ເປັນເຈົ້າການກໍ່ສ້າງ, ຜັນຂະຫຍາຍ, ກວດກາ, ຕິດຕາມກວດກາການປະຕິບັດ ບັນດາແຜນງານ, ແຜນການ ກ່ຽວກັລການຮັບມືກັບ ການປ່ຽນແປງສະພາບອາກາດ ໃນແຕ່ລະໄລຍະ

14:45 | 08/06/2017

ວກ.ອອນ​ໄລ - ການ​ປ່ຽນ​ແປງ​ສະພາບ​ອາກາດ ​ໄດ້​ແລະ​ພວມ​ເປັນ​ບັນຫາ​ຮີບ​ດ່ວນລະດັບ​ໂລກ, ກະທົບຢ່າງ​ແຂງ​ແຮງ​ເຖິງ​ບັນດາ​ປະຊາ​ຊາດ, ​​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ​ໃນ​ນັ້ນ​ມີ​ຫວຽດນາມ. ການ​ປ່ຽນ​ແປງ​ສະພາບ​ອາກາດ​ໃນ​ປະຈຸ​ບັນ​ບໍ່​ພຽງ​ແຕ່​ເປັນ​ບັນຫາ​ສິ່ງ​ແວດ​ລ້ອມ​ ​ແຕ່​ເນື້ອ​ໃນ​ຂອງ​ມັນ​ໄດ້​ກາຍ​ເປັນ​ປັດ​​ໄຈທີ່​ເປັນ​ຜົນ​ສະທ້ອນ​ເຖິງ​ການ​ເມືອງ, ການ​ທູດ, ​ເສດຖະກິດ, ສັງຄົມ... ​ເພາະສະ​ນັ້ນ, ​ໃນ​ວາລະ​ການ​ປະຊຸມ​ຂອງ​ປະຊາ​ຊາດ​ຕ່າງໆ, ນະ​ໂຍບາຍ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ນັບ​ມື້​ນັບມີ​ທີ່​ຕັ້ງ​ສຳຄັນ ​ແລະ ​ໄດ້​ຮັບ​ບຸລິມະສິດ​ໃນ​ການ​ຜັນ​ຂະຫຍາຍ.

ການ​ປ່ຽນ​ແປງ​ສະພາບ​ອາກາດ ຖືກ​ຖື​ວ່າ​ເປັນ​ສິ່ງ​ທ້າ​ທາຍ​ໜຶ່ງ​ທີ່​ໃຫຍ່​ທີ່​ສຸດ​ສຳລັບ​ມະນຸດຊາດ​ ໃນ​ສະຕະວັດ​ທີ XXI ​ແລະ ​ເປັນອຸປະສັກ​ໜຶ່ງ​ໃນຂະ​ບວນ​ວິວັດ​ການພັດທະນາ​ຂອງ​ສັງຄົມ. ຕາມ​ໂຄງການ​ພັດທະນາ​ແຫ່ງ​ສະຫະ​ປະຊາ​ຊາດ (UNDP), ການ​ປ່ຽນ​ແປງ​ສະພາບ​ອາກາດຈະ​ພາ​ໃຫ້​ເກີດ​ຄວາມ​ສ່ຽງ​ທີ່​ໜັກໜ່ວງ 5 ປະການ​ໃຫ້​ແກ່​ການ​ພັດ​ທະນະ, ຄື: 1- ການ​ຫລຸດຜ່ອນ​​ໃນ​ຜົນ​ຜະລິດ​ກະສິກຳ; 2- ຫລຸດຜ່ອນ​ຄວາມ​ປອດ​ໄພ​ດ້ານ​ຊັບພະຍາກອນ​ນ້ຳ; 3- ການ​ເພີ່ມ​ຂຶ້ນ​ຂອງ​ປາກົດການ​ອາກາດ​ທີ່​ຮຸນ​ແຮງ, ​​ໂດຍ​ສະ​ເພາະ​ແມ່ນ​ບໍລິ​ເວນ​ຊາຍ​ຝັ່ງ​ທະ​ເລ; 4- ການ​ເສື່ອ​ມສະພາບ​ຂອງ​ລະບົບ​ນິ​ເວດ; 5- ຄວາມ​ສ່ຽງ​ເພີ່ມ​ຂຶ້ນ​ຂອງ​ໂລຄາ​ພະຍາດ.

​ເພາດ​ສະ​ນັ້ນ, ການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດຈຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ​ມີບົດບາດກໍ່​ຮ່າງ​ສ້າງ​ຮູບ​ຄືນ​ໃໝ່​ ໂຄງ​ສ້າງ​ການ​ຮັກສາ​ຄວາມ​ປອດ​ໄພທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເຊັ່ນ ສະບຽງ​ອາຫານ - ພະລັງງານ - ຊັບພະຍາກອນ​ນ້ຳ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ. ບັນດາ​ປະ​ເທດ, ອົງການຈັດ​ຕັ້ງທີ່​ບໍ່​ແມ່ນ​ລັດຖະບານ​ໃນ​ໂລກ ກໍ່​ໄດ້​ເຂົ້າ​ເຖິງ​ບັນ​ຫາການ​ປ່ຽນ​ແປງ​ສະພາບ​ອາກາດ ດ້ວຍ​ຫຼາຍ​ວິທີ​ຮັບ​ມື​ທີ່​ຕ່າງ​ກັນ, ນັບ​ແຕ່​ການ​ກໍ່ສ້າງ​ນະ​ໂຍບາຍ​ ຈົນ​ເຖິງ​ການ​ລະດົມ​ຊັບພະຍາກອນ ​ແລະ ​ເຊື່ອມ​ຕໍ່ການ​ປະຕິບັດ. ​ເກືອບ​ທັງ​ໝົດ​ທຸກ​ຝ່າຍ​ທີ່​ເຂົ້າ​ຮ່ວມ ອະນຸ​ສັນຍາກອບ​ຂອງ​ສະຫະ​ປະຊາ​ຊາດ ວ່າ​ດ້ວຍການ​ປ່ຽນ​ແປງ​ສະພາບ​ອາກາດ ລ້ວນ​ແຕ່​ໄດ້​ກໍ່ສ້າງ​​ໃຫ້​ຕົນ​ມີແຜນ​ງານ, ​ແຜນການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ຕາມ​ວິທີ​ທີ່​ຕ່າງ​ກັນ: ​ໃນ​ຂະນະ​ທີ່​ບັນດາ​ປະ​ເທດທີ່​ພັດທະນາ​ແລ້ວ ມີ​ແຜນ​ລວມສູນ​ຄວາມ​ພະຍາຍາມ ​ເຂົ້າ​ໃນ​ບັນດາ​ວິທີຫລຸດຜ່ອນ​ການ​ປ່ອຍອາຍພິດ​ທີ່ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ນັ້ນ ບັນດາ​ປະ​ເທດ​ກຳລັງ​ພັດ​ທະນະພັດ​ມີ​ທ່າ​ອຽງ​ບຸລິມະສິດ​ໃຊ້​ບັນດາ​ມາດ​ຕະການປັບ​​ໃຫ້​ຄ່ອງຕົວກັບການ​ປ່ຽນ​ແປງ​ສະພາບ​ອາກາດ.

