ໜອງທາກບ່າ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດພູຜາປ່າໄມ້ ເຕິຍບັກ

10:28 | 15/12/2022

ໂດຍແມ່ນໜຶ່ງໃນຈຳນວນໜອງສີ່ແຫ່ງທີ່ໃຫຍ່ກວ່າໝູ່ຢູ່ຫວຽດນາມໂດຍປະຊາຊົນຂຸດເອງ ດ້ວຍເນື້ອທີ່ໜ້ານ້ຳທີ່ກວ້າງໃຫຍ່ ພ້ອມກັບເກາະດອນນ້ອຍໃຫຍ່ຫຼາຍໜ່ວຍ, ໜອງທາກບ່າໃນແຂວງອຽນບ໊າຍປຽບເໝືອນຮູບພາບທຳມະຊາດທີ່ໃຫຍ່ໂຕມະໂກຖານ. ໜອງທາກບ່າຖືກອຸປະມາດັ່ງອ່າວຮະລອງ ຢູ່ເທິງພູຍ້ອນທັດຊະນີຍະພາບທີ່ເປັນໜ້າຈັບໃຈເຕັມໄປດ້ວຍສີຂຽວຂອງທຳມະຊາດທີ່ງົດງາມແລະປອດໂປ່ງ.

ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ  ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ
ກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ ກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ
ໜອງທາກບາ
ໜອງທາກບາ

ມາຢ້ຽມຢາມໜອງທາກບ່າໄດ້ຄົ້ນຫາທິວທັດຜ່ານການຂີ່ເຮືອ, ແຂກທ່ອງທ່ຽວຈະໄດ້ສູບເອກາອາກາດທີ່ປອດໂປ່ງຢູ່ກາງໜອງທີ່ກວ້າງໃຫຍ່ໄດ້ເຫັນປະຈັກຕາເກາະດອນນ້ອນໃຫຍ່ສະຫຼັບສັບຊ້ອນ.

ໂດຍໄດ້ຖືກນອນໃນບໍລິເວນເມືອງອຽນບິ່ງ ແລະ ເມືອງ ລຸກອຽນ ຂອງແຂວງອຽນບ໊າຍ, ໜອງທາກບ່າມີເນື້ອທີ່ໜ້ານ້ຳກວ້າງເກືອບ 20.000 ເຮັກຕາ, ມີເກາະນ້ອຍໃຫຍ່ 1.300 ໜ່ວຍ,ບັນດາສາຍພູຫີນປູນພົ້ນຂຶ້ນບົນໜ້ານ້ຳພ້ອມກັບລະບົບຖ້ຳທີ່ງົດງາມລຶກລັບ. ສະຖານທີ່ທຳອິດທີ່ແຂກຈະແວ່ຍາມແມ່ນໂຮງງານໄຟຟ້ານ້ຳຕົກທາກບ່າ. ນີ້ແມ່ນກິດຈະກຳເຂື່ອນໄຟຟ້ານ້ຳຕົກທຳອິດຂອງ ຫວຽດນາມຫາກໍ່ຖືກນຳເຂົ້າການເຄື່ອນໄຫວກະຈາຍໄຟຟ້າທັງຕ້ານນ້ຳຖ້ວມທັງຕ້ານແຫ້ງແລ້ງໃຫ້ແກ່ເຂດທົ່ງພຽງພາກເໜືອ. ດ້ວຍລວງຍາວຂອງເຂື່ອນເກືອບ 660 ແມັດ, ລວງສູງເກືອບ 50 ແມັດ, ໂຮງງານແຫ່ງນີ້ ຖືກຕັ້ງໃນທ່າມກາງພູຜາປ່າໄມ້ເຕິຍບັກ ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວ ຮູ້ສຶກມີຄວາມເອກອ້າງທະນົງໃຈຕໍ່ການປະກອບເຫື່ອແຮງ ພູມປັນຍາຂອງຄົນລຸ້ນກ່ອນໆທີ່ໄດ້ກໍ່ສ້າງກິດຈະກຳນີ້ໃຫ້ສຳເລັດ. ຕໍ່ຈາກນັ້ນ ແຂກທ່ອງທ່ຽວຈະແວ່ຍາມພະວິຫານພະແມ່ ທາກບ່າ, ແຕ່ດົນນານມາແລ້ວໄດ້ມີຊື່ສຽງແມ່ນບ່ອນສັກສິດ ຢູ່ແຫ່ງນີ້ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານວັດທະນະທຳປະຫວັດສາດລະດັບແຂວງເມື່ອປີ 2004. ທ່ານ ຢາມິດແຈນ ແຂກທ່ອງທ່ຽວມາຈາກໄຕ້ຫວັນປະເທດຈີນແບ່ງປັນວ່າ:

“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມໜອງທາດບ່າ ຂ້າພະເຈົ້າເຫັນວ່າມີຄວາມຕົກສະເງິຕໍ່ຄວາມງາມຢູ່ທີ່ນີ້. ຂ້າພະໄດ້ໄປຫຼາຍແຫ່ງແລ້ວໄປຢ້ຽມຊົມເຂດທ່ອງທ່ຽວທິວທັດທຳມະຊາດຫຼາຍແຫ່ງຢູ່ບບ້ານເກີດຂອງຂ້າພະເຈົ້າ ແລະນັບທັງປະເທດອື່ນໆ ແຕ່ນີ້ແມ່ນໜຶ່ງໃນບັນດາສະຖານທີ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າກ່ຽວກັບທິວທັດແລະຄວາມງາມທຳມະຊາດ”.

