ໄຊຊະນະ​ດ້ຽນບຽນ​ຝູ ຜ່ານ​ການ​ແຕ້ມ​ຂອງ​ຈິດ​ຕະກອນ ມາຍ​ຢຸຍ​ມິງ

16:21 | 05/05/2022

ຍ​ສ​ໝ - ແຕ່​ວັນ​ທີ 7-20 ພຶດສະພາ, ງານ​ວາງສະ​ແດງ​ສິລະ​ປິນ ດ້ຽນບຽນ​ຝູ ຂອງ​ນັກ​ສິລະ​ປິນ ມາຍ​ຢຸຍ​ມິງ ຈະ​ດຳ​ເນີນ​ຢູ່​ຫໍພິພິທະ​ພັນ, ມະຫາວິທະຍາ​ໄລ​ວິຈິດ​ສິນ​ຫວຽດນາມ,ເຮຶອນ​ເລກ​ທີ 42, ​ຖະ​ໜົນ ອຽດກຽວ, ຮ່າ​ໂນ້ຍ.

ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ
ຄົ້ນ​ພົບ​ດິນແດນ​ທີ່​ເຕັມ​ໄປ​ດ້ວຍ​ເອກະລັກ​ທາງ​ດ້ານ​ວັດທະນະທຳ ​ແລະ ປະຫວັດສາດ​ຂອງ​ນະຄອນ ດ້ຽນບຽນ ຄົ້ນ​ພົບ​ດິນແດນ​ທີ່​ເຕັມ​ໄປ​ດ້ວຍ​ເອກະລັກ​ທາງ​ດ້ານ​ວັດທະນະທຳ ​ແລະ ປະຫວັດສາດ​ຂອງ​ນະຄອນ ດ້ຽນບຽນ
ໄຊຊະນະ​ດ້ຽນບຽນ​ຝູ ຜ່ານ​ການ​ແຕ້ມ​ຂອງ​ຈິດ​ຕະກອນ ມາຍ​ຢຸຍ​ມິງ
ພາບ​ປະ​ກອບ: ຄະ​ນະ​ຈັດ​ຕັ້ງ

​ເປັນ​ຄັ້ງ​ທຳ​ອິດ, ຮູບ​ແຕ້ມສີ​ຂັດ​ນ້ຳມັນ​ຂະໜາດ​ໃຫຍ່, 190x490 ຊັງ​ຕີ​ແມັດກ່ຽວ​ກັບ ​ຫົວ​ຂໍ້​ການ​ສູ້​ຮົບ ​ແລະ ໄຊຊະນະ​ດ້ຽນບຽນ​ຝູ ​ໄດ້​ວາງສະ​ແດງ​ຢູ່​ຫວຽດນາມ.

ນີ້​ແມ່ນ​ໝາກ​ຜົນ​ຂອງ 10 ປີ​ແຫ່ງ​ການ​ເຮັດ​ວຽກ​ທີ່​ບໍ່ຮູ້​ອິດບໍ່​ຮູ້​​ເມື່ອຍ​ຂອງ​ນັກຈິດ​ຕະ​ກອນ ມາຍ​ຢຸຍ​ມິງ, ນັບ​ແຕ່​ເມື່ອ​ມີ​ແນວ​ຄວາມ​ຄິດ​ສ້າງ​ຮູບ​ແຕ້ມ​ຈົນ​ຮອດ​ທ້າຍ​ປີ 2021 ​ໄດ້ເຮັດ​ສຳ​ເລັດ​ຢ່າງ​ເປັນ​ທາງ​ການ.

​ໃນ​ງານ​ວາງສະ​ແດງ, ນັກ​ຈິດ​ຕະ​ກອນ ຍັງ​ໄດ້​ວາງສະ​ແດງ​ຮູບ​ແຕ້ມ 86 ແຜ່ນ ​ໃນ​ຈຳນວນ​ຫຼາຍ​ຮ້ອຍ​ຮູບ​ແຕ້ມ​ດ້ວຍ​​ຫຼາຍຂະໜາດທີ່ແຕກຕ່າງກັນ, ສ່ວນ​ໜຶ່ງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ເດີນ​ທາງ​ອັນ​ຍາວ​ນານ​ຂອງ​ນັກ​ສິລະ​ປິນ​ເມື່ອປະ​ຕິ​ບັດ​ໂຄງການ​ໃຫຍ່ດ້ວຍ​ຕົນ​ເອງ.

ນັບ​ແຕ່​ທ້າຍ​ປີ 2011 ​ເປັນ​ຕົ້ນ​ມາ, ພາຍຫຼັງ​ວາງສະ​ແດງ​ຮູບ​ແຕ້ມ​ສີ​ຂັດມັນ​ທີ່ໄດ້ຮັບຖືວ່າມີຂະໜາດ​ໃຫຍ່​ສຸດ​ຂອງ​ນັກຈິດ​ຕະ​ກອນຄົນໜຶ່ງ​ໃນ​ເວລາ​ນັ້ນ (ຮູບ​ແຕ້ມ​ດິນ​ແດງ​ແຫ່ງ​ຄຳ​ສັນຍາ, ຂະໜາດ 200x540ຊມ), ມາຍ​ຢຸຍ​ມິງ​ໄດ້​ເລີ່​ມແຕ້ມ​ຮູບ​ແຕ້ມ​ສີຂັດມັນ​ໃຫຍ່​ຕໍ່​ໄປ​ດ້ວຍ​ຫົວ​ຂໍ້​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດປະ​ເທດ​ຊາດ ເຊິ່ງຈຸດສູງສຸດແມ່ນ​ໄຊຊະນະດ້ຽນບຽນ​ຝູ ​ໃນ​ປີ 1954 .

ບຸນ​ຄົງ

ເຫດການ
302 Found

Found

The document has moved here.