ” ທະ​ເລ​ ກ໋າດ​ບ່າ ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວໃນ​ເດືອນ ກໍ​ລະ​ກົດ. ນອກ​ຈາກ​ຈະ​ມີ ຫາດ​ຊາຍ​ຂາວ-ສະ​ອາດ ສວຍງາມ ເໝາະ​ແກ່​ການ​ລອຍ-ຫຼິ້ນ​ນ້ຳ​ທະ​ເລ​ແລ້ວ, ທີ່​ນີ້​ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດືງ​ດູດ​ອີກ​ຫຼາຍ​ແຫ່ງຄື: ປ່າສະ​ຫງວນ​ແຫ່ງ​ຊາດ ທີ່​ມີລີງ-ຄ່າງ ກ໋າດ​ບ່າ ​ເປັນ​ສັດຫາ​ຍາກ ແລະ ຖ້ຳ ຈຸງ​ຈາງ ອັນ​ລຶກ​ລັບ-ໜ້າ​ຄົ້ນ​ຫາ.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ວຸ໋ງ​ເຕົ່າ: ທະ​ເລ-ທ້ອງ​ຟ້າ ປະ​ສົມ​ປະ​ສານ​ກັບ​ຢ່າງ​ລົງ​ໂຕເປັນ​ສີ​ຟ້າ​ໃສ​ອັນ​ຮົ່ມ​ເຢັນ ປະ​ກອບ​ໃສ່​ຫາດ​ຊາຍ​ຂາວ ທອດ​ຍາວ ຢ່າງ​ສວຍ​ສົດ​ງົດ​ງາມ ເຮັດ​ໃຫ້​ສະ​ຖານ​ທີ່​ທ່ອງ​ທ່ຽວນີ້ ບໍ່​ຄວນ​ທີ່​ຈະ​ຂາດ​ໃນ​ໂປ​ແກຼມ​ການ​ທ່ອງ​ທ່ຽວ​ທະ​ເລ​ຂອງ​ທ່ານ​ໃນ​ລະ​ດູ​ຮ້ອນນີ້.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ຫະ​ລ໋ອງ, ແຂວງ ກວ້າງ​ນິງ: ເປັນ​ຊື່​ທີ່​ຄຸ້ນ​ເຄີ​ຍ​ແຕ່​ບໍ່​ເຄີຍ​ທີ່​ຈະ​ເກົ່າ, ທະ​ເລ​ຫະ​ລ໋ອງ ເປັນ​​ບ່ອນທີ່​ມີ​ທະ​ເລ​ໃສ, ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ທີ່​ທຳ​ມະ​ຊາດ​ສ້າງ​ໄວ້​ໃຫ້.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ຫາງ​ຣ໋າຍ, ແຂວງ​ນິງ​ທົ້ນ: ທະ​ເລ ຫາງ​ຣ໋າຍ ບົດ​ປະ​ພັນ​ທາງ​ທຳ​ມະ​ຊາດ​ຂອງ ແຂວງ ນິງ​ທົ້ນ ດ້ວຍ​ຄວາມ​ງາມ​ທີ່​ມະ​ຫັດ​ສະ​ຈັນ, ຄົງ​ຄວາມ​ປະ​ຖົມ​ປະ​ຖານ ແລະ ງົດ​ງາມ​ອັນ​ເລິກ​ເຊິ່ງ. ທີ່ນີ້ ເປັນ​ສະ​ຖານ​ທີ່​ພົ້ນ​ເດັ່ນ ດືງ​ດູດ​ແກ່​ນັກ​ຖ່າຍ​ຮູບ ແລະ ນັກ​ທ່ອງ​ທ່ຽວ​ທີ່​ມັກ​ໃນ​ການ​ພະ​ຈົນ​ໄພ, ເອົາ​ຊະ​ນະ​ສິ່ງ​ທີ່​ທ້າ​ທາຍ​ຂອງ​ທຳ​ມະ​ຊາດ.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ມຸ໋ຍ​ແນ໋, ແຂວງ ຟານ​ທ໋ຽດ: ຄວາມ​ງາມ​ຂອງ ມຸ໋ຍ​ແນ໋ ບໍ່​ແມ່ນ​ມີ​ແຕ່​ຄວາມ​ງາມ​ຂອງ​ທະ​ເລ​-ທ້ອງ​ຟ້າ ຫຼື ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຟາມ​ປະ​ມົງ ຜ່ານບົດ​ເພງ ກາງ​ໃບ​ເຮືອ​ຮັບ​ລົມ ກັງ​ບ່ວມ​ເວີ໋ຍ​ຢໍ​ເຄີຍ ແຕ່​ຍັງ​ແມ່ນ​ຄວາມ​ງາມ​ຂອງ ພູ​ດິນ​ຊາຍ ອັນ​ກວ້າງ​ໃຫຍ່​ໄພ​ສານ ແລະ ຄວາມ​ງາມ​ຂອງ​ຍິງ​ສາວ ຊາວຫວຽດ​ນາມ​ເຊື້ອ​ສາຍ​ອິດ​ສະ​ລາມແບກ​ໄຫ​ນ້ຳ​ເທິງ​ຫົວ.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ເກື້ອ​ດ້າຍ, ແຂວງ​ກ້​ວາງນ​າມ: ເກື້ອ​ດ້າຍ​ ແມ່ນ​ທະ​ເລ-ຊາຍ​ຫາດ ທີ່​ງາມ​ທີ່​ສຸດ​ຂອງ​ແຂວງ ກ້​ວາງ​ນາມ ດ້ວຍ​ຄວາມ​ງາມ​ອັນ​ສະ​ຫງົບ​ ບັນ​ເລງ​ຜ່ານ​ສຽງ​ຄື້ນ​ກະ​ທົບ​ຊາຍ​ຝັ່ງ-ແສ​ງ​ລະ​ຍິບ​ລະ​ຍັບ​ຂອງ​ໜ້າ​ນ້ຳ​ທະ​ເລ ກະ​ທົບ​ຈາກ​ແສງ​ຕາ​ເວັນ​ຕອນ​ແລງ.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ກູ່​ລາວ​ຈ່າມ, ແຂວງ ກວ້າງ​ນາມ: ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ບໍ່​ອາດ​ຈະ​ພາດ​ເມື່ອ​ມາ​ທ່ຽວ​ທີ່​ແຂວງ ກ​ວ້າງ​ນາມ ເດືອນ ກໍ​ລະ​ກົດນີ້. ອັນ​ຍະ​ມະ​ນີ ລະ​ຫວ່າງ​ກາງ​ຂອງ​ທະ​ເລ​ຈີນ​ໃຕ້, ຂຽວ​ອຸ່ມ​ທຸ່ມ​ດ້ວຍ​ພືກ​ສາ​ຊາດ​ນາໆ​ພັນ, ປະ​ສົມ​ປະ​ສານ​ກັບ ທະ​ເລ​-ທ້ອງ​ຟ້າ ເປັນ​ແດນ​ສະ​ຫວັນ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ຢາກ​ຜ່ອນ​ຄາຍ​ຈາກ​ຕົວ​ເມືອງ​ອັນ​ເຄັງ​ຕຶງ​ ແລະ ຮ້ອນ​ອົບ​ເອົ້າ.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ທຽນ​ເກີ່ມ ແຂວງ​ຮ່າ​ຕິ໋ງ: ຄຳ​ວ່າ​ທຽນ​ເກີ່ມ​ແປ​ວ່າ: ເຄື່ອງ​ດົນ​ຕີ​ປ​ະ​ເພດ​ສາຍ​ຈາກສະ​ຫວັນ ເມື່ອ​ມາ​ທ່ຽວ​ທີ່ນີ້​ທ່ານ​ຈະ​ຮູ້​ສືກ​ຜ່ອນ​ຄາຍ ຈາກ​​ທ່ວງ​ທຳ​ນອງ​ຂອງສຽງ​ຄື້ນ​ທະ​ເລ ກັ່ນ​ຕອງ​ມາ​ຈາກ ການ​ບັນ​ເລງ​ຂອງ​ສາຍ​ລົມ​ແລະ​ນ້ຳ​ທະ​ເລ