ເມື່ອຂີ່ເຮືອຢູ່ໜອງທາກບ່າແຂກທ່ອງທ່ຽວຈະມີໂອກາດແວ່ຢຽມພະວິຫານ ທາກອົງ, ວັດສາວ, ພູກາວບ່ຽນ... ແລະພິເສດແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມຖ້ຳຖຸ໋ຍຕຽນ. ນີ້ແມ່ນຖ້ຳທີ່ຕິດພັນກັບເລື່ອງລາວເລົ່າຂານປາກຕໍ່ປາກກ່ຽວກັບເທວະດາ 9 ພະນາງຈາກສະຫວັນລົງຢ້ຽມຢາມໂລກມະນຸດ. (ເທບ)

ພ້ອມກັບລະບົບຖ້ຳ, ແຂກທ່ອງທ່ຽວຍັງຈະໄດ້ຂຶ້ນພູກາວບ່ຽນເຊິ່ງແມ່ນສາຍພູໃຫຍ່ ແລະຍາວກວ່າໝູ່ຢູ່ແຫ່ງນີ້. ເມື່ອຢືນຢູ່ຈອມພູແຂກທ່ອງທ່ຽວສາມາດເຫັນທິວທັດໜອງທາກບ່າດ້ວຍຄວາມງາມລຶກລັບມະຫັດສະຈັນພ້ອມທັງໄດ້ເຫັນປະຈັກຕາຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງທຳມະຊາດ. ຢູ່ອ້ອມໜອງແມ່ນບັນດາໝູ້ບ້ານຂອງຊາວເຜົ່າກິງ, ເຜົ່າໄຕ່, ນຸ່ງ, ມົ້ງ, ຢ້າວ, ກາວລານ... ດ້ວຍບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ. ທ່ານເຈິ່ນວັນຮຸ່ງ ຜູ້ອຳນວຍການບໍລິສັດການຄ້າແລະທ່ອງທ່ຽວໜອງທາກບ່າໃຫ້ຮູ້ວ່າ: “ຢູ່ອ້ອມໜອງທາກບ່າມີ 8 ຊົນເຜົ່າພວມດຳລົງຊີວິດຢູ່ຮ່ວມກັນ. ນີ້ແມ່ນກຸ່ມວັດທະນະທຳທີ່ເປັນເອກະລັກສະເພາະ, ຖ້າຫາກຂະແໜງທ່ອງທ່ຽວສາມາດຂຸດຄົ້ນໄດ້ບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຂອງຊາວທ້ອງຖິ່ນໄດ້ ກໍ່ແມ່ນຄຸນຄ່າອັນເລີດລ້ຳທີ່ສຸດ”. ປັດຈຸບັນເມືອງອຽນບິ່ງໄດ້ສ້າງບັນດາລາຍການທ່ອງທ່ຽວທີ່ດູດດື່ມຄືຢ້ຽມຊົມທິວທັດທຳມະຊາດ,ຄົ້ນຫາຖ້ຳຢູ່ໜອງທາກບ່າ, ການທ່ອງທ່ຽວຢູ່ຕາມວັດວາອາຮາມ, ຄົ້ນຫາການເຄື່ອນໄຫວຜະລິດຂອງຊາວທ້ອງຖິ່ນ... ທ່ານຫງວຽນຕ໊ວນແມັ້ງ ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງອຽນບິ່ງໃຫ້ຮູ້ວ່າ:

“ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳເປັນວັດຖຸແລະບໍ່ເປັນວັດຖຸ, ເມືອງອຽນບິ່ງໄດ້ສ້າງເງື່ອນໄຂແລະ ຊີ້ນຳການສ້າງບັນດາກອງສິລະປະວັນນະຄະດີພື້ນເມືອງບັນດາເຜົ່າ, ອະນຸລັກຮັກສາບັນດາທຳນອງເພງພື້ນເມືອງວາດຟ້ອນ. ຊີ້ນຳໃຫ້ບູລະນະປະຕິສັງຂອນບັນດາສະຖານທີ່ປະຫວັດສາດວັດທະນະທຳ”.

ຕາມການກຳນົດທິດແລ້ວ ໜອງທາກບ່າຈະກາຍເປັນເຂດທ່ອງທ່ຽວແຫ່ງຊາດຈຸດສຸມຂອງເຂດພູດອຍແລະເຂດພູສູງພາກເໜືອ ດ້ວຍບັນດາຮູບແບບທ່ອງທ່ຽວທຳມະຊາດ, ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວສົມທົບກັບການຈັດກອງປະຊຸມ, ທ່ອງທ່ຽວວັດທະນະທຳ... ພ້ອມກັນນັ້ນນີ້ກໍ່ແມ່ນເຂດອະນຸລັກເສີມຂະຫຍາຍຄຸນຄ່າຊີວິພາບທຳມະຊາດຊີວະນາໆພັນແລະວັດທະນະທຳພິເສດສະເພາະຂອງປະເທດຊາດ. ທິວທັດທຳມະຊາດທີ່ງົດງາມໂດຍປະຊາຊົນສ້າງຂຶ້ນໄດ້ເຮັດໃຫ້ໜອງທາກບ່າຍິ່ງມີຄວາມໃຫຍ່ໂຕມະໂຫຖານ ແລະ ດູດດື່ມສຳລັບແຂກທ່ອງທ່ຽວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.