ຫວຽດນາມ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກການ​ປ່ຽນ​ແປງ​ສະພາບ​ອາກາດ, ດັ່ງ​ນັ້ນ ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ຄົ້ນຄວ້າ, ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນ​ດາ​ແຜນ​ງານ, ​ແຜນການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ​ໂດຍ​ຜ່ານ​ບັນດາ​ໄລຍະ​ດັ່ງ​ຕໍ່​ໄປນີ້:

ໄລຍະ​ທີ​ໜຶ່ງ: ​ເລີ່​ມ​ເຄື່ອນ​ໄຫວ, ​ເຊື່ອມ​ໂຍງ​ສາກົນ​ກ່ຽວ​ກັບ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ (ກ່ອນ​ປີ 2008)

​ແນ​ໃສ່ຈຳກັດ​ຜົນ​ກະທົບ​ດ້ານ​ລົບ​ຂອງການ​ປ່ຽນ​ແປງ​ສະພາບ​ອາກາດ, ອະນຸ​ສັນຍາກອບຂອງ​ສະຫະປະຊາ​ຊາດ​ ວ່າ​ດ້ວຍການ​ປ່ຽນ​ແປງ​ສະພາບ​ອາກາດ (UNFCCC) ​ໄດ້​ຮັບ​ການ​ຮັບຮອງ​ໃນ​ເດືອນ​ມິຖຸນາ 1992 ຢູ່ນະຄອນ ຣີ​ໂອດິ ​ເຈ​ເນ​ໂຣ (ປະ​ເທດ ບຣາຊີ​ນ). ​ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ UNFCCC ​ແມ່ນຮັກສາ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ອາຍ​ແກັສທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ​ໃນ​ອາກາດ ​ໃຫ້​ຢູ່​ໃນ​ລະດັບທີ່​ອາດ​ຈະ​ກີດ​ກັ້ນ​​ການ​ແຊກ​ແຊງ​ທີ່​ເປັນອັນຕະລາຍ​ຂອງ​ມະນຸດຕໍ່​ລະບົບ​ອາກາດ ​ໄດ້. UNFCCC ຈັດ​ແບ່ງ​ບັນດາ​ປະ​ເທດ​ໃນ​ໂລກ​ອອກ​​ເປັນ​ 2 ​ກຸ່ມ: ກຸ່ມ​ທີ 1- ບັນດາ​ຝ່າຍ​ໃນ​ພາກ​ຜະໜວກທີ I - ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ແລ້ວ ​ແລະ ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ຫັນປ່ຽນ - ​ເປັນ​ບັນດາ​ປະ​ເທດ​ທີ່​ມີ​ການ​ປ່ອຍ​ອາຍ​ແກັສ​ເຮືອນ​ແກ້ວ​ຫຼາຍ, ພາ​ໃຫ້​ກໍ​ເກີດ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ກຸ່ມ​ທີ 2 - ບັນດາ​ຝ່າຍທີ່​ບໍ່​ຢູ່ໃນ​ພາກ​ຜະໜວກທີ I ປະກອບ​ມີ​ບັນດາ​ປະ​ເທດກຳລັງ​ພັດທະນາ. ຫຼັກການ​ຂອງ UNFCCC ​ແມ່ນ ທຸກ​ຝ່າຍ​ຕ້ອງ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ລະບົບ​ອາກາດ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ມະນຸດຊາດ ບົນ​ພື້ນຖານ​ສະ​ເໝີ​ພາບ ​ແລະ ສອດຄ່ອງ​ກັບ “ຄວາມ​ຮັບຜິດຊອບ​ລວມ ​ແຕ່​ມີ​ການຈຳ​ແນ​ກ”.

ອະນຸ​ສັນຍາ​ ກີ​ໂອ​ໂຕ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ໄດ້​ຮັບ​ການ​ຮັບຮອງ​ໂດຍ​ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວ​ມ​ UNFCCC ​ໃນ​ເດືອນ​ທັນ​ວາ 1997 ຢູ່​ທີ່ນະຄອນ ກີ​ໂອ​ໂຕ (ປະ​ເທດ ຍີ່ປຸ່ນ). ອະນຸ​ສັນຍາ​ ກີ​ໂອ​ໂຕ ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ ​ແລະ ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ຫັນປ່ຽນ ກ່ຽວ​ກັບ​ການ​ຫລຸດຜ່ອນ​ປະລິມານອາຍພິດຕ່າງໆທີ່​ປ່ອຍ​ອອກ​ໄປ​ໃນ​ອາກາດ ທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ຊຶ່ງ​ໄດ້​ກຳນົດ​ການ​ຫລຸດ​ອາຍພິດ​ໃນ​ລະດັບ​ລະ​ອຽດ ​ຕາມ​ໄລຍະ​ເວລາ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ.

​ໃນ​ທ່າ​ອຽງ​ລວມແຫ່ງ​ການ​ເຊື່ອມ​ໂຍງສາກົນ​, ພ້ອມ​ກັນ​ນັ້ນ​ກໍ່​ຮັບ​ຮູ້​ແຈ້ງ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຫວຽດນາມ​ໄດ້​ໃຫ້​ສັດຕະຍາ​ບັນ UNFCCC ​ໃນ​ປີ 1994 ​ແລະ ອະນຸ​ສັນຍາ​ ກີ​ໂອ​ໂຕ ​ໃນປີ 2002. ​ເປັນ​ພາຄີ​ທີ່​ບໍ່​ຢູ່​ໃນ​ພາກ​ຜະໜວກທີ I ຂອງ UNFCCC, ຫວຽດນາມ​ໄດ້​ຕັ້ງໜ້າ​ປະຕິບັດພັນທະ​ລວມຂອງ UNFCCC ​ແລະ ອະນຸ​ສັນຍາ ກີ​ໂອ​ໂຕ.

