EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

09:54 | 27/02/2023

ຍ​ສ​ໝ - ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຕ້ອງ​ຄິດ​ໄລ່​ເຖິງ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາ​ກົນ ນັບ​ທັງ​ຂອບ​ເຂດ ແລະ ເວ​ລາ​ປະ​ຕິ​ບັດ, ຜ່ານ​ນັ້​ນ​ຈະ​ຊ່ວຍ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ, ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ ແລະ ເພີ່ມ​ທະ​ວີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ, ຈາກນັ້ນ ກໍ່​ເພີ່ມ​ລາຍ​ຮັບ​ເງິນ​ຕາ​ຕ່ງ​ປະ​ເທດ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ.

ຮ່າ​ໂນ້ຍ ເປີດ​ຕົວ​ລາຍ​ການ​ທ່ອງ​ທ່ຽວ​​ຕອນ​ຄ່ຳຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ຮ່າ​ໂນ້ຍ ເປີດ​ຕົວ​ລາຍ​ການ​ທ່ອງ​ທ່ຽວ​​ຕອນ​ຄ່ຳຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ
ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ ບັນ​ດາ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ
EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
ພາບ​ປະ​ກອບ

EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຕ້ອງ​ຄິດ​ໄລ່​ເຖິງ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາ​ກົນ ນັບ​ທັງ​ຂອບ​ເຂດ ແລະ ເວ​ລາ​ປະ​ຕິ​ບັດ, ຜ່ານ​ນັ້​ນ​ຈະ​ຊ່ວຍ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ, ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ ແລະ ເພີ່ມ​ທະ​ວີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ, ຈາກນັ້ນ ກໍ່​ເພີ່ມ​ລາຍ​ຮັບ​ເງິນ​ຕາ​ຕ່ງ​ປະ​ເທດ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ.

EuroCham ໃຫ້​ຮູ້​ວ່າ ສະ​ມາ​ຄົມ​ໄດ້​ລາຍງານ​ໃຫ້​ລັດ​ຖະ​ບານ​​ກ່ຽວ​ກັບ​ການ​ກະ​ທຳ​ທ່ອງ​ທ່ຽວ​ຂອງ​ແຂກ​ທ່ອງ​ທ່ຽວ​ທີ່​ໄດ້​ປ່ຽນ​ແປງ​ຍ້ອນ​ພະ​ຍາດ​ໂຄວິດ - 19: ໄປ​ທ່ອງ​ທ່ຽວ​ໜ້ອຍ​ກ່​ວາແຕ່ໃຊ້ເວລາ​ທ່ອງທ່ຽວຢູ່​ຈຸດ​ດຽວຫຼາຍ​ກ່​ວາ.

ຜູ້​ຕາງ​ໜ້າ​ອະ​ນຸ​ຄະ​ນະການ​ທ່ອງ​ທ່ຽວ ແລະ ຮ້ານ​ອາ​ຫານ, ໂຮງ​ແຮມ EuroCham ໄດ້​ສະ​ເໜີ​ວ່າ: ​ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ຮ່າງ​ຂໍ້​ກຳນົດ​ຫວ່າງ​ມໍ່ໆ​ມາ​ນີ້​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ເພີ່ມ​ເວ​ລາ​ຕໍ່​ວິ​ຊາ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາ​ກົນ ແຕ່ 15 ວັນ​ຂຶ້ນເປັນ 30 ວັນ ແລະ ພວກ​ຂ້​າ​ພະ​ເຈົ້າ​ຫວັງ​ວ່າ ຂໍ້​ຕົກ​ລົງ​ນີ້​ຈະ​ໄດ້​ປະ​ຕິ​ບັດ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ. ດ້ານ​ອື່ນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານຫວຽດ​ນາມ ພິ​ຈາ​ລະ​ນາ​ອອກວິ​ຊາ 3 ເດືອນ ແລະ 6 ເດືອນ​ໃຫ້​ແກ່​ຊາວ​ເອີ​ຣົບ​ທີ່​ມີ​ລາຍ​ຮັບ​ສູງ ທີ່ຢາກ​ພັກ​ຜ່ອນ​ໄລຍະຍາວ​ຢູ່ ຫວຽດ​ນາມ.

EuroCham ໃຫ້​ຂໍ້​ສັງ​ເກດ​ວ່າ ນະ​ໂຍ​ບາຍ​ວິ​ຊາ​ເຂົ້າ​ເມືອງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໄມ້​ງັດ​ທີ່​ມີ​ຜົນ​ກະ​ທົບ​ໃຫຍ່​ທີ່​ສຸດ​ຕໍ່​ກະ​ແສ​ແຂ​ກ​ທ່ອງ​ທ່ຽວ​ສາ​ກົນ. ພາຍຫຼັງ​ພະ​ຍາດ​ໂຄວິດ - 19, ມີຫຼາຍ​ປະ​ເທດ​ພວມ​ຄົ້ນ​ຄ້​ວາ​ວິ​ທີ​ການ​ເປີດກວ້າງ​ຂອບ​ຂະ​ໜາດ​ຍົກ​ເວັ້ນ​ວິ​ຊາ. ສິ່ງ​ນີ້​ຈະ​ຊ່ວຍ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ແກ້​ງ​ແຍ້ງ ແລະ ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ ແລະ ເພີ່ມ​ທະ​ວີ​ກະ​ແສ​ແຂກ​ທ່ອງ​ທ່ຽວ​ສາ​ກົກ​, ຈາກ​ນັ້ນ ກໍ່ຊ່ວຍ​ເພີ່ມ​ລາຍ​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ ສ້າງວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ.

ຕາມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ແລ້ວ, ດັດ​ຊະ​ນີ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ ​ໃນ​ປີ 2019 ເພີ່ມ​ຂຶ້ນ​ສູງ​ທີ່​ສຸດ​ໃນ​ທົ່ວ​ໂລກ, ຈາກອັນດັບ 116 ​ໃນ​ຈຳ​ນວນ 136 ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ປີ 2017 ຂຶ້ນເປັນອັນດັບ 52 ໃນ​ຈຳ​ນວນ 117 ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ປີ 2018. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂະ​ແໜງກ​ານ​ທ່ອງ​ທ່ຽວ ຫວຽດ​ນາມ ຕ້ອງ​ມາ​ນະ​ພະ​ຍາ​ຍາມຫຼາຍ​ກ່​ວາ​ອີກ​ເພື່ອ​ແກ້ງ​ແຍ້ງ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຄື: ໄທ (ອັນ​ດັບ 36), ສິງ​ກະ​ໂປ (ລະ​ດັບ​ທີ 9) ແລະ ອິນ​ໂດ​ເນ​ເຊຍ (ລະ​ດັບ 32). ເລີ່ມ​ແຕ່​ວັນ​ທີ 15 ມີ​ນາ ປີ 2022, ຫວຽນາມ ​ໄດ້​ອະ​ນຸ​ຍາດ​ຍົກ​ເວັ້ນ​ການ​ກວດ​ຫາ​ເຊື້ອ​ໄວ​ຣັດ Covid-19 ເມື່ອ​ເຂົ້າ​ເມືອງ ແລະ ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ​ຄື​ໄລ​ຍະ​ກ່ອນ​ເກີດ​ພະ​ຍາດ​ໂຄວິດ - 19 ໃຫ້ພົນລະເມືອງທີ່ມາຈາກ 25 ປະ​ເທດ, ໃນ​ນັ້ນ​ມີ 8 ປະ​ເທດ​ເອີ​ລົບ.

ຕາມ EuroCham ແລ້ວ, ນະ​ໂຍ​ບາຍ​ປັດ​ຈຸ​ບັນ​ຮຽ​ກ​ຮ້ອງ​ຕ້ອງ​ມີ​ວິ​ຊາ ກ່ອນການເດີນ​ທາງ/ວິ​ຊາ​ເຂົ້າ​ເມືອງ/ວິ​ຊາ​ເອ​ເລັກ​ໂຕ​ນິກ ແມ່ນ​ເຂັ້ມ​ງວດ, ພ້ອມ​ກັບ​ເວ​ລາ ແລະ ຄ່າ​ໃຊ້​ຈ່​າຍ​ເພີ່ມເຕີມຈາກ​ລະ​ບຽບ​ການ​ນີ້ ພວມ​ກີດ​ຂ​ວາງ​ແຂກ​ທ່ອງ​ທ່ຽວຈາກ​ເອີ​ລົບ ໄປ​ທ່ຽວ​ດ້ວ​ຍ​ຕົນ​ເອງ​, ເຊິ່ງ​ແມ່ນ​ແຂກ​ທ່ອງ​ທ່ຽວ​ທີ່ມີ​ການ​ໃຊ້​ຈ່າຍ​ຢູ່​ລະ​ດັບ​ສູງ.

EuroCham ກໍ່​ຖື​ວ່າ ຫວຽດ​ນາມ ຄວນ​ພິ​ຈາ​ລະ​ນາການ​ຫັນ​ຕະຫຼາດ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ເປັນຫຼາຍ​ຮູບ​ແບບ ເພື່ອຫຼຸດ​ຜ່ອນ​ການ​ອີງ​ຕາມ​ຕະຫຼາດ​ເກົ່າ. ດັ່ງ​ນັ້ນ, ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດທີ່​ໄດ້​ຮັບ​ການ​ຍົກ​ເວັ້ນ​ວິ​ຊາ ຕ້ອງ​ໄດ້​ຮັບ​ການ​ເປີດກວ້າງກ່​ວາ​ອີກ​ເພື່ອ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ຟື້ນ​ຟູ​ໂດຍ​ໄວ ແລະ ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດ​ແມ່ນ​ຂະ​ແໜງ​ປາຍ​ແຫຼມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິ​ດ​ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.