ຫວຽດນາມ ແລະ ລາວ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ພຶດຕິກໍາຕົວຈິງ

09:03 | 10/12/2022

ສະຫາຍ ຫງວຽນຊວນຖັ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມື ຮອບດ້້ານຫວຽດນາມ-ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ ແລະ ຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ເຊິ່ງລາວ ໄດ້ສະຫງວນໃຫ້ແກ່ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ.

ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ-ເອີ​ຣົບ ແລະ ຢ້ຽມ​ຢາມ ລຸກ​ຊຳ​ບວກ, ໂຮນ​ລັງ​, ແບ​ນຊິກ ຢ່າງ​ເປັນ​ທາງ​ການ

ຫວ່າງແລ້ວນີ້, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ສະຫາຍ ຫງວຽນຊວນຖັ໊ງ ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ.

ຫວຽດນາມ ແລະ ລາວ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ພຶດຕິກໍາຕົວຈິງ
ສະຫາຍ ຫງວຽນຊວນຖັ໊ງ ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ແລະສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ.

ທີ່ການຕ້ອນຮັບ, ສະຫາຍ ຫງວຽນຊວນຖັ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມື ຮອບດ້້ານຫວຽດນາມ-ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ ແລະ ຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ເຊິ່ງລາວ ໄດ້ສະຫງວນໃຫ້ແກ່ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ. ສະຫາຍ ຫງວຽນຊວນຖັ໊ງ ຢັ້ງຢືນວ່າ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຈະສົມທົບກັນຢ່າງແໜ້ນແຟ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງ ຊາດລາວ ຜັນຂະຫຍາຍປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະ ສອງສະຖາບັນ ໃຫ້ເປັນຢ່າງດີ, ປະກອບສ່ວນປະຕິບັດ ມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກຢ່າງມີໄຊ ແລະ ເຮັດໃຫ້ສາຍພົວພັນ ສາມັກຄີ ແບບພິເສດ ຫວຽດນາມ-ລາວ ເລິກເຊິ່ງກວ່າອີກ.

ບັນດາສະຫາຍການນໍາຂັ້ນສູງຂອງລາວ ສະແດງຄວາມປາດຖະໜາວ່າ ສອງ ສະຖາບັນຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບ ທິດສະດີ ແລະ ສະຫຼຸບພຶດຕິກໍາຕົວຈິງ, ໂດຍສະເພາະແມ່ນບັນດາບັນຫາໃໝ່ທີ່ ວາງອອກ; ສືບຕໍ່ຍົກສູງວຽກງານສຶກສາ-ບຳລຸງສ້າງ ໃຫ້ພະນັກງານຊ່ວຍໃຫ້ ລາວ, ປະກອບສ່ວນປະຕິບັດກິດຈະການປ່ຽນແປງໃໝ່ຢູ່ແຕ່ລະປະເທດຢ່າງ ມີໄຊ. ບັນດາສະຫາຍການນໍາຂັ້ນສູງຂອງລາວ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ແລະ ການນໍາຂັ້ນສູງຂອງພັກ, ລັດຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.