ຄຽງ​ຂ້າງ​ນັ້ນ, ​ໃນ​ໄລຍະ​ນີ້ ຫວຽດນາມ​ກໍ່​ມີ​ສ່ວນ​ປະກອບ​ເທື່ອ​ລະ​ກ້າວ​ ເຂົ້າ​ໃນ​ບັນດາ​ການຈັດ​ຕັ້ງ, ​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ພິ​ເສດ​ແມ່ນ ​ໄດ້​ແຕ່ງ​ຕັ້ງ​ຄະນະ​ເຈລະຈາ​ຂັ້ນ​ລັດຖະບານ​ ໄປ​ຮ່ວມ​ກອງ​ປະຊຸມ​​ສະຫະ​ປະຊາ​ຊາດວ່າ​ດ້ວຍການ​ປ່ຽນ​ແປງ​ສະພາບ​ອາກາດ (ຫຼື​ກອງ​ປະຊຸມ​ບັນດາ​ພາຄີ - Conference of the Parties - COP). ບົນ​ພື້ນຖານ​ຜົນສຳ​ເລັດ​ຂອງ​ການ​ປະຊຸມ​ໃນ COP, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄວ້າ, ກະກຽມ​ປະຖົມ​ປັດ​ໄຈ​ຕ່າງໆ ​ໃຫ້​ແກ່​ການ​ກໍ່ສ້າງ​ລະບົບ​ການຄຸ້ມ​ຄອງ, ຕິດຕາມ​ກວດກາ ​ແລະ ບັນດາ​ນະ​ໂຍບາຍ ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ທີ່​ມີ​ລັກສະນະ​ຊາດ.

ໄລຍະ​ທີສອງ: ກໍ່ສ້າງ, ກໍ່​ຮ່າງ​ສ້າງ​ຮູບ​ບັນດາ​ລະບຽບ​ກົດໝາຍ, ນະ​ໂຍບາຍ​ພື້ນຖານ​ ກ່ຽກັບການ​ປ່ຽນ​ແປງ​ສະພາບ​ອາກາດ (​ແຕ່​ປີ 2008 ຮອດ 2013)

ສິ່ງ​ທີ່​ເປັນ​ຂີດ​ໝາຍ​ໃຫ້​ແກ່​ໄລ​ຍະ​ນີ້​ແມ່ນ ​ໃນ​ເດືອນ​ມີນາ 2008, ລັດຖະບານ​ຫວຽດນາມໄດ້​ປະກາດ​ໃຊ້ ດຳລັດ​ເລກທີ 25/2008/NĐ-CP, ຕາມ​ນັ້ນ, ກະຊວງ​ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ມອບ​ໝາຍ​ເປັນ​ອົງການ​ນຳ​ແຫ່ງ​ຊາດ​ ໃນ​ການ​ປະຕິບັດອະນຸ​ສັນຍາ​ ກີ​ໂອ​ໂຕ ​ແລະ ບັນດາ​ຂໍ້​ຕົກລົງ​ສາກົນ​ທີ່​ມີ​ຄວາມ​ພົວພັນ​ເຖິງການ​ປ່ຽນ​ແປງ​ສະພາບ​ອາກາດ; ​ເປັນ​ອົງການ​ນຳ​ແຫ່ງ​ຊາດ​ໃນ​ການ​ປະຕິບັດ​ອະນຸ​ສັນຍາ ມົນ​ເຣອານ ວ່າ​ດ້ວຍ​ສານ​ຕ່າງ​ໆ​ທີ່ທຳລາຍ​ຊັ້ນ​ໂອ​ໂຊນ. ​ແລະ​ຮອດ​ເດືອນ​ມີນາ 2013, ​ໃນ​ດຳລັດ​ເລກທີ 21/2013/NĐ-CP, ລັດຖະບານ​ໄດ້​ມອບ​ໃຫ້​ກະຊວງຊັບ​ພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ​ ເປັນ​ອົງການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ຢ່າງ​ເປັນ​ທາງ​ການ.

​​ໃນໄລຍະ​ນີ້, ລັດຖະບານ​ໄດ້​ສຸມ​ໃສ່​ການ​ກໍ່ສ້າງ ​ແລະ ກໍ່​ຮ່າງ​ສ້າງ​ຮູບ​ບັນດາ​ລະບຽບ​ກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ​ແຕ່​ສູນ​ກາງ​ຮອບ​ທ້ອງ​ຖິ່ນ. ຮອດ​ປີ 2012, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ ​ໂດຍ​ນາຍົກລັດຖະມົນຕີ​ເປັນ​ປະທານ. ການ​ສ້າງ​ຕັ້ງຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ​ເປັນ​ບາດກ້າວຄືບໜ້າ​ໃນການ​ປະຕິບັດຊີ້​ນຳ ​ແລະ ປະສານ​ງານ ​ລະຫວ່າງ​ຂະ​ແໜງ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ. ຕາມ​ນັ້ນ, ຄະນະ​ກຳມະການ​ແຫ່ງ​ຊາດກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ມີໜ້າ​ທີ່​ເປັນ​ທີ່​ປຶກສາ, ຊ່ວຍ​ໃຫ້​ລັດຖະບານ, ນາຍົກລັດຖະມົນຕີ​ ໃນ​ການ​ຄົ້ນຄວ້າ, ສະ​ເໜີ​ແນະ, ຊີ້​ນຳ, ຈັດການ, ປະສານ​ສົມທົບ, ຊຸກຍູ້​ການ​ແກ້​ໄຂ​ວຽກ​ງານ​ທີ່​ສຳຄັນ​ຕ່າງໆ ທີ່​ມີ​ລັກສະນະສະຫະ​ຂະ​ແໜງ ຂົງ​ເຂດ, ບັນດາ​ແຜນ​ງານ, ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ; ຊີ້​ນຳ, ປະສານ​ງານ​ໃນ​ການ​ປະຕິບັດ​ບັນດາ​ຍຸດ​ທະ​ສາດ, ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ; ຊີ້​ນຳ, ຈັດ​ຕັ້ງ​ປະຕິບັດ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ.

​ເພື່ອ​ຍູ້​ແຮງ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ​ເດືອນ​ທັນວາ 2008, ນາຍົກລັດຖະມົນຕີ​ໄດ້ຜ່ານ​ອະນຸມັດ​ ໂຄງການ​ເປົ້າ​ໝາຍ​ແຫ່ງຊາດກ່ຽວ​ກັບ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ. ​ໂຄງການ​ນີ້​ໄດ້​ສ້າງ​ຂອບ​ກົດໝາຍ​ໃໝ່​ໃຫ້​ແກ່​ວຽກງານຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດຢູ່​ຫວຽດນາມ, ຕາມ​ນັ້ນ, ​ໂຄງການ​ໄດ້​ວາງ​ກຳນົດ​ບັນດາ​ທັດສະນະ ​ແລະ ຫຼັກການ​ຊີ້​ນຳ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດຢູ່​ຫວຽດນາມ, ພ້ອມ​ກັນ​ນັ້ນ ຜ່ານ​ໂຄງການ​ກໍ່​ໄດ້​ກໍ່ສ້າງ​ນະ​ໂຍບາຍ, ​ແຜນການ​ຕ່າງໆ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ປະກອບ​ດ້ວຍ:

1- ປີ 2009, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ປະກາດ​ບົດ​ລະຄອນການ​ປ່ຽນ​ແປງ​ສະພາບ​ອາກາດ, ນ້ຳ​ທະ​ເລ​ຍຶ່ງຂຶ້ນ​ສຳລັບ​ຫວຽດນາມ; ຜ່ານ​ອະນຸມັດ​ໂຄງການ​ຊ່ວຍ​ໜູນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ.

