​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ

15:42 | 15/03/2024

ຍສໝ - ແດນ​ມາກ ສາມາດ​ແບ່ງປັນ​ປະສົບ​ການ, ໜຸ່ມຊ່ວຍ​ເຕັກ​ໂນ​ໂລຢີ, ການ​ເງິນ ເພື່ອຫວຽດນາມ ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມຫຼຸດຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ, ການ​ຫັນປ່ຽນ​ສີຂຽວ.

ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຮົງ​ກາ​ຣີ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ 2 ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຮົງ​ກາ​ຣີ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ 2 ປະ​ເທດ

​ວັນ​ທີ 13 ມີນານີ້, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນຮົງຮ່າ ​ໄດ້​ຕ້ອນຮັບທ່ານອຸປະທູດ​ຊົ່ວຄາວ​ສະຖານທູດ ​ແດນ​ມາກ ປະຈຳ ຫວຽດນາມ ນາງ Mette Ekeroth ​ແລະ ທ່ານປະທານ​ກຸ່ມບໍລິສັດ Vestas Anders Runevad.

ໂດຍ​ເນັ້ນ​ໜັກ​ເຖິງ​ການພົວພັນ​ຮ່ວມ​ມື​ຮອບດ້ານ, ການໜູນ​ຊ່ວຍຂອງ ແດນມາກ ຕໍ່ ຫວຽດນາມ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນໃນຂົງເຂດ​ສິ່ງ​ແວດ​ລ້ອມ, ​ດິນ​ຟ້າ​ອາກາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ໃຫ້​ຮູ້​ວ່າ ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງວ່າ​ດ້ວຍ​ການ​ຫັນປ່ຽນ​ພະລັງງານ​ຍຸດ​ຕິ​ທຳ (JETP) ບົນ​ພື້ນຖານ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ G7, ​ແດນ​ມາກ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສາ​ກົນ​.

ຈຸດ​ສຸມ​ຂອງ​ການ​ປະຕິບັດ​ ແມ່ນ​ການ​ຫັນ​ພະລັງງານໄຟຟ້າ​ຖ່ານ​ຫີນ​ເປັນ​ພະລັງງານ​ສະອາດ, ພັດທະນາ​ລະບົບ​ນິ​ເວດ​ອຸດສາຫະກຳ ແລະ​ ການ​ບໍລິການກ່ຽວກັບພະລັງງານ​ທົດ​ແທນ, ຍົກລະດັບ​ລະບົບ​ສາຍ​ສົ່ງ ​ແລະ ຈຳໜ່າຍ​ໄຟຟ້າ, ​ຍູ້ໄວຂັ້ນຕອນການກໍ່ສ້າງ​ຕາໜ່າງໄຟຟ້າອັດສະລິຍະ, ພັດທະນາ​ລະບົບ​ເກັບ​​ພະລັງງານ...

​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນຮົງຮ່າ ໄດ້ຕ້ອນຮັບ​ທ່ານ​ນາງ Mette Ekeroth ອຸປະທູດ​ຊົ່ວຄາວ​ສະຖານທູດ ​ແດນ​ມາກ ປະຈຳ ຫວຽດນາມ ແລະ ທ່ານ Anders Runevad, ປະທານ​ກຸ່ມບໍລິສັດ Vestas. (ທີ່ມາ: TTXVN)

