ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An

07:07 | 11/11/2022

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານນາງຮອງນາຍົກລັດຖະມົນຕີ Men Sam An ສືບຕໍ່ໜູນຊ່ວຍ, ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງ, ວິສາຫະກິດ ຫວຽດນາມ...

ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ
ເພີ່ມທະວີການຮ່ວມມືຊາວໜຸ່ມ ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມືຊາວໜຸ່ມ ຫວຽດນາມ - ກຳປູເຈຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An (ພາບ: VOV)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An (ພາບ: VOV)

ຕອນບ່າຍວັນທີ 9 ພະຈິກ, ຢູ່ພະນົມເປັນ, ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ຮອງປະທານພັກປະຊາຊົນກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານນາງຮອງນາຍົກລັດຖະມົນຕີ Men Sam An ສືບຕໍ່ໜູນຊ່ວຍ, ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງ, ວິສາຫະກິດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ທຳມາຫາກິນ, ດຳເນີນທຸລະກິດເປັນປົກກະຕິ ແລະ ສະດວກຢູ່ກຳປູເຈຍ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສອງປະເທດຄວນເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມ, ຍູ້ແຮງການພົວພັນແລກປ່ຽນປະຊາຊົນດ້ວຍຫຼາຍວິທີທີ່ແທດຈິງ ແລະ ມີປະສິດທິຜົນ, ພິເສດ, ຜ່ານບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບສອງປະເທດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.