ການ​ທີ່ບົດ​ລະຄອນການ​ປ່ຽນ​ແປງ​ສະພາບ​ອາກາດ, ນ້ຳ​ທະ​ເລ​ຍຶ່ງຂຶ້ນສຳລັບ​ຫວຽດນາ​ມ ​ໄດ້​ຮັບ​ການ​ກໍ່ສ້າງ​ແລະ​ປະກາດ​ເປັນ​ຄັ້ງ​ທຳ​ອິດ​ນັ້ນ ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ແລະມີ​ຊີ​ວິດ​ຊີວາ ​ເຖິງ​ໄພ​ອັນຕະລາຍ​ຕ່າງໆ​ຈາກການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ນ້ຳ​ທະ​ເລ​ຍຶ່ງຂຶ້ນຢູ່​ຫວຽດນາມ ​ໂດຍ​ຜ່ານ​ບັນດາ​ປະກົດ​ການ​ສະພາບອາກາດ​ຮຸນ​ແຮງ, ຈາກ​ນັ້ນ ຊ່ວຍ​ໃຫ້​ບັນດາ​ສຳນັກງານ​ອົງການ​ຮັບ​ຮູ້​ຢ່າງ​ເຂັ້ມ​ງວດ ​ແລະ ​ເປັນ​ພື້ນຖານ​ໃຫ້​ແກ່​ການວາງ​ແຜນ​ງານ, ​ແຜນການ​​ເຄື່ອນ​ໄຫວ​ຂອງ​ຕົນ.

​ໂຄງການ​ຊ່ວຍ​ໜູນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ (SP-RCC) ​​ແມ່ນ​ຄວາມ​ຄິດ​ລິ​ເລີ່ມຂອງ​ລັດຖະບານ​ຍີ່ປຸ່ນ (JICA), ຝະລັ່ງ (AfD) ​ແລະ ຫວຽດນາມ ​ແນ​ໃສ່​ເຂົ້າ​ເຖິງ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ຕາມ​ຮູບ​ແບບການ​ສົນທະນາ​ນະ​ໂຍບາຍ. ນີ້​ແມ່ນຕົວ​ແບບ​ໃໝ່​ກ່ຽວ​ກັບການ​ຮັບ​ມື​ກັບ​ການປ່ຽນ​ແປງ​ສະພາບ​ອາກາດທີ່​ມີ​ປະສິດທິ​ຜົນ​ສູງ​ ລະຫວ່າງປະ​ເທດ​ກຳລັງ​ພັດທະນາ​ໜຶ່ງ​ກັບ​ບັນດາຄູ່ຮ່ວມ​ມືທີ່​ຈະ​ເລີ​ນພັດທະນາ ​ແລະ ຜູ້​ບໍລິຈາກ. ຜ່ານ​ໂຄງການ SP-RCC, ພວກ​ເຮົາ​ໄດ້​ເຂົ້າ​ເຖິງຊັບພະຍາກອນ​ທີ່​ອຸດົມສົມບູນ​ຂອງ​ປະຊາ​ຄົມ​ໂລກ ກ່ຽວ​ກັບ​ບົດຮຽນ​ປະສົບ​ການ, ​ເຕັກ​ນິກ - ​ເຕັກ​ໂນ​ໂລ​ຊີ, ການ​ເງິນ ​ເພື່ອ​ຜັນ​ຂະຫຍາຍ​ໃນ​ເບື້ອງ​ຕົ້ນການ​ເຄື່ອນ​ໄຫວ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ​ໃນ​ທົ່ວ​ປະ​ເທດ.

2- ປີ 2011, ຜ່ານ​ອະນຸມັດ​​ແຜນຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ.

​ແຜນຍຸດ​ທະ​ສາດ​ຊີ້​ແຈ້ງ​ບັນດາ​ໄພ​ອັນຕະລາຍ​ແລະ​ສິ່ງ​ທ້າ​ທາຍ​ຂອງການ​ປ່ຽນ​ແປງ​ສະພາບ​ອາກາດ ທີ່​ມີ​ຕໍ່​ຂະ​ບວນວິວັດ​ການ​ພັດທະນາ​ຂອງຫວຽດນາມ ​ເຊັ່ນ ບັນດາ​ປະກົດ​ການ​ສະພາບ​ອາກາດ​ທີ່​ຮຸນ​ແຮງ; ລະດັບ​ນ້ຳ​ທະ​ເລ​ຂຶ້ນ​ສູງ; ບັນດາ​ແຫຼ່ງນ້ຳ​ຖືກ​ບົກ​ແຫ້ງ; ການ​ຫັນປ່ຽນ​ຈາກ​ການ​ນຳ​ໃຊ້​ແຫຼ່ງ​ເຊື້ອ​ໄຟ​ຟອສຊິນ​ມາ​ນຳ​ໃຊ້ບັນດາ​ແຫຼ່ງພະລັງງານ​ທົດ​ແທນ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ; ການ​ຫັນປ່ຽນ​ແບບ​ວິທີ​ການ​ຜະລິດທີ່​ມີ​ສານ​ກາກ​ບອນ​ໜ້ອຍ ​ເພື່ອ​ເຊື່ອມ​ໂຍງ, ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ​ຂອງ​ຫວຽດນາມ​ເຂົ້າ​ຮ່ວມ​ຢ່າງ​ແຂງ​ແຮງ​ໃນ​ຕະຫຼາດ​ສາກົນ...

​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໄພ​ອັນຕະລາຍ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ເທິງ​ນີ້ ​ແຕ່​​ແຜນ​ຍຸດ​ທະ​ສາດ​ກໍ່​ບໍ່​ເນັ້ນ​ໜັກ​ເກີນ​ຄວນ​ໃນ​ການ​ກະທົບ​ຂອງການ​ປ່ຽນ​ແປງ​ສະພາບ​ອາກາດ ຊຶ່ງ​ໄດ້​ສັງ​ເກດ​ຮັບ​ຮູ້​ທັງ​ດ້ານ​ຕັ້ງໜ້າ​ຂອງ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ເພື່ອ​ມີ​ທິດ​ທາງ​ສວຍ​ໃຊ້​ໂອກາດ​ໂດຍການ​ປ່ຽນ​ແປງ​ສະພາບ​ອາກາດນຳ​ມາ​ໃຫ້, ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ໂອກາດ​ແນ​ໃສ່​ປ່ຽນ​ແປງ​ຈິນຕະນາການ​ກ່ຽວ​ກັບ​ການ​ພັດທະນາ, ຊອກ​ຫາ​ຕົວ​ແບບ ​ແລະ ​ແບບ​ວິທີ​ການ​ພັດທະນາ ​ຕາມ​ທິດປ່ອຍ​ສານ​ກາກ​ບອນ​ໜ້ອຍ, ຍືນ​ຍົງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ​ເຂົ້າ​ເຖິງ​ບັນດາ​ກົນ​ໄກ​ໃໝ່​ທີ່​ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ເພື່ອ​ດຶງ​ດູດ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ ​ແລະ ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ ຈາກ​ບັນດາ​ປະ​ເທດທີ່​ພັດທະນາ​ແລ້ວ; ຍົກ​ສູງ​ບົດບາດ​ແລະ​ຖານະ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ​ກໍ່​ຄື​ໃນ​ໂລກ ​ໂດຍ​ຜ່ານ​ການ​ກາຍ​ເປັນ​ປະ​ເທດ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ປົກ​ປັກ​ຮັກສາ​ລະບົບ​ອາກາດ​ໜ່ວຍໂລກ.

