ການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”: ເຕັມໄປດ້ວຍອາລົມຈິດອັນ ດີງາມ

08:01 | 23/12/2022

ວັນທີ 13 ທັນວາ 2022, ທີ່ຮ່າໂນ້ຍ, ວາລະສານຍຸກສະໄໝ ໄດ້ສົມທົບກັບສະຖານທູດລາວ ປະຈໍາຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ສະມາຄົມມິດຕະພາບລາວ-ຫວຽດນາມ ຈັດຕັ້ງພິທີມອບລາງວັນການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”.

ການປຸກລົະດົມການປະກວດ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022 ການປຸກລົະດົມການປະກວດ “ຊອກຮູ້ກ່ຽວກັບປະຫວັດສາດການພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ” ປີ 2022
ຕົວແທນຈາກ ແຂວງໄຊຍະບູລີ ຊະນະການປະກວດນາງສາວມົ້ງ  ປະຈໍາປີ ພ້ອມມົງກຸດເພັດ ມູນຄ່າ 50 ລ້ານກີບ ຕົວແທນຈາກ ແຂວງໄຊຍະບູລີ ຊະນະການປະກວດນາງສາວມົ້ງ ປະຈໍາປີ ພ້ອມມົງກຸດເພັດ ມູນຄ່າ 50 ລ້ານກີບ

ການປະກວດເປັນຈຸດນັດພົບຂອງນໍ້າໃຈມິດຕະພາບລະຫວ່າງສອງປະເທດ

ການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ຄັ້ງນີ້ ໄດ້ດຶງດູດການເຂົ້າຮ່ວມ ຂອງປະຊາຊົນສອງປະເທດ ຫວຽດນາມ-ລາວ ເປັນຈຳນວນຫຼວງຫຼາຍ. ບັດນາຜູ້ຂຽນທີ່ເຂົ້າຮ່ວມການປະກວດ ມີຫຼາຍເກນອາຍຸທີ່ແຕກຕ່າງກັນ, ອາຍຸໜຸ່ມທີ່ສຸດແມ່ນ 15 ປີ, ອາຍຸສູງທີ່ສຸດແມ່ນ 100 ປີ.

ໜຶ່ງໃນບັນດາສະຖານທີ່ແຜ່ຂະຫຍາຍການປະກວດທີ່ພົ້ນເດັ່ນແມ່ນ ໂຮງຮຽນມິດຕະພາບ 80 (ເທດສະບານເຊີນໄຕ, ຮ່າໂນ້ຍ). ວັນທີ 6 ສິງຫາ, ໂຮງຮຽນມິດຕະພາບ 80 ໄດ້ປຸກລະດົມການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ໃຫ້ນັກຮຽນລາວ ທີ່ພວມຮໍ່າຮຽນຢູ່ໂຮງຮຽນ ມິດຕະພາບ 80. ທີ່ພິທີປຸກລະດົມ, ໄດ້ມີວັດຖຸທີ່ລະນຶກເກືອບ 200​ ຢ່າງ ທີ່ໄດ້ນຳມາວາງສະແດງ ເຊິ່ງຕິດພັນກັບຄວາມຮູ້ສຶກ ຄວາມຜູກພັນຂອງຄູອາຈານ, ນັກຮຽນໂຮງຮຽນມິດຕະພາບ 80.

Cuộc thi “Kỷ vật kể chuyện”: Lắng đọng những tình cảm tốt đẹp

ທ່ານ ຈ໊າງລາວຫຼື ຮັບລາງວັນທີໜຶ່ງຂອງການປະກວດ. ພາບ: thoidai.com.vn

ມີນັກສຶກສາລາວ ແລະ ຫວຽດນາມ ຫຼາຍຄົນ ໄດ້ເຂົ້າຮ່ວມການປະກວດ, ເລົ່າຄືນອານຸສອນກ່ຽວກັບວັດຖຸທີ່ລະນຶກດ້ວຍຄວາມເມົາມົວ ແຕ່ວ່າວັດຖຸທີ່ລະນຶກພັດຍັງພັດຢູ່ລາວ. ຍ້ອນກຳນົດເວລາ ຮັບເອົາບົດຂຽນສົ່ງເຂົ້າການປະກວດ ພັດກົງກັບໄລຍະພະຍາດໂຄວິດ-19 ລະບາດ, ສະນັ້ນ ການໂທຫາເພື່ອໃຫ້ຄອບຄົວຖ່າຍຮູບ, ຖ່າຍວິດີໂອວັດຖຸທີ່ລະນຶກມາໃຫ້ ກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ເນື່ອງຈາກເປັນໂຄວິດ ແລະ ຕ້ອງໄດ້ກັກຕົວ.

