ລາຍການສະແດງສິລະປະພິເສດ ຫວຽດນາມ - ອາກຊັງຕິນ: ບົດເພງມິດຕະພາບ

00:00 | 27/04/2023

ຍສໝ - ຕອນຄ່ຳວັນທີ 25 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ສູນວັດທະນະທຳ Kirchner, ນະຄອນຫຼວງ Buenos Aires, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ຕັດແຖບຜ້າເປີດສະຫຼອງງານວາງສະແດງ “ ໂຮ່ຈີມິນ - ຮູບພາບບຸກຄົນໜຶ່ງ”; ເຂົ້າຮ່ວມລາຍການສະແດງສິລະປະພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ.

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ອາກຊັງຕິນ ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ອາກຊັງຕິນ
ຫວຽດນາມ ແລະ ອາກຊັງຕິນ: ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ ແລະ ອາກຊັງຕິນ: ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ

ຕອນຄ່ຳວັນທີ 25 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ສູນວັດທະນະທຳ Kirchner, ນະຄອນຫຼວງ Buenos Aires, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ຕັດແຖບຜ້າເປີດສະຫຼອງງານວາງສະແດງ “ ໂຮ່ຈີມິນ - ຮູບພາບບຸກຄົນໜຶ່ງ”; ເຂົ້າຮ່ວມລາຍການສະແດງສິລະປະພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ.

ລາຍການສະແດງສິລະປະພິເສດ ຫວຽດນາມ - ອາກຊັງຕິນ: ບົດເພງມິດຕະພາບ

ລາຍການສະແດງສິລະປະພິເສດ ຫວຽດນາມ - ອາກຊັງຕິນ: ບົດເພງມິດຕະພາບ

ງານວາງສະແດງໄດ້ແນະນຳຮູບພາບປະທານໂຮ່ຈີມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ, ນັກວັດທະນະທຳໃຫຍ່ຂອງໂລກ, ນັກຮົບເປັນສັນຍາລັກໃຫ້ແກ່ການຕໍ່ສູ້ຍາດເອົາເອກະລາດ. ບັນດາພາບຖ່າຍທີ່ນຳມາວາງສະແດງ ໄດ້ສະແດງໃຫ້ໃຫ້ເຫັນຫຼາຍໄລຍະຂອງຊີວິດປະຕິວັດຂອງ ເພີ່ນ. ສິ່ງທີ່ໜ້າສົນໃຈ, ງານວາງສະແດງໄດ້ແນະນຳໄລຍະປະຫວັດສາດເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດໃນຕົ້ນສະຕະວັດທີ 20, ປະທານ ໂຮ່ຈີມິນ ໄດ້ແວ່ປະເທດ ອາກຊັງຕິນ ແລະ ອຸຣູກວາຍ ໃນຊຸມປີ 1912.

ຫຼັງຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນ ໄດ້ເຂົ້າຮ່ວມລາຍການສະແດງສິລະປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.