3- ປີ 2012, ຜ່ານ​ອະນຸມັດ​ແຜນ​ປະຕິບັດ​ງານ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ​ໂຄງການຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ”.

​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ບັນລຸ​ເທື່ອ​ລະ​ກ້າວ​ບັນດາ​ເປົ້າໝາຍ ​ແລະ ໜ້າ​ທີ່​ທີ່​ລະບຸ​ໄວ້​ໃນ​ຍຸດ​ທະ​ສາດ, ນາຍົກລັດຖະມົນຕີ​ໄດ້​ປະກາດ​ໃຊ້​ແຜນການ​ປະຕິບັດ​ງານ​ແຫ່ງ​ຊາດ ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ​ໃນ​ໄລຍະ​ແຕ່​ປີ 2012 ຮອດ​ປີ 2020 ຊຶ່ງ​ເນື້ອ​ໃນ​ຕົ້ນ​ຕໍ່​ປະກອບ​ດ້ວຍ​ບັນດາ​​ແຜນການ, ໂຄງການ, ​ແຜນ​ງານ, ໜ້າ​ທີ່​​ລະອຽດ ທີ່​ຈະ​ຜັນ​ຂະຫຍາຍ​ໃນ​​ໄລຍະ 2012 - 2020, ພ້ອມ​ກັນ​ນັ້ນກໍ່​ແບ່ງ​ງານ ມອບ​ໝາຍ​ຄວາມ​ຮັບຜິດຊອບ ​ແລະ ​ແຜນ​ງານ​ລະອຽດ​ເພື່ອ​ຜັນ​ຂະຫຍາຍ.

ກ່ຽວ​ກັບ​ການຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ”: ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຕັດ​ຮອນ​ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ​ໂດຍ​ຜ່ານ​ກົນ​ໄກ​ການ​ພັດທະນາທີ່​ສະອາດ (CDM), ດັ່ງ​ນັ້ນ ​ໄລຍະ​ນີ້​ຫວຽດນາມ​ຖື​ກຈັດ​ໃນ​ອັນ​ດັບ​ທີ 6 ​ໃນ​ໂລກ​ກ່ຽວ​ກັບ​ຈຳນວນ​ໂຄງການ CDM ທີ່ໄດ້​ຮັບ​ການ​ຮັບຮອງ​ແລະ​ລົງ​ທະບຽນ​ ​ໂດຍ​ຄະນະ​ບໍລິຫານ​ງານ​ສາກົນ​ກ່ຽວ​ກັບ CDM (EB), ​ແລະ ຢູ່​ໃນ​ອັນ​ດັບ​ທີ 9 ​ໃນ​ໂລກ​ກ່ຽວ​ກັບ​ຈຳນວນ​ໃບ​ຢັ້ງຢືນ​ກາກ​ບອນ (CERs) ທີ່​ອົງການ EB ມອບ​ໃຫ້. ທຽບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້, ຫວຽດນາມ​ຖື​ດຈັດ​ໃນ​ອັນ​ດັບ​ທີ 2 ກ່ຽວ​ກັບ​ຈຳນວນ​ໂຄງການ CDM ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ EB, ​ແລະ​ຢູ່​ອັນ​ດັບ​ທີ 1 ກ່ຽວ​ກັບ​ຈຳນວນ​ໃບ​ຢັ້ງຢືນ​ກາກ​ບອນ​ທີ່​ອົງການ EB ​ມອບ​ໃຫ້.

ກ່ຽວ​ກັບ​ໂຄງການ​ປູກ​, ຟື້ນ​ຟູ​ແລະປົກ​ປັກ​ຮັກສາ​ປ່າ​ໄມ້: ຫວຽດນາມ​ກໍ່​ມີ​ຄວາມ​ພະຍາຍາມ​ໃນ​ການ​ປົກ​ປັກ​ຮັກສາ​ປ່າ​ໄມ້, ປູກ​ປ່າ ​ແລະ ປູກ​ປ່າ​ຄືນ​ໃໝ່. ​ໂຄງການ​ປູກ​ປ່າ​ໃນ​ເນື້ອ​ທີ່ 5 ລ້ານ​ແຮັກ​ຕາ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ບັນລຸ​ຜົນສຳ​ເລັດ​ທີ່​ດີ ​ໃນ​ການ​ເພີ່ມທະວີ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້ ​ແລະ ​ເນື່ອທີ່​ປ່າ​ໄມ້. ຫວຽດນາມ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປະຕິບັດ​ໂຄງການຫລຸດຜ່ອນ​ການ​ປ່ອຍ​ອາຍ​ແກັສ​ເຮືອນ​ແກ້ວ ​ໂດຍ​ຜ່ານ​ຄວາມ​ພະຍາຍາມ​ຈຳກັດ​ການ​ສູນ​ເສຍ​ປ່າ​ໄມ້ ​ແລະ ການ​ເສື່ອ​ມ​ໂຊມ​ຂອງ​ປ່າ​ໄມ້, ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ຍົງ, ອະນຸລັກ​ແລະ​ເພີ່ມ​ປະສິດທິ​ຜົນ​ການ​ກັກ​ເກັບ​ກາກ​ບອນ​ປ່າ (REDD+).

