ສັບປະດາ ວັດທະນະທຳຫວຽດນາມ ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນບ້ານ ຢີປຸ່ນ

16:05 | 17/07/2018

ຍ​ສ​ໝ - ວັນສັບປະດາ ວັດທະນະທຳຫວຽດນາມ ຢູ່ ມະຫາວິທະຍາໄລ Ritsumeikan ອາຊີ-ຕາເວັນອອກສ່ຽງໃຕ້ (APU) ດຳເນີນໄປດ້ວຍຄວາມສຳເລັດ ຢູ່ນະຄອນ Beppu ແຂວງ Oita ປະເທດ ຢີປຸ່ນ.

ເຖິງວ່າ​ສະ​ພາບ​ອາ​ກາດ​ຈະ​ບໍ່​ເອື້ອ​ອຳ​ນວຍ​ປານ​ໃດ, ແຕ່​ໃນ​ງານ​ສັບ​ປະ​ດາ​ດັ່ງ​ກ່າວ​ທີ່ໄດ້​ຈັດ​ຂື້ນ​ຢູ່ ສະ​ໂມ​ສອນ​ຂອງ​ໂຮງ​ຮຽນ ມີ​ບ່ອນ​ນັ່ງ​ເກືອບ 1.000 ແມ່ນ​ເຕັມ​ໜົດ ​ດ້ວຍ​​ແຂກ​ຕ່າງ​ປະ​ເທດ, ພໍ່​ແມ່ປະ​ຊາ​ຊົນຊາວ Oita , ບັນ​ດາ​ຊາວ​ໜຸ່ມ-ນ້ອງນັກ​ຮຽນຫວຽດ​ນາມ ​ທີ່​ກຳ​ລັງ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່ ແຂວງ Oita ແລະ ແຂວງ​ອ້ອມ​ຂ້າງ.

ສັບປະດາ ວັດທະນະທຳຫວຽດນາມ ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນບ້ານ ຢີປຸ່ນ

ລະ​ຄອນ​ເວ​ທີ ໃນ​ຫົວ​ຂໍ້​ "ຄວາມ​ລັບ​ຂອງ​ສວນ ເລະ​ຈີ" ​ຫວຽດ​ນາມ.

ວັນ​ສັບ​ປະ​ດາ ວັດ​ທະ​ນະ​ທຳ ຄັ້ງ​ນີ້​ປະ​ກອບ​ມີ​ ການ​ໂຄ​ສະ​ນາ​ເຜີຍ​ແຜ່​ດ້ານ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ອາ​ຫານ​ທີ່​ເປັນ​ເອກ​ກະ​ລັກ​ຊົນ​ເຜົ່າ​ຄື: ລາຍການ​ ​ບຸນ​ບ້ານ, ຂະ​ບວນ​ແຫ່​ອ້ອມ​ຮອບ​ເດີ່ນ​ໂຮງ​ຮຽນ, ລາຍ​ການ ຮ່າ​ໂນ້ຍ-ທັງ​ລອງ, ແນະ​ນຳ​ອາ​ຫານ​ຫວຽດ​ນາມ, ການ​ຫຼິ້ນ​ແບບ​ພື້ນ​ເມືອງ… ຈຸດ​ທີ່ພິ​ເສດ​ຂອງ​ກິດ​ຈະ​ກຳ​ແມ່ນ ລະ​ຄອນ​ເວ​ທີ​ພາກ​ຄ່ຳ​ໃນ​ຫົວ​ຂໍ້ “ຄວາມ​ລັບ​ຂອງ ສວນ ເລະ​ຈີ”.