ມີຜູ້ຂຽນຫຼາຍຄົນ ພາຍຫຼັງທີ່ສົ່ງບົດຂຽນ ກໍໄດ້ມາມອບວັດຖຸທີ່ລະນຶກໃຫ້ຄະນະຈັດຕັ້ງ. ທ່ານ ເລແຣວ (ອາຍຸ 80 ປີ, ເມືອງຈ້ຽວເຊີນ, ແຂວງແທັງຮວ໊າ) ໄດ້ມອບວັດຖຸທີ່ລະນຶກ ປະມານ 60 ຢ່າງ, ຜູ້ຂຽນ ເຢືອງແມ້ງວຽດ (ແຂວງທ໊າຍຫງວຽນ) ໄດ້ມອບ 10 ຢ່າງ.

ມາເຂົ້າຮ່ວມພິທີມອບລາງວັນການປະກວດໃນຄັ້ງນີ້, ຫຼານ ໂຮ່ທິຫງີນ, ຊາວເຜົ່າລາວ ແມ່ນຜູ້ຂຽນທີ່ຍາດໄດ້ລາງວັນຜູ້ອາຍຸໜຸ່ມທີ່ສຸດ, ຫຼານພ້ອມກັບພໍ່ (ພໍ່ຄີງແມ່ນໂຮ່ເທ່ ແລະ ພໍ່ລ້ຽງແມ່ນ ໂງມີງເຈື່ອງ ຂອງປ້ອມທະຫານຊາຍແດນລາໄລ, ແຂວງກວ໋າງຈິ ໄດ້ຜ່ານຜ່າໄລຍະທາງ ນັບພັນກິໂລແມັດ ເພື່ອມາຮ່າໂນ້ຍ. ເປັນຄັ້ງທໍາອິດ ຫຼານ ໂຮ່ທິຫງີນ ເຊິ່ງແມ່ນລູກລ້ຽງຂອງປ້ອມທະຫານຊາຍແດນລາໄລ ໄດ້ມາຮອດນະຄອນ ຫຼວງຮ່າໂນ້ຍ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ ແລະ ໜອງເກືອມ.

ທ່ານ ຈ໊າງລາວຫຼື, ອາຍກວ່າ 80 ປີ ກໍ່ໄດ້ມາເຂົ້າຮ່ວມພິທີມອບລາງວັນ ແລະ ໄດ້ເລົ່າຄືນກ່ຽວກບັອານຸສອນພ້ອມກັບຄອບຄົວ ໄດ້ລ້ຽງ ແລະ ເຊື່ອງ ປະທານ ໄກສອນ ພົມວິຫານ. ອານຸສອນນັ້ນ ໄດ້ຕິດພັນກັບບັນດາວັດຖຸທີ່ລະນຶກ.

ແຜ່ຂະຫຍາຍນໍ້າໃຈມິດຕະພາບຫວຽດນາມ-ລາວ

ການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” ແມ່ນຮູບການທີ່ມີໄຫວພິບ, ເໝາະສົມ ແລະ ມີປະສິດທິຜົນໃນການຍົກສູງຄວາມຮັບຮູ້, ເຊື່ອມຕໍ່ ປະຊາຄົມ. ຜ່ານການປະກວດ, ທ່ານ ຄໍາແກ້ວ ວົງພິລາ, ອະດີດຫົວໜ້າພະແນກພົວພັນຕ່າງປະເທດແຂວງວຽງຈັນ ໄດ້ພົບກັບພໍ່ແມ່ລ້ຽງຊາວຫວຽດນາມ. ນັ້ນແມ່ນພໍ່ຕູ້ ເຈິ່ນວັນຕຸກ ແລະ ແມ່ຕູ້ ເຢືອງທິມາຍ (ຢູ່ຕາແສງດ່ວຊ໋າ, ເມືອງແທັງຖຸຍ, ແຂວງຝູເທາະ). ເມື່ອໄດ້ພົບກັບຄອບຄົວພໍ່ແມ່ລ້ຽງໃນພິທີມອບລາງວັນການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”, ທ່ານ ຄໍາແກ້ວ ວົງພິລາ ໃຫ້ຮູ້ວ່າ ຍ້ອນມີການປະກວດ ລາວຈຶ່ງສາມາດເຊື່ອມຕໍ່ຄືນກັບຄອບຄົວພໍ່ແມ່ລ້ຽງ ພາຍຫຼັງທີ່ຂາດການຕິດຕໍ່ກັນ ເປັນເວລາກວ່າ 10 ປີ.