ໄລຍະ​ທີສາມ: ປະສານ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ (​ແຕ່​ປີ 2013)

​ໄລຍະ​ນີ້​ຖືກ​ຂີດ​ໝາຍ​ດ້ວຍ​ມະຕິ​ເລກທີ 24-NQ/TW, ວັນ​ທີ 3 ມິຖຸນາ 2013, ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ XI, ວ່າ​ດ້ວຍ ການ​ເປັນເຈົ້າ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ມະຕິ​ສະບັບ​ນີ້ມີ​ລັກສະນະ​ບາດ​ລ້ຽວ​ໃນ​ວຽກ​ງານ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດຢູ່​ຫວຽດນາມ. ມະຕິ​ໄດ້​ວາງ​ທັດສະນະ​ແລະ​ບັນດາ​ເປົ້າ​ໝາຍ​ສັງ​ລວມ ​ໃນ​ວຽກ​ງານ​ເປັນ​ເຈົ້າ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດຂອງ​ລະ​ບົບການ​ເມືອງ​ທັງ​ໝົດ; ຊີ້​ແຈງ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ມີ​ລັກສະນະ​ທົ່ວ​ໂລກຂອງການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໃນ​ນັ້ນ​ມີ​ຫວຽດນາມ ຊຶ່ງ​ເປັນ​ປະ​ເທດ​ທີ່​ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ, ພ້ອມ​ກັນ​ນັ້ນ​ກໍ່​ຊີ້​ໃຫ້​ເຫັນ​ເຖິງ​ບັນດາ​ໂອກາດ​ເພື່ອ​ຫັນປ່ຽນ​ຕົວ​ແບບ​ການ​​ເຕີບໂຕ​​ເສດຖະກິດ ຕາມ​ທິດ​ທາງ​ການ​ພັດທະນາ​ແບບ​ຍືນ​ຍົງ. ຈາກ​ບັນດາ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ, ມະຕິ​ກໍ່​ກຳນົດ​ທິດ​ທາງ ​ແລະ ​ແບ່ງ​ງານ​ໃຫ້​ປະຕິບັດ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ ໃນ​ໄລຍະ​ສະ​ເພາະ​ໜ້າ ກໍ່​ຄື​ຍາວ​ນາມ ຂອງ​ວຽກ​ງານ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

​ເພື່ອ​ປະຕິບັດ​ມະຕິ​ເລກທີ 24-NQ/TW ຂອງຄະນະ​ບໍລິຫານ​ງານສູນ​ກາງ​ພັກ, ລັດຖະບານ​ໄດ້​ຊຸກຍູ້​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ແຂງ​ແຮງ ​ແນ​ໃສ່​ເປັນ​ເຈົ້າ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ລະອຽດ​ຄື:

​ໃນ​ລະດັບ​ສາກົນ

ທີ​ໜຶ່ງ, ຂໍ້​ຕົກລົງ​ ປາຣີ ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ. ຢູ່ທີ່ກອງ​ປະຊຸມ​ສະຫະ​ປະຊາ​ຊາດວ່າ​ດ້ວຍການ​ປ່ຽນ​ແປງ​ສະພາບ​ອາກາດ ປີ 2015 (COP 21), ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ນຳ​ໂດຍ​ນາຍົກລັດຖະມົນຕີ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ຕັ້ງໜ້າ ​ແນ​ໃສ່​ຊຸກຍູ້​ການກໍ່​ຕັ້ງ​ຂໍ້​ຕົກ​ລົງ​ທົ່ວ​ໂລກສະບັບ​ໃໝ່​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ. ຢູ່​ທີ່​ກອງ​ປະຊຸມ, ​ຫວຽດນາມໄດ້​ສະ​ແດງ​ຄວາມ​ມານະ​ພະຍາຍາມ​ຂອງຕົນ​ ດ້ວຍ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຫລຸດຜ່ອນ 8% ປະລິມານ​ການ​ປ່ອຍ​ອາຍ​ແກັສ​ເຮືອນ​ແກ້ວ ​ໃນ​ປີ 2030 ​ແລະ ອາດ​ຈະຫລຸດຜ່ອນ​ເຖິງ 25% ຖ້າ​ຫາກ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ປະຊາ​ຄົມ​ສາກົນ. ນີ້​ແມ່ນ​ຄວາມ​ຕັດສິນ​ໃຈ​ການ​ເມືອສູງ​ຂອງ​ຫວຽດນາມ ​ແນ​ໃສ່​ຮ່ວມ​ມື​ຮ່ວມ​ແຮງ​ກັບ​ປະຊາ​ຄົມ​ສາກົນ​ໃນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ຫັນ​ໄປ​ສູ່​ອະນາຄົດ​ແຫ່ງ​ການ​ພັດທະນາຂຽວ, ສະອາດ​ ​ໃຫ້​ແກ່​ຄົນ​ຮຸ່ນ​ຫຼັງ, ປະກອບ​ສ່ວນ​ຜັນ​ຂະຫຍາຍ​ຢ່າງ​ສຳ​ເລັດ​ຜົນ ​ໂຄງການ​ວາລະ 2030 ຂອງ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ທີ່​ຖືກ​ຮັບຮອງ​ຢູ່​ທີ່​ນະຄອນ ນິວຢອກ (ປະ​ເທດ​ສະ​ປະລັດ​ອາ​ເມຣິກາ) ​ໃນ​ເດືອນ​ກັນຍາ 2015.

ດ້ວຍ​ຄວາມ​ພະຍາຍາມ​ຂອງ​ຫວຽດນາມ ​ແລະ​ ບັນດາ​ປະ​ເທດ​ພາຄີ, ຂໍ້​ຕົກລົງ ປາຣີ ວ່າ​ດ້ວຍການ​ປ່ຽນ​ແປງ​ສະພາບ​ອາກາດ ທີ່​ມີ​ລັກສະນະ​ປະຫວັ​ດສາດ ​ໄດ້​ຖືກ​ຮັບຮອງ​ຜ່ານ​ໂດຍ 195 ປະ​ເທດ. ນີ້​ແມ່ນ​ເອກະສານ​ກົດໝາຍ​ລະດັບ​ໂລກ​ທຳ​ອິດ​ທີ່​ກຳນົດ​ຄວາມ​ຮັບຜິດ​ຊອບ​ຂອງທຸກ​ປະ​ເທດ​ພາຄີ​ໃນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ. ຂໍ້​ຕົກລົງ​ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 4 ພະຈິກ 2016. ຫວຽດນາມ​ໄດ້​ສົ່ງ ບົດ​ຄາດໝາຍ​ການ​ປະກອບສ່ວນ​ໂດຍ​ປະ​ເທດ​ຕັດສິນ​ດ້ວຍ​ຕົນ​ເອງ (INDC) ໃຫ້​ສະຫະ​ປະຊາ​ຊາດ ​ໃນວັນ​ທີ 31 ຕຸລາ 2015, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດທົ່ວ​ໂລກ.