ລະ​ຄອນ​ເວ​ທີ ​ເຕົ້າ​ໂຮມ​ເອົາ​ບັນ​ນັກ​ຮຽນ​ຈາກ​ບັນ​ດາ​ປະ​ເທດ​ຕ່າງໆ ປະ​ມານ 200 ຄົນ, ແນະ​ນຳ​ຕໍ່​ເພື່ອນ​ບ້ານ​ຜູ້​ຊົມ ຢີ​ປຸ່ນ​ກ່ຽວ​ກັບ​ປະ​ເທດ, ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຜ່ານ​ລາຍ​ການ​ສະ​ແດງອັນ​ເກົ່າ​ແກ່​ ແລະ ​ທັນ​ສະ​ໄໝ​ ບໍ່​ວ່າ​ຈະ​ເປັນ: ການ​ເດີນ​ແບບ(ແຟ​ຊັ້ນ​ໂຊ) ໂດຍງານ​ການ​ອອກ​ແບບ​ຂອງ ນັກ​ອອກ​ແບບທີ່​ໂດ່ງ​ດັງ - ເລ​ທິ​ລານ​ເຮືອງ , ບົດຟ້ອນ​ແບບ​ພະ​ລາດ​​ຊະ​ວັງ, ​ບົດຟ້ອນ​ແພ​ໄໝ, ລຳ​ມວຍ​ຕ່າງໆ…

ສັບປະດາ ວັດທະນະທຳຫວຽດນາມ ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນບ້ານ ຢີປຸ່ນ

ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ໄດ້​ໃຫ້​ຮູ້​ວ່າ​ຈະ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກິດ​ຈະ​ກຳ​ດັ່ງ​ກ່າວ​ແມ່ນ​ກິນ​ເວ​ລາ​ປະ​ມານ 1ປີ ດ້ວຍ​ການ​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ຈາກ​ຫຼາຍ​ອົງ​ການ​ຈັດ​ຕັ້ງ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ນັກ​ຮຽ​ນ​​ຫວຽດ​ນາມໝົດ​ທຸກ​ຄົນ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ APU. ວັນ​ສັບ​ປະ​ດ​ານີ້​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ສາ​ກົນ​ຫຼາຍ​ພັນ​ຄົນ ແລະ ປະ​ຊາ​ຊົນ​ທ້ອງ​ຖິ່ນ ປະ​ກອບ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ມີ​ຄວາມ​ເລິກ​ເຊິ່ງ ກ້​ວາ​ຂວາງ ລະ​ຫວ່າງ​ຫວຽດ​ນາມ ແລະ ຢີ​ປຸ່ນ.

ສັບປະດາ ວັດທະນະທຳຫວຽດນາມ ສ້າງຄວາມປະທັບໃຈໃຫ້ແກ່ເພື່ອນບ້ານ ຢີປຸ່ນ

ສິນ​ລະ​ປະ​ບົດ​ຟ້ອນ​ທີ່​ເພື່ອນ​ບ້າ​ນ​ສາ​ກົນ​ໃຫ້​ຄວາມ​ສົນ​ໃຈ.

ມະ​ຫາ​ວິ​ທະ​ຍາ​ໄລ Ritsumeikan ອາ​ຊີ- ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສ້າງ​ຕັ້ງ​ຂື້ນ​ໃນ​ປີ 200 ຢູ່​ແຂວງ Oita ປະ​ເທດ ຢີ​ປຸ່ນ ແມ່ນ​ໜຶ່ງ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ສາ​ກົນ​ ທີ່​ມີແນວ​ທາງນະ​ໂຍ​ບາຍ ເຊື່ອມ​ໂຍງ​ສາ​ກົນ ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ ຢູ່ ຢີ​ປຸ່ນ, ມີ​ນັກ​ຮຽນ​ສາ​ກົນປະ​ມານ 3.000 ຄົນ ມາ​ຈາກ 90 ປະ​ເທດ​ໃນ​ໂລກ ແລະ ນັກ​ຮຽນ​ຢີ​ປຸ່ນ​ອີກປະ​ມານ 3.000ຄົນ.

ມາ​ຮອດ​ປະ​ຈຸ​ບັນ ໄດ້​ມີ​ນັກ​ຮຽນ​ຈາກ 144 ປະ​ເທດ ທີ່​ເຂົ້າ​ຮຽນ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງນີ້. ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງນີ້ ກໍ່​ເປັນ​ໂຮງ​ຮຽນ​ໜື່ງ​ທີ່​ມີ​ນັກ​ຮຽນ​ຫວຽດ​ນາມ​ ສຶກ​ສາ​ຮ່ຳ​ຮຽນ​ຫຼາຍ​ຕິດ​ອັນ​ດັບ​ຕົ້ນໆ​ຂອງ​ຢີ​ປຸ່ນ ເຊິ່ງ​ມີ​ປະ​ມານ 500ຄົນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.