"ແດນ​ມາກ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ, ໜຸ່ມຊ່ວຍ​ເຕັກ​ໂນ​ໂລຢີ, ການ​ເງິນ ເພື່ອຫວຽດນາມ ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມຫຼຸດຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ, ການ​ຫັນປ່ຽນ​ສີຂຽວ, ການ​ຫັນປ່ຽນ​ພະລັງງານ​ຍຸດ​ຕິ​ທຳ", ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໃຫ້ຮູ້ວ່າ ຫວຽດ​ນາມ ພວມ​ສຳ​ເລັດ​ແຜນ​ການ​ປະ​ຕິ​ບັດແຜນການໄຟຟ້າເລກ 8 ດ້ວຍໜ້າທີ່ວາງແຜນຜັງ​ແຫຼ່ງ​ກຳ​ລັງ​ໄຟ​ຕາມ​ຄວາມ​ຕ້ອງ​ການ​ເຕີບ​ໂຕ​ຂອງພື້ນຖານ​ເສດ​ຖະ​ກິດ; ໂຄງປະກອບທີ່ເຫມາະສົມ, ການດຸ່ນດ່ຽງ, ສະຖຽນ​ລະ​ພາບລະຫວ່າງປະເພດຂອງແຫຼ່ງໄຟຟ້າ (ໄຟຟ້າຖ່່ານຫີນ, ໄຟຟ້ານ້ຳຕົກ, ໄຟຟ້າແສງຕາເວັນ, ໄຟຟ້າແຮງລົມ), ຮັບປະກັນຄວາມປອດໄພຂອງລະບົບກໍຄືປະສິດທິຜົນການລົງທຶນ, ເສດຖະກິດໃຫ້ດີທີ່ສຸດ.

ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີແລ້ວ, ບັນດາ​ວິທີການ​ແກ້​ໄຂ​ການ​ເກັບ​ຮັກສາ​ພະລັງງານ​ໄຟຟ້າ, ຜະລິດ ​ແລະ ນຳ​ໃຊ້ hydro ສີຂຽວ, amoniac ສີຂຽວ ຫຼື ສົມທົບ​ກັບ​ການ​ເກັບ​ຮັກສາ​ແຫຼ່ງພະລັງງານ​ທົດແທນ ລ້ວນ​ແຕ່​ຕ້ອງການ​ເຕັກ​ໂນ​ໂລ​ຢີ. ສະນັ້ນ, ຫວຽດນາມ ປາດ​ຖະໜາ​ວ່າ ແດນ​ມາກ ຈະ​ໜູນ​ຊ່ວຍກ່ຽວກັບ​ເຄື່ອງ​ມື, ນັກ​ຊ່ຽວຊານ, ​ເຕັກ​ໂນ​ໂລ​ຢີ, ​ວິທີ​ແກ້​ໄຂ ​ເພື່ອ​ສຳ​ເລັດ​ແຜນ​ການ​ປະ​ຕິ​ບັດແຜນການໄຟຟ້າເລກ 8, ພັດທະນາ​ພະລັງງານ​ທົດ​ແທນຢ່າງສູງສຸດ, ຫັນ​ຈາກ​ພະລັງງານຟອກຊິວ​ເປັນ​ພະລັງງານ​ທົດ​ແທນ.

ນອກຈາກນັ້ນ, ລັດຖະບານ ຫວຽດນາມ ກໍ່ພວມຄົ້ນຄວ້າ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍໃໝ່ກ່ຽວກັບໄຟຟ້າ ເພື່ອຊຸກຍູ້ພະລັງງານສະອາດ, ການຄ້າຂາຍໄຟຟ້າຕາມທ້ອງຕະຫຼາດ, ໃນນັ້ນ ກໍ່ມີການຄ້າຂາຍໄຟຟ້າໂດຍກົງ...

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍຈະ​ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ການຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ສີຂຽວ, ສຳເລັດລະ​ບົບ​ກົດ​ໝາຍ​ວ່າ​ດ້ວຍ​ໄຟ​ຟ້າ, ພະ​ລັງ​ງານ, ເສດ​ຖະ​ກິດໝູນວຽນ, ທ້ອງຕະ​ຫຼາດ​ ກາກ​ບອນ...; ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ​ຮ່ວມ​ມື, ຜັນຂະຫຍາຍໂຄງ​ການ​ພະ​ລັງ​ງານ​ທົດ​ແທນ.

