ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ

14:08 | 12/07/2022

ຕອນບ່າຍວັນທີ 10 ກໍລະກົດ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບນັກສຶກສາສາກົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຂຽວ ຄັ້ງທີ 29 ປີ 2022 ຢູ່ບໍລິເວນນະຄອນ.

ສື່ມວນຊົນ ມາເລເຊຍ ຕີລາຄາສູງການເຄື່ອນໄຫວຈັດຕັ້ງ SEA Games 31 ຂອງ ຫວຽດນາມ ສື່ມວນຊົນ ມາເລເຊຍ ຕີລາຄາສູງການເຄື່ອນໄຫວຈັດຕັ້ງ SEA Games 31 ຂອງ ຫວຽດນາມ
ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສືບຕໍ່ໜູນຊ່ວຍຊາວເຜົ່າຈຳ ແກ້ໄຂຄວາມຫຍຸ້ງຍາກ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສືບຕໍ່ໜູນຊ່ວຍຊາວເຜົ່າຈຳ ແກ້ໄຂຄວາມຫຍຸ້ງຍາກ
ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ມອບຜ້າລາຍແຊກເປັນທີ່ລະນຶກໃຫ້ນັກສຶກສາອາສາສະໝັກມາເລເຊຍ. ພາບ: ຮົ່ງຢາງ
ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ມອບຜ້າລາຍແຊກເປັນທີ່ລະນຶກໃຫ້ນັກສຶກສາອາສາສະໝັກມາເລເຊຍ. ພາບ: ຮົ່ງຢາງ

ກຳລັງນັກສຶກສາສາກົນທີ່ເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງສີຂຽວ ປີ 2022 ຂອງນະຄອນໂຮ່ຈີມິນ ລວມມີນັກສຶກສາມາເລເຊຍ 72 ຄົນແມ່ນພົນລະເມືອງມາເລເຊຍ, ສະມາຊິກຂອງອົງການນັກສຶກສາອາສາສະໝັກສາກົນມາເລເຊຍ. ໃນຂອບເຂດການເຄື່ອນໄຫວ, ກຳລັງນີ້ຈະສົມທົບກັບນັກສຶກສາອາສາສະໝັກຫວຽດນາມ 80 ກວ່າຄົນທີ່ມາຈາກ 5 ມະຫາວິທະຍາໄລໃນບໍລິເວນນະຄອນ ດ້ວຍບໍລິເວນເຄື່ອນໄຫວລວມມີເມືອງ 12 ແລະເມືອງ ບິ່ງແຈ໊ງ, ຍ່າແບ່ ແລະເກິ່ນເຢີ໋.

ເນື້ອໃນເຄື່ອນໄຫວຕົ້ນຕໍຂອງບັນດານັກສຶກສາອາສາສະໝັກສາກົນລວມມີ: ຈັດຕັ້ງກິດຈະກໍາເຄື່ອນໄຫວຊອກຮູ້ກ່ຽວກັບອົງການຈັດຕັ້ງຊາວໜຸ່ມ, ສະມາຄົມນັກສຶກສາຫວຽດນາມ ຢູ່ນະຄອນໂຮ່ຈີມິນ, ຊອກຮູ້ວັດທະນະທຳ, ເຂດປູສະນີຍະສະຖານປະຫວັດສາດ, ພົບປະແລກປ່ຽນກັບສະມາຊິກຊາວໜຸ່ມ, ຊາວໜຸ່ມທ້ອງຖິ່ນ... ຄຽງຂ້າງນັ້ນ, ບັນດານັກສຶກສາອາສາສະໝັກຍັງຈັດຕັ້ງບັນດາກິດຈະກຳສະຫວັດດີການສັງຄົມ, ກິດຈະກຳລະດູແລ້ງໃຫ້ເດັກນ້ອຍ, ສອນພາສາອັງກິດ, ໜູນຊ່ວຍກໍ່ສ້າງ ແລະສ້ອມແປງທາງຄົມມະນາຄົມຊົນນະບົດ, ກິດຈະກໍາຮັບໃຊ້ເຍົາວະຊົນ. ບັນດາກິດຈະກໍາດໍາເນີນເຖິງວັນທີ 5 ສິງຫາ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.