ຕົວແທນຈາກ ແຂວງໄຊຍະບູລີ ຊະນະການປະກວດນາງສາວມົ້ງ ປະຈໍາປີ ພ້ອມມົງກຸດເພັດ ມູນຄ່າ 50 ລ້ານກີບ

00:54 | 13/05/2019

ຄະນະຈັດງານບຸນກິນຈຽງ ນະຄອນຫລວງວຽງຈັນ, ໄດ້ຈັດງານປະກວດ ນາງສາວມົ້ງ ປະຈໍາປີ 2019 ຢູ່ທີ່ສະໜາມກິລາພື້ນເມືອງລາວສໍາພັນນາໆຊາດ, ບ້ານຊໍາເກດ, ເມືອງສີໂຄດຕະ ບອງ ນະຄອນຫລວງວຽງຈັນ ເມື່ອທ້າຍອາທິດຜ່ານມາ, ໂດຍການເຂົ້າຮ່ວມ ຂອງ ທ່ານ ວົງພອນ ວົງມະນີ ຄະນະປະທານສະມາຄົມກິລາສັດພື້ນເມືອງລາວ, ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງກໍາມາທິການວັດທະນາທໍາສັງຄົມສະພາແຫ່ງຊາດ, ມີບັນດາກໍາມະການ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ ຢ່າງຫລວງຫລາຍ.

ຕົວແທນຈາກ ແຂວງໄຊຍະບູລີ ຊະນະການປະກວດນາງສາວມົ້ງ  ປະຈໍາປີ ພ້ອມມົງກຸດເພັດ ມູນຄ່າ 50 ລ້ານກີບ

ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ມອບມຸງກຸດໃຫ້ແກ່ນາງງາມຄັ້ງນີ້.

ງານປະກວດ ນາງ ສາວມົ້ງ ປະຈໍາປີ 2019 ໃນຄັ້ງນີ້, ແມ່ນເປັນກິດຈະກໍາໜຶ່ງ ທີ່ສົ່ງເສີມ ໃຫ້ບັນຍາກາດໃນງານບຸນກິນຈຽງຄຶກຄື້ນມ່ວນຊື່ນ, ເຊິ່ງຜົນການປະກວດ ຜູ້ຊະນະເລີດອັນດັບ1 ໄດ້ ໝາຍເລກ M19 ນາງ ຈັນມະລີ ທໍ່ ຕົວແທນຈາກແຂວງ ໄຊຍະບູລີ ຄວ້າມົງກຸດເພັດ ມູນຄ່າ 50 ລ້ານກີບ, ເງິນສົດ 10 ລ້ານກີບ, ພ້ອມລາງວັນອື່ນໆ ອີກຫລາກຫລາຍລາຍການ, ອັນດັບ 2 ໝາຍເລກ M 9: ນາງ ປ່າເຍ່ຍ ລີ ຕົວແທນ ຈາກແຂວງ ຫົວພັນ, ອັນດັບ 3 ໝາຍເລກ M10: ນາງ ຕະທາວ ເຈ່ຍເກີ ຕົວແທນ ຈາກແຂວງ ບໍລິຄໍາໄຊ.

ຕົວແທນຈາກ ແຂວງໄຊຍະບູລີ ຊະນະການປະກວດນາງສາວມົ້ງ  ປະຈໍາປີ ພ້ອມມົງກຸດເພັດ ມູນຄ່າ 50 ລ້ານກີບ

ນາງງາມເຜົ່າມົ້ງທັງ 5 ນ້ອງນາງສາວ.


ນອກຈາກນີ້, ຍັງມີລາງວັນຂວັນໃຈມະຫາຊົນ ໄດ້ແກ່ໝາຍເລກ M 28 ນາງ ຊົມມົວ ຈາກແຂວງ ຊຽງຂວາງ, ລາງວັນ ນາງສາວ ມິດຕະພາບ ໄດ້ແກ່ໝາຍເລກ M 12 ນາງ ປາຢົງ ເຮີຫວ່າງຕົ່ວ ຈາກແຂວງໄຊສົມບູນ ແລະ ລາງວັນ ນາງສາວ ຍອດນິຍົມ ໄດ້ແກ່ໝາຍເລກ M16 ນາງ ປາຮົ້ວ ຈ້າງ ຈາກນະຄອນຫລວງວຽງຈັນ ໄດ້ຮັບເງິນສົດ ລາງວັນລະ 2 ລ້ານກີບ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.