​ເພື່ອປະຕິບັດ​ບັນດາ​ພັນທະ​ທີ່​ລະບຸ​ໄວ້​ໃນ​ຂໍ້​ຕົກລົງ​ປາຣີ, ວັນ​ທີ 28 ຕຸລາ 2016, ນະ​ຍົກ​ລັດຖະມົນຕີ​ຫວຽດນາມ ໄດ້​ອອກ​ມະຕິ​ຕົກລົງ​ເລກທີ 2053/QĐ-TTg ໃຫ້​ສັດຕະຍາບັນ​ແຜນການ​ປະຕິບັດ​ຂໍ້​ຕົກລົງ​ປາຣີວ່າ​ດ້ວຍການ​ປ່ຽນ​ແປງ​ສະພາບ​ອາກາດ. ການໃຫ້​ສັດຕະຍາບັນ​ແຜນການສະບັບ​ນີ້​ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ຂໍ້​ຕົກລົງ​ປາຣີ ພ້ອມ​ກັນ​ກັບ​ປະຊາ​ຄົມ​ສາກົນ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດທົ່ວ​ໂລກ. ​ແຜນການ​ປະກອບ​ດ້ວຍ 68 ໜ້າ​ທີ​ບຸລິມະສິດ, ກວມ​ລວມທຸກ​ຂົງ​ເຂດ​ທີ່​ມີ​ຄວາມ​ກ່ຽວ​ພັນ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ຕິດ​ແໜ້ນ​ກັບ 5 ​ເສົາ​ຄ້ຳ​ຄື: 1- ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດທີ່ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ”; 2- ປັບ​ໃຫ້​ຄ່ອງ​ຕົວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ; 3- ກະກຽມ​​ແຫຼ່ງພະລັງ; 4- ກໍ່​ຕັ້ງ​ລະບົບ​ເປີດ​ເຜີຍ, ​ໂປ່​ງ​ໃສ; 5- ກໍ່ສ້າງ​ບູລະນະ​ລະບຽບ​ກົດໝາຍ, ນະ​ໂຍບາຍ​ໃຫ້​ແກ່​ໄລຍະ 2016 - 2020 ​ແລະ 2021 - 2030 ຂອງ​ຫວຽດນາມ.

ທີ​ສອງ, ກົນ​ໄກ​ໜ່ວຍ​ກິດຮ່ວມ. ປະຈຸ​ບັນ ຫວຽດນາມ​ພວມ​ຊຸກ​ຍູ້​ຜັນ​ຂະຫຍາຍ​ການ​ປະຕິ​ບັດກົນ​ໄກ​ໜ່ວຍ​ກິດຮ່ວມ (Joint Credit Mechanism - JCM). ​ເພື່ອ​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ​ຕໍ່​ກັບ​ການ​ປະຕິບັດກົນ​ໄກ​ໜ່ວຍ​ກິດຮ່ວມ, ກະຊວງ​ຊັບພະຍາກອນ​ແລະສິ່ງ​ແວດ​ລ້ອມ ​ໄດ້​ກໍ່ສ້າງ ​ແລະ ປະ​ກາດ​ໃຊ້ ໜັງສື​ວຽນ​ເລກທີ 17/2015/TT-BTNMT, ວັນ​ທີ 6 ​ເມສາ 2015 ທີ່​ກຳ​ນົດການ​ກໍ່ສ້າງ ​ແລະ ປະຕິບັດ​ໂຄງການ​ຕາມກົນ​ໄກ​ໜ່ວຍ​ກິດຮ່ວມ ​ໃນ​ຂອບ​ການ​ຮ່ວມ​ມື​ຫວຽດນາມ ​ແລະ ຍີ່ປຸ່ນ, ຕາມ​ຂໍ້​ກຳນົດ​ຕ່າງໆ​ໃນ​ການ​ແນະນຳ​ເຕັກນິກ​ຂອງ ຄະນະ​ກຳມະການ​ປະສົມ​ ແລະ ກົດໝາຍ​ຫວຽດນາມ.

ໃນ​ລະດັບ​ຊາດ

ທີ​ໜຶ່ງ, ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ຫລຸດຜ່ອນ​ການ​ປ່ອຍ​ອາຍພິດ​ທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ”. ​ເຖິງວ່າ​ຫວຽດນາມ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ບໍ່​ມີ​ພັນທະ ຕ້ອງ​ຫລຸດຜ່ອນ​ປະລິມານ​ອາຍ​ພິດທີ່​ປ່ອຍ​ເຂົ້າ​ໄປ​ໃນ​ອາ​ກາດພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ຕາມ​ກຳນົດ​ຂອງ​ອະນຸ​ສັນຍາກີ​ໂອ​ໂຕ ກໍ່ຕາມ ​ແຕ່​ເພື່ອ​ປະກອບສ່ວນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ລະບົບ​ອາກາດ, ລັດຖະບານ​ຫວຽດນາມ​ກໍ່​ໄດ້​ປະກາດ​ໃຊ້​ຫຼາຍ​ນະ​ໂຍບາຍ​ທີ່​ກ່ຽວ​ພັນ​ເຖິງ​ການ​ປ່ອຍ​ອາຍ​ແກັສ​ເຮືອນ​ແກ້ວ ​ແລະ ຈັດ​ຕັ້ງປະຕິບັດ ຊຶ່ງ​ໄດ້​ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງທີ່​ດີ​ພໍ​ຄວນ. ລະອຽດ​ຄື:

- ກ່ຽວ​ກັບ​ການກວດ​ສອບ​ອາຍ​ພິດ​ທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ”: ​ໄດ້​ສ້າງ​ຕັ້ງ​ລະ​ບົບ​ແຫ່ງ​ຊາດ​ກ່ຽວ​ກັບການກວດ​ສອບ​ອາຍ​ພິດ​ທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ”; ​ໄດ້​ດຳ​ເນີນການກວດ​ສອບ​ແຫ່ງ​ລັດ​ກ່ຽວ​ກັບ​ອາຍ​ພິດ​ທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ​ໃນ​ປີ​ພື້ນຖານ 2005, 2010 ຕາມ​ການ​ແນະນຳ​ຂອງ​ຄະນະ​ລະຫວ່າງ​ລັດ​ທະ​ບານ ​ກ່ຽວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ(IPCC). ​ບັນດາ​ແຫຼ່ງປ່ອຍ​ອາຍ​ພິດ ​ແລະ ອ່າງ​ດູດ​ຮັບ​ອາຍ​ພິດທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ຕົ້ນຕໍ່ຢູ່​ໃນ​ປະ​ເທດ ທີ່​ຂຶ້ນ​ກັບ​ບັນດາ​ຂົງ​ເຂດ​ພະລັງງານ, ບັນດາ​ຂະ​ບວນວິວັດ​ຜະລິດ​ອຸດສາຫະກຳ ກະສິກຳ, ການ​ນຳ​ໃຊ້​ທີ່​ດິນ, ປ່ຽນ​ແປງ​ການ​ນຳ​ໃຊ້​ທີ່​ດິນ​ ແລະ ​ການ​ປ່າ​ໄມ້ (LULUCF), ສິ່ງ​ເສດ​ເຫຼືອ​ທີ່​ຖືກ​ປະ​ເມີນ​ຄ່າ ​ແລະ ​ແບ່ງ​ປະ​ເພດ ​ແນ​ໃສ່​ສ້າງ​ພື້ນຖານ​ໃຫ້​ແກ່​ການສະ​ເໜີ​ແນະ ​ແລະ ປະຕິບັດ​ການ​ເຄື່ອນ​ໄຫວ​ຫລຸດຜ່ອນການ​ປ່ອຍ​ອາຍ​ພິດ/ຮັບ​ເອົາ​ອາຍ​ພິດ​ທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ”.