ກ່ຽວ​ກັບ​ບາງ​ຂໍ້​ສະ​ເໜີ​ລະອຽດຂອງ​ການ​ນຳ​ກຸ່ມ​ບໍລິສັດ Vestas, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ​ແຜນ​ການ​ປະ​ຕິ​ບັດແຜນການໄຟຟ້າເລກ 8 ບໍ່​ຈຳກັດ​ການ​ພັດທະນາບັນດາແຫຼ່ງພະລັງງານ​ໄຟຟ້າທົົດແທນ ເພື່ອ​ຮັບໃຊ້ການສົ່ງ​ອອກ, ຜະລິດ hydro, ການຄ້າໄຟຟ້າ​ໂດຍ​ກົງ. ຫວຽດນາມ ໄດ້ສະແດງຄວາມຊົມເຊີຍບັນດາ​ວິ​ສາ​ຫະກິດ​ທີ່​ມີ​ກຳລັງຄວາມ​ສາມາດ, ​ເຕັກ​ໂນ​ໂລຢີ, ປະສົບ​ການ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ສະ​ເພາະ, ວາງ​ພື້ນຖານ​ພັດທະນາ​ອຸດສາຫະກຳ​ພະລັງງານ​ທົດ​ແທນ, ປະກອບສ່ວນພ້ອມກັບລັດຖະບານປັບປຸງ, ເຮັດສຳເລັດນະ​ໂຍບາຍ​, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃນ​ຂົງເຂດພະລັງງານ.

ທ່ານອຸປະທູດ​ຊົ່ວຄາວ​ສະຖານທູດ​ ແດນ​ມາກ ປະຈຳ ​ຫວຽດນາມ ນາງ Mette Ekeroth ຢືນຢັນ​ວ່າ ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສີຂຽວ​ລະຫວ່າງ ຫວຽດນາມ - ​ແດນ​ມາກ ມີຄວາມໝາຍສຳຄັນ​ທີ່​ສຸດ ​ເພື່ອ​ຍົກ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ແລະ ການຫັນປ່ຽນສີຂຽວ, ການຫັນປ່ຽນພະລັງງານ.

ແດນມາກ ກໍ່ມີຄວາມພາກພູມໃຈ ແມ່ນຄູ່ຮ່ວມມືສະໜອງບັນດາການໜຸ່ມຊ່ວຍກ່ຽວກັບຊ່ຽວຊານ, ເຕັກນິກ ເພື່ອຊ່ວຍ ຫວຽດນາມ ສ້າງບົດລາຍງານແງ່ຫວັງກ່ຽວກັບພະລັງງານ, ເພື່ອຜັນຂະຫຍາຍແຜນການໄຟຟ້າເລກ 8 ໂດຍໄວ, ດ້ວຍບັນດາຄຳໝັ້ນສັນຍາໃນຂົງເຂດ JETP.

ໂດຍຕີ​ລາຄາສູງ​ບຸລິມະສິດການ​ພັດທະນາ​ອຸດສາຫະກຳ​ພະລັງງານ​ທົດ​ແທນ​ໃນແຜນການ​ໄຟຟ້າເລກ 8, ທ່ານປະທານ​ກຸ່ມບໍລິສັດ Vestas Anders Runevad ໃຫ້ຮູ້ວ່າ ກຸ່ມ​ບໍລິສັດ ​ໄດ້​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ຢູ່ ຫວຽດນາມ, ປະສົບ​ຜົນສຳ​ເລັດ​ໃນ​ການ​​ຕິດ​ຕັ້ງ​ກັງ​ຫັນ​ລົມ ​ປະມານ 1.400 MW.

Vestas ປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້ສໃນຍຸດທະສາດນຳ ຫວຽດນາມ ກາຍເປັນສູນກາງອຸດສາຫະກຳ​ພະລັງງານ​ທົດ​ແທນ​ຂອງ​ພາກ​ພື້ນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ບໍລິສັດ​ຜະລິດ​ອຸປະກອນ ​ແລະ ບັນດາ​ຜູ້​ພັດທະນາ​ໂຄງການ​ໄຟຟ້າແຮງລົມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.