ປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ແກ່ຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ

00:00 | 06/08/2023

ຍສໝ - ຕອນບ່າຍວັນທີ 2 ມິຖຸນາ, ຢູ່ນະຄອນປາກເຊ, ແຂວງຈໍາປາສັກ, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ໄດ້ຈັດພິທີມອບຂອງຂວັນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ (ຈໍາປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ), ​ເພື່ອ​ຮັບ​ໃຊ້​ການ​ຮຽນ​ການ​ສອນ​ພາສາ​ຫວຽດນາມ ​ໃຫ້​ລູກ​ຫຼານ​ຊາວ​ຫວຽດນາມ ​ທີ່​ພວມ​ຮ່ຳຮຽນ​ຢູ່​ບັນດາ​ໂຮງຮຽນ​ມິດຕະພາບ​ໂດຍ​ສະມາຄົມ ຫວຽດນາມ​ ​ກໍ່ສ້າງ ​ແລະ ຄຸ້ມ​ຄອງຢູ່​ພາກ​ໃຕ້​ລາວ.

ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ
ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ນະຄອນປາກເຊ, ແຂວງຈໍາປາສັກ, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ໄດ້ຈັດພິທີມອບຂອງຂວັນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ (ຈໍາປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ), ​ເພື່ອ​ຮັບ​ໃຊ້​ການ​ຮຽນ​ການ​ສອນ​ພາສາ​ຫວຽດນາມ ​ໃຫ້​ລູກ​ຫຼານ​ຊາວ​ຫວຽດນາມ ​ທີ່​ພວມ​ຮ່ຳຮຽນ​ຢູ່​ບັນດາ​ໂຮງຮຽນ​ມິດຕະພາບ​ໂດຍ​ສະມາຄົມ ຫວຽດນາມ​ ​ກໍ່ສ້າງ ​ແລະ ຄຸ້ມ​ຄອງຢູ່​ພາກ​ໃຕ້​ລາວ.

​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ກອງ​ປະຊຸມ​ມີ​ທ່ານ ຫງວຽນ​ວັນ​ຈູງ, ກົງ​ສຸນ​ໃຫຍ່​ຫວຽດນາມ ປະຈຳ​ນະຄອນ​ປາກເຊ; ຜູ້ຕາງໜ້າສະມາຄົມວິສາຫະກິດຫວຽດນາມ; ຜູ້ຕາງໜ້າ​ສະມາຄົມ​ຊາວ​ຫວຽດນາມ ຢູ່ 4 ​ແຂວງ​ພາກ​ໃຕ້​ຂອງ​ລາວ ​ແລະ ຊາວ​ຫວຽດນາມອາ​ໄສ​ຢູ່ 4 ​ແຂວງ​ດັ່ງກ່າວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​. ນີ້ແມ່ນຄວາມເອົາໃຈໃສ່ຂອງບັນດາການນຳພັກ, ລັດ ແລະ ໂດຍສະເພາະແມ່ນທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ທີ່ມີຕໍ່ປະຊາຄົມ, ຍາດຕິພີ່ນ້ອງ ແລະ ຊາວຫວຽດນາມ ອາໄສຢູ່ 4 ແຂວງພາກໃຕ້ຂອງລາວ; ເປັນສິ່ງພິສູດໃຫ້ແກ່ນະ​ໂຍບາຍ​ທີ່​ເປັນ​ເອກະ​ພາບ ​ແລະ ລຸລ່ວງ “ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແມ່ນ​ສ່ວນ​ໜຶ່ງ​ທີ່ບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້”.

ປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ແກ່ຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ

ປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ແກ່ຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ. (ພາບ: TTXVN)

ທີ່ພິທີ, ສະຖານກົງສຸນໃຫຍ່ ສສ.ຫວຽດນາມ ປະຈໍາ ປາກເຊ ໄດ້ມອບຂອງຂວັນ 2 ໂຕນ, ໃນນັ້ນມີຄອມພີວເຕີ 8 ເຄື່ອງ, ເຄື່ອງສາຍຮູບເງົາ (ໂປເຈັກເຕີ) 1 ໜ່ວຍ, ສໍຂາວ 400 ກ່ອງ, ປຶ້ມນິທານ 1.000 ຫົວ, ອຸປະກອນການຮຽນພາສາຫວຽດນາມ 40 ຊຸດ, ອຸ​ປະ​ກອນ​ການ​ສອນ​ຄະ​ນິດ​ສາດຊັ້ນປະຖົມ 40 ຊຸດ ແລະ ກະເປົ໋ານັກຮຽນ 400 ອັນ ໃຫ້​ແກ່​ຊຸມ​ຊົນ​ຊາວ​ຫວຽດ​ນາມ ຢູ່ 4 ແຂວງ​ພາກ​ໃຕ້​ລາວ.

ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່ 4 ​ແຂວງ​ພາກ​ໃຕ້​ຂອງ​ລາວ, ທ່ານ ດົ່ງກົງ​ຢຸງ ປະທານ​ສະມາຄົມ​ຊາວ​ຫວຽດນາມ ​ຢູ່ແຂວງຈຳປາ​ສັກ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດ, ພິ​ເສດ​ແມ່ນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເວືອງດິ່ງເຫວ້ ​ທີ່ໃຫ້ຄວາມ​ຮັກ​ແພງ ​ແລະ ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຂອງ​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່​ພາກ​ໃຕ້​ຂອງ​ລາວ; ສັນຍາ​ວ່າ​ຈະ​ນຳ​ໃຊ້​ຂອງຂວັນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ເພື່ອ​ຈຸດປະສົງ​ທີ່​ຖືກຕ້ອງ ​ແລະ ມີ​ປະສິດທິ​ຜົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.