ໜັງ​ສື​ພິມ​ປະ​ຊາ​ຊົນ ລົງ​ບົດ​ຂຽ​ນຍ້ອງ​ຍໍ​ຊົມ​ເຊີຍ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ໄຊ​ຊະ​ນະ ດຽນ​ບຽນ​ຝຸ

08:46 | 09/05/2023

ຍ​ສ​ໝ - ໜັງ​ສື​ພິມ ປະ​ຊາ​ຊົນ, ອົງ​ການ​ກະ​ບອກ​ສຽງ ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ລົງ​ບົດ​ຂຽນ ຢັ້ງ​ຢືນ​ຂອບ​ຂະ​ໜາດ ແລະ ຄວາມ​ໝາຍ​ຂອງ​ໄຊ​ຊະ​ນະ​ດ​ຽນ​ບຽ​ນ​ຝຸ.

ຫຼາຍ​ກິດ​ຈະ​ກຳ​ຖືກ​ຈັດ​ຂຶ້ນ​ເພື່ອ​ສະເຫຼີມ​ສະຫຼອງ​ໄຊ​ຊະ​ນະບັ້ນ​ຮົບ “ຮ່າ​ໂນ້ຍ - ​ດ້ຽນ​ບຽນ​ຝູທາງ​ອາ​ກາດ” ​ຄົບ​ຮອບ 50 ປີ ຫຼາຍ​ກິດ​ຈະ​ກຳ​ຖືກ​ຈັດ​ຂຶ້ນ​ເພື່ອ​ສະເຫຼີມ​ສະຫຼອງ​ໄຊ​ຊະ​ນະບັ້ນ​ຮົບ “ຮ່າ​ໂນ້ຍ - ​ດ້ຽນ​ບຽນ​ຝູທາງ​ອາ​ກາດ” ​ຄົບ​ຮອບ 50 ປີ
ໄຊຊະນະ​ດ້ຽນບຽນ​ຝູ ຜ່ານ​ການ​ແຕ້ມ​ຂອງ​ຈິດ​ຕະກອນ ມາຍ​ຢຸຍ​ມິງ ໄຊຊະນະ​ດ້ຽນບຽນ​ຝູ ຜ່ານ​ການ​ແຕ້ມ​ຂອງ​ຈິດ​ຕະກອນ ມາຍ​ຢຸຍ​ມິງ
ໜັງ​ສື​ພິມ​ປະ​ຊາ​ຊົນ ລົງ​ບົດ​ຂຽ​ນຍ້ອງ​ຍໍ​ຊົມ​ເຊີຍ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ໄຊ​ຊະ​ນະ ດຽນ​ບຽນ​ຝຸ
ເວັບ​ໄຊ​ຂອງ​ໜັງ​ສື​ພິມ ປະ​ຊາ​ຊົນ (ພາບ:ຈິງ​ຢຸງ)

ບົດ​ຂ​ຽນ​ໄດ້​ຂຽນ​ວ່າ, ປີ 1953, ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ ສາມ​ປະ​ເທດ ອິນ​ດູ​ຈິນ ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ມາ​ຮຸກ​ຮານ​ກ້າວ​ເຂົ້າ​ສູ່​ປີ​ທີ 8. ຄວາ​ມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ລ​ະ​ຫວ່າງ​ສາມ​ປະ​ເທດ ອິນ​ດູ​ຈິນ ນັບ​ມື້​ນັບ​ແໜ້ນ​ແຟ້ນ. ບັນ​ດາ​ໄຊ​ຊະ​ນະ​ອັນ​ໃຫຍ່ຫຼວງ​ໃນ​ທົ່ວ​ສະ​ໜົມ​ຮົບ​ຂອງ​ສາມ​ປະ​ເທດ ອິນ​ດູ​ຈິນ, ລວມ​ມີ ລາວ, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ເຮັດ​ໃຫ້​ສັດ​ຕູ​ຕົກ​ເຂົ້າ​ສູ່​ສະ​ພາບຕົກທ່າ​ຮັບ ແລະ ນັບ​ມື້​ນັບ​ອ່ອນແອ​ລົງ.

ສຳ​ລັບ ຫວຽດ​ນາມ, ນັ້ນ​ແມ່ນ​ໄລ​ຍະ​ຊ​າດຫວຽດ​ນາມ ຕ້ອງ​ຕໍ່​ສູ້​ຕ້ານ​ລັດ​ທິ​ຫົວ​ເມືອງ​ຂຶ້ນແບ​ບເກົ່າ ດ້ວຍ​ຄວາມ​ຕັດ​ສິນ​ໃຈ “ຍອມ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດຊາດ”. ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດຂອງ ຫວຽດ​ນາມ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ທຸກ​ແນວ​ຮົບ, ນັບ​ແຕ່​ໄຊ​ຊະ​ນະ​ໃນ​ບັ້ນ​ຍຸດ​ທະ​ສາດ ຫວຽດ​ບັກ (ປີ 1947), ກ້າວໄປ​ສູ່​ໄຊ​ຊະ​ນະ​ໃນ​ບັ້ນ​ຍຸດ​ທະ​ສາດ​ຊາຍ​ແດນ (ປີ 1950), ບັ້ນ​ຍຸດ​ທະ​ສາດ ຮ່​ວາ​ບິ່ງ (ແຕ່​ປີ 1951 ຮອດ ປີ 1952) ແລະ​ ບັ້ນຍຸດ​ທະ​ສາດ ລາວ​ສູງ (ປີ 1953).

ບັນ​ດາ​ໄຊ​ຊະ​ນະ​ນັ້ນ ໄດ້​ສ້າງ​ທ່ວງທ່າ ແລະ ກຳ​ລັງ​ໃໝ່​ໃຫ້​ແກ່​ການ​ເຕີບ​ໃຫຍ່​ທີ່​ເຂັ້ມ​ແຂ​ງ​ກ່ຽວ​ກັບ​ຈຳ​ນວນ ແລະ ຄຸນ​ນະ​ພາບ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ເປັ​ນ​ເຈົ້າ​ການ​ບຸກ​ໂຈມ​ຕີ​ສັດ​ຕູ​ໃນ​ທຸກ​ແນວ​ຮົບ, ເຮັດ​ໃຫ້​ສັດ​ຕູ​ຕົກ​ເຂົ້າ​ສ​ະ​ພາບ​ການ​ທີ່ຕ້ອງ​ປ້ອງ​ກັນຕົວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.