- ກ່ຽວ​ກັບ​ກົນ​ໄກໜ່ວຍ​ກິດ​ຮ່ວມ (JCM): ຫວຽດນາມ​ມີ 4 ​ໂຄງການທີ່​ໄດ້​ລົງ​ທະບຽນ ​ແລະ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຍີ່ປຸ່ນ.

- ການ​ເຄື່ອນ​ໄຫວ​ອື່ນ​ຈຳນວນ​ໜຶ່ງ​ກໍ່​ພວມ​ໄດ້​ຮັບ​ການ​ກຳນົດ​ທິດ​ຜັນ​ຂະຫຍາຍ​ເຊັ່ນ ຄົ້ນຄວ້າ, ກໍ່ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ເສັ້ນທາງ ​ແລະ ​ແບບ​ວິທີ ​ເພື່ອ​ໃຫ້​ຫວຽດນາມ​ເຂົ້າ​ຮ່ວມ​ໃນ​ການ​ເຄື່ອນ​ໄຫວຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ທີ່​ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ທົ່ວ​ໂລກ; ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ລະບົບການ​ວັດ​ແທກ, ລາຍ​ງານ ​ແລະ ປະ​ເມີນ​ຜົນ (MRV) ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ທິ່ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ຢູ່​ຫວຽດນາມ, ລະບົບ​ການ​ລົງທະບຽນ NAMA (“ການ​ເຄື່ອນ​ໄຫວຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ທິ່ພາ​ໃຫ້​ເກີດ “ຜົນ​ກະທົບ​ເຮືອນ​ແກ້ວ” ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ແຫ່ງ​ຊາດ” (Nationally Appropriate Mitigation Action – NAMA), ກໍ່ສ້າງ​ຕະຫຼາດ​ກາກ​ບອນ​ຢູ່​ໃນ​ປະ​ເທດ.

ທີ​ສອງ, ບັນດາ​ການ​ເຄື່ອນ​ໄຫວ​ປັບ​ໃຫ້​ຄ່ອງຕົວ​​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ. ຫວຽດນາມກຳນົດ​ວ່າ ການ​ປັບ​ໃຫ້ຄ່ອງ​ຕົວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ມີ​ຈຸດ​ໜັກ ​ໃຈກາງ; ຮັບ​ມື​ກັບ​ບັນດາ​ການ​ກະທົບ​ຮີບ​ດ່ວນ​ສະ​ເພາະ​ໜ້າ ​ແລະ ບັນດາ​ການ​ກະທົບ​ຊ້ອນ​ແຝງ​ຍາວ​ນານ. ການ​ປັບ​ໃຫ່ຄ່ອງ​ຕົວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ຕ້ອງ​ຕິດ​ແໜ້ນ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັບປະກັນ​ລັກສະ​ນະລະ​ບົບ, ສັງ​ລວມ, ສະຫະພັນ​ຂະ​ແໜງ​ການ, ສະຫະພັນ​ເຂດ, ສະ​ເໝີ​ພາບ​ທາງ​ດ້ານ​ເພດ, ຫລຸດຜ່ອນ​ຄວາມທຸກ​ຍາກ.

ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຄ່ອງ​ຕົວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ​ໃນ​ບັນດາ​ໂຄງການ, ​ແຜນຍຸດ​ທະ​ສາດ, ​ແຜນການທີ່​ກ່ຽວຂ້ອງ​ນັ້ນ ອາດ​ຈະ​ຮຽງ​ລຳດັບ​ດັ່ງ​ນີ້: ຄິດ​ໄລ່​ຮອດ​ເດືອນ​ພຶດສະພາ 2014, ມີ​ການ​ກະທຳ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄ່ອງ​ຕົວ​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ຫຼາຍ​ກວ່າ 80 ລາຍການ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ກໍ່ສ້າງ, ​ໃນ​ນັ້ນ​ມີ​ການ​ກະທຳ​ນະ​ໂຍບາຍ 30 ກວ່າ​ລາຍການ​ ໄດ້​ຮັບ​ການ​ປະກາດ​ໃຊ້ ຊຶ່ງ​ສຸມ​ໃສ່ 6 ​ເປົ້າ​ໝາຍ​ພື້ນຖານ​ປະກອບ​ດ້ວຍ: ​ເພີ່ມ​ທະວີ​ຄວາມ​ສາມາດ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ, ຄຸ້ມ​ຄອງ​ສັງ​ລວມຊາຍ​ຝັ່ງ​ທະ​ເລ, ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ, ​ເພີ່ມ​ທະວີ​ຄວາມ​ທົນ​ທານ​ຂອງ​ໂຄງ​ສ້າງ​ພື້ນຖານ, ​ເພີ່ມ​ທະວີ​ຄວາມ​ທົນ​ທານ​ຕໍ່ການ​ປ່ຽນ​ແປງ​ສະພາບ​ອາກາດ ຂອງ​ຂະ​ແໜງ​ການ, ຂົງ​ເຂດ, ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະບຽງ​ອາຫານ.

ພ້ອມໆ​ກັນ​ກັບ​ການ​ກໍ່ສ້າງ​ນະ​ໂຍບາຍ, ລັດຖະບາຍ​ຫວຽດນາມ​ກໍ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການ​ປັບປຸງ​ໂຄງ​ສ້າງ​ພື້ນຖານ​ເພື່ອ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ. ​ໄລຍະ​ນີ້ ຫຼາຍ​ໂຄງການ​ທີ່​ມີ​ລັກສະນະ​ຮີບ​ດ່ວນ, ມີ​ຄວາມ​ຈຳ​ເປັນ​ຕ້ອງການ​ ​ແນ​ໃສ່​ຮັບ​ມື​ກັບການ​ກະທົບ​ສະ​ເພາະ​ໜ້າ ກໍ່​ຄື​ຍາວ​ນານ​ຂອງການ​ປ່ຽນ​ແປງ​ສະພາບ​ອາກາດ ​ໄດ້​ຮັບ​ບຸລິມະສິດ​ໃນ​ການ​ຜັນ​ຂະຫຍາຍ ຊຶ່ງ​ເບື້ອງ​ຕົ້ນ​ໄດ້ບັນລຸ​ປະສິດທິ​ຜົນ​ທີ່​ຈະ​ແຈ້ງ ​ໃນ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ຮັກສາ​ສະຖຽນ​ລະ​ພາບ ຄວາມ​ປອດ​ໄພ​ທາງ​ສັງຄົມ./.

​ໂດຍ ປອ. ​ເຈິ່ນຮົ່ງຮ່າ

ກຳມະການສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ

ເຫດການ