ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ຢູ່ ມາເລເຊຍ

08:56 | 25/04/2023

ຍສໝ - ຕອນຄ່ຳວັນທີ 22 ເມສາ, ຢູ່ Kuala Lumpur, ສູນຄົ້ນຄວ້າພັດທະນາວິສາຫະກິດ ອາຊີ ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ມາເລເຊຍ (VNBIZ) ຈັດເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ແລະ ພິທີປະກາດເຄື່ອງໝາຍການຄ້າດີ ອາຊຽນ ຄັ້ງທີ 7, ການນຳດີເດັ່ນ ອາຊຽນ 2023 ແລະ ຜະລິດຕະພັນ - ການບໍລິການມີຄຸນນະພາບ ອາຊຽນ 2023.

ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ :ເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ
ໂຄສົກກະຊວງການຕ່າງປະເທດໄທ: ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂຄສົກກະຊວງການຕ່າງປະເທດໄທ: ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຕາມ​ສຳນັກຂ່າວສານແລ້ວ, ຄະນະ​ຈັດ​ຕັ້ງ​ ໄດ້​ມອບ​ລາງວັນ ໃຫ້ຜະລິດ​ຕະພັນ ແລະ ການ​ບໍລິການ 15 ປະເພດ, ນັກທຸລະກິດ 20 ຄົນ ​ແລະ ວິ​ສາ​ຫະກິດ 80 ແຫ່ງ​ໃນ​ຄັ້ງ​ນີ້.

ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ແລະ ພິທີປະກາດເຄື່ອງໝາຍການຄ້າດີ ອາຊຽນ, ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ອາຊຽນ ພົບປະແລກປ່ຽນ, ຮ່ວມມືເຊື່ອມຕໍ່ການລົງທຶນ, ສ້າງທ່ວງທ່າຊຸກຍູ້ບັນດາວິສາຫະກິດສືບຕໍ່ພັດທະນາ, ຍົກສູງມູນຄ່າເຄື່ອງໝາຍການຄ້າ.

ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ຢູ່ ມາເລເຊຍ

ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ຢູ່ ມາເລເຊຍ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Andrew Goh Boon Kim, ຮອງປະທານ, ສະຫະພັນບັນດານັກຜະລິດ ມາເລເຊຍ, ຫ້ອງການການຄ້າ ແລະ ອຸດສາຫະກຳແຫ່ງຊາດ ມາເລເຊຍ (NCCIM) ປາດຖະໜາວ່າ, ບັນດາບໍລິສັດຂອງ ຫວຽດນາມ ແລະ ມາເລເຊຍ ໃຊ້ທ່າແຮງຍຸດທະສາດ ເພື່ອເປີດກວ້າງຂອບເຂດ ແລະ ປັບປຸງທີ່ຕັ້ງຢູ່ພາກພື້ນ ອາຊຽນ, ພ້ອມທັງໃຫ້ຄຳໝັ້ນສັນຍາ ຍູ້ແຮງການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.