ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ

17:50 | 20/08/2022

ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງກວາງບິ່ງ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຄະນະເລຂາທິການສະພາແຫ່ງຊາດລາວ ໄດ້ໄຂກອງປະຊຸມສຳມະນາ ແລະ ແລກປ່ຽນວຽກງານຄັ້ງທີ 11 ໂດຍການເຂົ້າຮ່ວມ ຂອງທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈີນແທງເມີ້ນ ແລະ ທ່ານນາງເລຂາທິການ ສະພາແຫ່ງຊາດລາວ ປີງຄຳ ລາຊະສິມມາ.

ສະພາແຫ່ງຊາດລາວ ສະຫຼຸບປີ 2019 ສະພາແຫ່ງຊາດລາວ ສະຫຼຸບປີ 2019
ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ: ສືບຕໍ່ຍູ້ແຮງການຮ່ວມມື ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ: ສືບຕໍ່ຍູ້ແຮງການຮ່ວມມື
ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ
ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ

ກອງປະຊຸມສຳມະນາແມ່ນໜຶ່ງໃນບັນດາເນື້ອໃນຂອງສັນຍາຮ່ວມມືລະຫວ່າງສອງອົງການ, ແມ່ນການເຄື່ອ່ນໄຫວທີ່ເປັນມູນເຊື້ອທີ່ຈັດຂຶ້ນແບບຜັດປ່ຽນກັນໃນທຸກໆ 2 ປີ. ເນື້ອໃນຂອງກອງປະຊຸມໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບວິຊາຊີບຂອງສອງຄະນະເລຂາ, ພິເສດແມ່ນວຽກງານປ່ຽນແປງໃໝ່ວຽກງານຮັບໃຊ້ກອງປະຊຸມສະພາແຫ່ງຊາດ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຍົກສູງຄຸນນະພາບວຽກງານເລຂາສັງລວມ, ວຽກງານຖະແຫຼງຂ່າວ ແລະ ໂຄສະນາ, ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຮັບໃຊ້ກອງປະຊຸມ ແລະ ມຸ່ງໄປສູ່ກອງປະຊຸມໂດຍບໍ່ນຳໃຊ້ເອກະສານເຈ້ຍ, ວຽກງານສົມທົບລະຫວ່າງຫ້ອງວ່າການສະພາແຫ່ງຊາດ ແລະ ຫ້ອງວ່າການຄະນະສະມາຊິກສະພາແຫ່ງຊາດຂອງສອງປະເທດ. ກ່ອນໜ້ານັ້ນ ຄືວັນທີ 19 ສິງຫາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເຈີນແທງເມີ້ນ ໄດ້ໃຫ້ການຕ້ອນຮັບ ທ່ານນາງເລຂາທິການ ສະພາແຫ່ງຊາດລາວ ປີງຄຳ ລາຊະສິມມາ ຢ່າງສະໜິດສະໜົມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.