ສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລັດເຊຍ-ຫວຽດນາມ

08:14 | 01/02/2023

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ເນັ້ນໜັກກວ່າ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລັດເຊຍ ໄດ້ຜ່ານການ​ທົດ​ສອບຫຼາຍຢ່າງ ແລະ ປະຈຸບັນພວມພັດທະນາ​ຢ່າງຕັ້ງໜ້າ ທັງລວງກວ້າງ ແລ ະລວງເລິກໃນທຸກຂົງເຂດ ຄື ເສດຖະກິດ, ການຄ້າ, ວັດທະນະທໍາ, ການສຶກສາ, ການທູດປະຊາຊົນ, ທັງແມ່ນຊັບສົມ​ບັດອັນລໍ້າຄ່າຂອງສອງປະເທດ.

VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ

ວັນທີ 30 ມັງກອນ, ຄະນະກໍາມະການພົວພັນຕ່າງປະເທດນະຄອນ St.Petersburg, ລັດເຊຍ ໄດ້ເປັນປະທານກອງປະຊຸມສໍາມະນາວິທະຍາສາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລັດເຊຍ-ຫວຽດນາມ.

ເຂົ້າຮ່ວມກອງປະຊຸມສໍາມະນາ, ຝ່າຍລັດເຊຍ ມີທ່ານ Evgeny Grigoriev ປະທານຄະນະກໍາມະການພົວພັນຕ່າງປະເທດນະຄອນ St.Petersburg, ຜູ້ຕາງໜ້າຄະນະ, ຂະແໜງ, ອົງການທີ່ກ່ຽວຂ້ອງຂອງນະຄອນ. ທ່ານ G.Bezdetko ເອກອັກຄະລັດຖະທູດລັດເຊຍ ປະຈໍາຫວຽດນາມ ເຂົ້າຮ່ວມຜ່ານວິດີໂອ. ຝ່າຍຫວຽດນາມ ມີທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ, ທ່ານນາງ ຫງວຽນທິຮ່ວາງເວິນ ຮອງຫົວໜ້າຄະນະກໍາມະການພົວພັນຕ່າງປະເທດສູນກາງ ພ້ອມກັບຜູ້ຕາງໜ້າການນໍາບາງທ້ອງຖິ່ນ, ສະມາຄົມຊາວຫວຽດນາມ ຢູ່ລັດເຊຍ.

ສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລັດເຊຍ-ຫວຽດນາມ
ທ່ານນາງ ຫງວຽນທິຮວ່າງເວິນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ກ່າວຄໍາເຫັນ​ໃນກອງ​ປະ​ຊຸມ​ສຳ​ມະ​ນາທີ່ຮ່າໂນ້ຍ. ພາບ: TTXVN

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສໍາມະນາ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ເນັ້ນໜັກວ່າ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລັດເຊຍ ໄດ້ຜ່ານການ​ທົດ​ສອບຫຼາຍຢ່າງ ແລະ ປະຈຸບັນພວມພັດທະນາ​ຢ່າງຕັ້ງໜ້າ ທັງລວງກວ້າງ ແລະ ລວງເລິກໃນທຸກຂົງເຂດ ຄື ເສດຖະກິດ, ການຄ້າ, ວັດທະນະທໍາ, ການສຶກສາ, ການທູດປະຊາຊົນ, ທັງແມ່ນຊັບສົມ​ບັດອັນລໍ້າຄ່າຂອງສອງປະເທດ.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາຜ່ານລະບົບທາງໄກທີ່ຮ່າໂນ້ຍ, ທ່ານນາງ ຫງວຽນທິຮວ່າງເວິນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງເຫດການດັ່ງກ່າວທີ່ເປັນປະຈໍາປີຂອງຄະນະກໍາມະການພົວພັນຕ່າງປະເທດນະຄອນ St.Petersburg. ທ່ານນາງ ເນັ້ນໜັກວ່າ ໃນປີ 2023 ສອງປະເທດຈະມີຫຼາຍ​ກິດ​ຈະ​ກຳດ້ານການເມືອງ​ທີ່ສໍາຄັນ, ພິເສດແມ່ນການກະກຽມ​ເປີດສະຫຼອງອະນຸສາວະລີປະທານ ໂຮ່ຈີມິນ ເນື່ອງໃນໂອກາດ 100 ປີແຫ່ງວັນປະທານໂຮ່ຈີມິນ ມາຢ້ຽມຢາມນະຄອນ St.Petersburg. ນີ້ແມ່ນອະນຸສາວະລີ ທີຫ້າ ຂອງເພິ່ນຢູ່ລັດເຊຍ.

ເຂົ້າຮ່ວມຜ່ານວິດີໂອ, ທ່ານ G.Bezdetko ຢັ້ງຢືນວ່າ ໃນກວ່າ 70 ປີຜ່ານມາ, ລັດເຊຍ ແລະ ຫວຽດນາມ ໄດ້ສະ​ໜິດຕິດພັນກັນດ້ວຍການພົວພັນມິດຕະພາບ ແລະ ການຮ່ວມມືທີ່ຕ່າງ​ຝ່າຍ​ຕ່າງມີຜົນປະໂຫຍດ. ຫວຽດນາມ ຍາມໃດກໍ່​ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່​ສະ​ໜິດ​ສະ​ໜົມ ແລະ ໄວ້ເນື້ອເຊື່ອໃຈທີ່ສຸດຂອງລັດເຊຍ ຢູ່ອາຊີ-ປາຊີຟິກ.

ບູນມີ

ເຫດການ
302 Found

Found

The document has moved here.