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ-ເກາະຟູ໋​ກ໋ວກ ແຂວງ ກຽນ​ຢາງ: ຟູ໋​ກ໋ວກ​ບໍ່​ເປັນ​ພຽງ​ແຕ່​ເກາະ​ທີ່​ສວຍ​ງາມ​ເທົ່າ​ນັ້ນ​ແຕ່​ຍັງ​ເປັນ​ສະ​ຖານ​ທີ່​​ດຽວ​ທີ່​ທ່ານ​ຈະ​ສາ​ມາດຊົມ​ຕາ​ເວັນ​ຕົກ​ໄດ້​ຢ່າງ ໂລ​ເມັນ​ຕິກ.

ທະເລງາມປານແດນສະຫວັນຂອງ ຫວຽດນາມ ທີ່​ທ່ານຄວນມາທ່ຽວໃນລະດູຮ້ອນນີ້

ທະ​ເລ ຢາ​ຈາງ: ໃຜ​ທີ່​ມາ​ທ່ຽວ​ ຢາ​ຈາງ​ຄັ້ງ​ທຳ​ອິດ​ລ້ວນ​ແລ້ວ​ແຕ່​ຕ້ອງ​ກ່າວ​ຄຳ​ຊົມ​ເຖິງ​ຄວາມ​ງາມ​ຂອງ​ທ​ະ​ເລ-ຊາຍ​ຫາດ​ແຫ່ງນີ້ ທີ່​ມີ​ນ້ຳ​ທະ​ເລ​ສີ​ຟ້າ​ໃສ​ເຢັນ, ຫາດ​ຊາຍ​ຂາວ​ສະ​ອາດ ແສງ​ແດງ​ເຫຼືອງ​ອະ​ລ່າມ ໄປ​ຈົ​ນ​ຮອດ ວິ​ຫານ​ຈ່າມ​ເຣວ​ຟ໋ອງ ອັນ​ເກົ່າ​ແກ່.


(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.