Cuộc thi “Kỷ vật kể chuyện”: Lắng đọng những tình cảm tốt đẹp

ຜ່ານການແຂ່ງຂັນ, ທ່ານ ຄໍາແກ້ວ ວົງພິລາ, ອະດີດຫົວໜ້າພະແນກພົວພັນຕ່າງປະເທດແຂວງວຽງຈັນ ໄດ້ພົບກັບພໍ່ແມ່ລ້ຽງຊາວຫວຽດນາມ. ພາບ: thoidai.com.vn

ນ້ອງ Sard Yang (ເກີດປີ 2008, ຢູ່ແຂວງຊຽງຂວາງ, ລາວ) ທີ່ເຄີຍແມ່ນ ຄົນເຈັບພະຍາດມະເຮັງ ໄດ້ມາຫວຽດນາມ ເພື່ອປິ່ນປົວພະຍາດ, ມາຮອດປັດຈຸບັນ, ຄອບຄົວຂອງນ້ອງ ໄດ້ເຊື່ອມຕໍ່ຄືນໂດຍຜ່ານສະມາຄົມ ຊາວຫວຽດນາມ ຢູ່ແຂວງຊຽງຂວາງ.

ຜູ້ຂຽນບາງຄົນ ເຂົ້າຮ່ວມການປະກວດເພື່ອຢາກພົບຄືນ ຜູ້ທີ່ໄດ້ມອບວັດຖຸທີ່ລະນຶກ, ຢ້ຽມຢາມບ້ານເກີດເມືອງນອນແຫ່ງທີສອງ ຂອງພວກເຂົາ. ໄດ້ມີຫຼາຍຄໍາເຫັນປະກອບສະແດງຄວາມປາດ ຖະໜາປຸກລະດົມການປະກວດໃນຫຼາຍຂົງເຂດ, ເວທີປາໄສໃນ ສາຍພົວພັນ ຫວຽດນາມ-ລາວ...

ບັນດາວັດຖຸພັນທີ່ລະນຶກນັ້ນ ເຖິງວ່າແມ່ນວັດຖຸທີ່ລຽບງ່າຍ, ບໍ່ມີມູນຄ່າຫຼາຍ, ແຕ່ວ່າບັນຈຸຄຸນຄ່າຈິດໃຈອັນສູງສົ່ງ, ສັກກາລະບູຊາຂອງ ສາຍໃຈພວກເພື່ອນ, ນໍ້າໃຈຄູອາຈານ-ນັກຮຽນ, ນໍ້າໃຈຄອບຄົວ, ຖານມິດສະຫາຍ... ຂອງສອງຊາດຫວຽດນາມ-ລາວ.

“ຄຳເລົ່າຄືນ” ຂອງບັນດາວັດຖຸພັນທີ່ລະນຶກ ກໍ່ເປັນການຢັ້ງຢືນຕື່ມອີກວ່າ ຄວນເຮັດຫຼາຍຢ່າງກວ່າອີກ ເພື່ອປຸກລຸກ, ຮັບເອົາແຫຼ່ງພະລັງຊີວິດໃນປະຊາຊົນ. ຢູ່ທີ່ນັ້ນ, ນໍ້າໃຈມິດຕະພາບລະຫວ່າງສອງປະເທດມີພະລັງຊີວິດທີ່ຍືນຍົງຄົງຕົວ, ມີການສືບທອດຈາກອະດີດຕະການໄປສູ່ອະນາຄົດ...

ການປະກວດໄດ້ສິ້ນສຸດ, ຄະນະຈັດຕັ້ງການປະກວດໄດ້ສະແດງຄວາມຂອບອົກຂອບໃຈ ມາຍັງບັນດາຜູ້ຂຽນທີ່ໄດ້ເຂົ້າຮ່ວມການປະກວດ ແລະ ຮ່ວມເດີນທາງ ເພື່ອສ້າງເປັນການປະກວດທີ່ເຕັມໄປດ້ວຍຄວາມໝາຍໃນປີສະເຫຼີມສະ ຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ.

ບູນມີ

ເຫດການ
302 Found

Found

The document has moved here.