ປະຊາຄົມຊາວຫວຽດນາມຢູ່ສາທາລະນະລັດເຊັກໂກ ແມ່ນຕົວຢ່າງທີ່ສ່ອງແສງຂອງຄວາມສາມັກຄີ

00:00 | 26/07/2023

ຍສໝ - ທ່ານ​ລັດຖະມົນຕີ ບູຍແທັງເຊີນ ຢືນຢັນ​ວ່າ ພັກ ​ແລະ ລັດ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ການ​ເຄື່ອນ​ໄຫວຮັກສາສີສັນ​ວັດທະນະທຳ ​ແລະ ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ປະຊາຊົນຊາວ ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ເຈົ້າພາບ​ເປັນ​ຢ່າງ​ດີ, ​ເຊີດ​ຊູ​ຮີດຄອງ​ປະ​ເພນີ, ອະນຸລັກ​ຮັກສາ ​ແລະ ​ເຜີຍ​ແຜ່ສີສັນ​ຂອງ​ຫວຽດນາມ ​ແລະ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ.

ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ
ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນເຂົ້າຮ່ວມງານບຸນໃຫຍ່ຂອງຕະກຸນ ຫວູ-ຫວໍ ຫວຽດນາມ ຢູ່ ສ.ເຊັກໂກ

ທີ່ການພົບປະ, ຜູ້ຕາງໜ້າບັນດາສະມາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ໄດ້ແບ່ງປັນ, ສະແດງຄວາມມຸ່ງຫວັງ ກໍ່ຄືສະເໜີໃຫ້ຄະນະປະຕິບັດງານ ຊຸກຍູ້ການເຄື່ອນໄຫວຂອງອົງການຕາງໜ້າຫວຽດນາມ ປະຈຳ ເຊັກໂກ ໃຫ້ຫຼາຍກ່ວາອີກ, ເພີ່ມທະວີການສົມທົບກັນ, ຊຸກຍູ້ບັນດາການເຄື່ອນໄຫວຂອງປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນ ຫວຽດນາມ ໃຫ້ຫຼາຍກ່ວາອີກ, ຍູ້ແຮງບັນດາການເຄື່ອນໄຫວຮັກສາສີສັນວັດທະນະທຳຂອງຊາດ ແລະ ຮັກສາພາສາຫວຽດນາມ ໃຫ້ແກ່ຊາວ ຫວຽດນາມ ລຸ້ນຄົນທີ 2, ທີ 3.

ປະຊາຄົມຊາວຫວຽດນາມຢູ່ສາທາລະນະລັດເຊັກໂກ ແມ່ນຕົວຢ່າງທີ່ສ່ອງແສງຂອງຄວາມສາມັກຄີ

ປະຊາຄົມຊາວຫວຽດນາມຢູ່ສາທາລະນະລັດເຊັກໂກ ແມ່ນຕົວຢ່າງທີ່ສ່ອງແສງຂອງຄວາມສາມັກຄີ

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນຄືນໃໝ່ທັດສະນະຂອງລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດໄດ້, ບົນພື້ນຖານນັ້ນ ຕ້ອງປັບປຸງເອກະສານດ້ານກົດໝາຍສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເໝາະສົມ. ທ່ານລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ພັກ ແລະ ລັດ ຈະສືບຕໍ່ມີຄວາມເອົາໃຈໃສ່ເຖິງການເຄື່ອນໄຫວຮັກສາສີສັນວັດທະນະທຳພາສາ ຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນເຊື່ອມຕົວເຂົ້າກັບສັງຄົມຢູ່ປະເທດປະຈຳຖິ່ນ ກໍ່ຄືເສີມຂະຫຍາຍປະເພນີ, ຮັກສາ, ແຜ່ຂະຫຍາຍສີສັນ ຫວຽດນາມ ແລະ ຍາມໃດກໍ່ອ່ວາຍໜ້າເມື່ອຫາບ້ານເກີດເມືອງນອນປະເທດຊາດ, ແມ່ນກຳລັງຫຼັກແຫຼ່ງໃນການໂຄສະນາ, ແຜ່ຂະຫຍາຍວັດທະນະທຳ, ພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ໄປຍັງເພື່ອນມິດສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.