ນະ​ຄອນ​ໂຮ້ຍ​ອານ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຕ້ອ​ນ​ຮັບ​ປີ​ໃໝ່ 2023

09:05 | 04/01/2023

ຍ​ສ​ໝ - ອາ​ທິດ​ຜ່ານ​ມາ, ຢູ່​ນະ​ຄອນ​ໂຮ້ຍ​ອານ, ແຂວງ​ກ໋​ວາງ​ນາມ, ໄຂຫຼາຍ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ທີ່​ພົ້ນ​ເດັ່ນ​ຕ້ອນ​ຮັບ​ປີ 2023.

SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ SCMP: ໂຮ້ຍ​ອ້ານ​ກ​ຽມ​ພ້ອມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ
ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023
ນະ​ຄອນ​ໂຮ້ຍ​ອານ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຕ້ອ​ນ​ຮັບ​ປີ​ໃໝ່ 2023
ພາບ​ປະ​ກອບ: VOV

ໃນ​ນັ້ນ, ໂຄງ​ການ “ເສັ້ນ​ທາງ​ແຫ່ງ​ສິ​ລະ​ປະ ແລະ ​ປະ​ດິດຄິດ​ສ້າງ” ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລ​ະ​ປິນ​ນັບ​ສິບ​ຄົນ​ທີ່​ມາ​ຈາກ​ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳ ຢູ່​ນະ​ຄອນ​ໂຮ້ຍ​ອານ, ໄດ້​ສະ​ແດງ ແລະ ວາ​ງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ຄື: ເຄື່ອງ​ປັ້ນ​ດິນ​ເຜົາ, ແກະຄວັດ​ສະ​ຫຼັກ, ພາບ​ແຕ້ມ​ແພ​ໄໝ.

ນອກ​ຈາກ​ນັ້ນ ​ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ໂຮ້ຍ​ອານ - ມໍ​ລະ​ດົກ ແລະ ປະ​ດິດ​ຄິດ​ສ້າງ, ພື້ນທີ່​ອາ​ຫານ​ການ​ກິນ ເມືອງ​ເກົ່າ​ໂຮ້ຍ​ອານ, ດົນ​ຕີຕາມທ້ອງ​ຖະ​ໜົນ​, ບັນ​ດາ​ເຄື່ອງລະຫຼິ້ນ​ພື້ນ​ເມືອງ, ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ຕ່​າ​ງໆ…

ທ່ານ ຫງວຽນ​ວັນ​ແລງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ້ຍ​ອານ ໃຫ້​ຮູ້​ວ່າ ນີ້​ຈະ​ແມ່ນ​ສະ​ຖານ​ທີ່​ຕິດ​ພັນ​ກັບ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ. ນີ້​ກໍ່​ແມ່ນ​ການ​ລະຫຼິ້ນ​ເພື່ອ​ໃຫ້​ທຸກ​ຄົນ​ມາ​ພົບ​ປະ​ແລກ​ປ່ຽນ, ເປັນ​ແຫຼ່ງ​ບັນ​ດານ​ໃຈ​ປະ​ດິດ​ຄິດ​ສ້າງ, ແບ່ງ​ປັນ ແລະ ເຊື່ອມ​ໂຍງ​ ສ້າງ​ບັນ​ດາ​ຄຸນ​ຄ່າ​ທີ່​ໄດ້​ຄັດ​ເລືອກ ເພື່ອ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່​ຂອງ​ນະ​ຄອນ​ໂຮ້ຍ​ອານ ໃນ​ວິ​ວັດ​ການ​ສູ້​ຊົນ​ກາຍ​ເປັນ​ນະ​ຄອນ​ແຫ່ງ​ການປະ​ດິດ​ຄິດ​ສ້າງ.

ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃໝ່ 2023 ຢູ່​ນະ​ຄອນ​ໂຮ້ຍ​ອານ ​ລວມ​ມີຫຼາຍ​ການ​ເຄື່ອນ​ໄຫວ​ຄື: ສັບ​ປະ​ດາ​ໂຄ​ສະ​ນ​າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຂດ​ພູ​ສູງ​ຢູ່​ແຂວງ ກ໋​ວາງ​ນາມ, ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ທີ່​ເຮັດ​ຈາກວັດ​ສະ​ດຸ​ທົດ​ແທນ, ຕະຫຼາດ​ນັດ ໂຮ້ຍ​ອານ, ເຂດ​ອາ​ຫານ​ການ​ກິນ ເມືອງ​ເກົ່າ​ໂຮ້ຍ​ອານ, ວັນ​ບຸນ​ສິ່ງຍອດ​ຍິ່ງ​ຊາ​ຫວຽດ, ໂຄງ​ການ​ໂຮ້ຍ​ອານ, ລະ​ດູ​ບານ​ໃໝ່ ແລະ ຊາວ​ໜຸ່ມ. ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ, ເຫດ​ການ​ວັດ​ທະ​ນະ​ທຳ ທີ່​ມີ​ສີ​ສັນ​ສະ​ເພາະ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ໂຮ້ຍ​ອານ ໝັ້ນ​ໝາຍ​ຈະ​ສືບ​ຕໍ່​ເປັນ​ໃຈ​ກາງ​ດຶດ​ດູດ​ແຂກ​ໃນ​ໂອ​ກາດ​ວັນ​ບຸນ​ທ້າຍ​ປີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.