![]() |
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ (ພາບ: ທູຮ່າ) |
ກ່າວຄຳເຫັນທີ່ການພົບປະ, ທ່ານໂດວັນຈຽນ ໃຫ້ຮູ້ວ່າ: ມູນເຊື້ອອັນລ້ຳຄ່າຂອງຊາດ ຫວຽດນາມ ແມ່ນຮັກແພງສັນຕິພາບ, ມີຄວາມເມັດຕາປານີ, ຊ່ວຍເຫຼືອເຊິ່ງກັນແລະກັນ, ລະຫວ່າງຄົນກັບຄົນ. ທ່ານປະທານໂຮ່ຈີມິນ, ນັກຮົບວິລະຊົນປົດປ່ອຍຊາດ, ນັກວັດທະນະທຳ ໂລກ, ຜູ້ປະດິດສ້າງຄະນະກຳມະການປົກປ້ອງສັນຕິພາບ ຫວຽດນາມ (ປັດຈຸບັນແມ່ນຄະນະກຳມະການສັນຕິພາບ ຫວຽດນາມ) ໄດ້ສັ່ງສອນໃນ ຈົດໝາຍສົງໄປຍັງກອງປະຊຸມໃຫຍ່ປະຊາຊົນຫວຽດນາມ ປົກປ້ອງສັນຕິພາບ ໃນວັນທີ 16 ສິງຫາປີ 1958 ແມ່ນຮັກສາສັນຕິພາບແມ່ນໜ້າທີ່ລວມຂອງທົ່ວປະຊາຊົນ. ປະຊາຊົນຫວຽດນາມ ແຕ່ລະຄົນ ຕ້ອງແມ່ນນັກຮົບທີ່ກ້າຫານຕໍ່ສູ້ໃຫ້ແກ່ສັນຕິພາບ.
ຕາມທ່ານໂດວັນຈຽນ ແລ້ວ, ແນວໂຮມປະເທດຊາດ ຫວຽດນາມ ແມ່ນອົງການຈັດຕັ້ງສະຫະພັນດ້ານການເມືອງ, ຕາງໜ້າໃຫ້ແກ່ເຈດຈຳນົງ, ຄວາມມຸ່ງຫວັງປາດຖະໜາ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ແມ່ນໜຶ່ງໃນບັນດາອົງການທີ່ມີໜ້າທີ່ປະຕິບັດການເຄື່ອນໄຫວທາງການທູດ ປະຊາຊົນ.
ທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫວັງວ່າ ເນື້ອໃນໂຄງການດຳເນີນງານຂອງກອງປະຊຸມຄັ້ງທີ 22 ຂອງສະມັດຊາໃຫຍ່ ສັນຕິພາບໂລກ ຈະປະກົດຜົນເປັນຈິງ, ເພື່ອໃຫ້ປະຊາຊົນທົ່ວໂລກ ເວົ້າລວມ, ປະຊາຊົນ ຫວຽດນາມ ເວົ້າສະເພາະຮ່ວມດຳລົງຊີວິດຢ່າງມີມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາໃນບັນຍາກາດສັນຕິພາບຂອງໂລກ.
ທີ່ການພົບປະ, ທ່ານປະທານສະພາສັນຕິພາບໂລກຄົນໃໝ່ Pallab Sengupta ໄດ້ຂອບໃຈການຕ້ອນຮັບອັນອົບອຸ່ນຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ທ່ານ Pallab Sengupta ກ່າວວ່າ: ບັນດາເນື້ອໃນໂຄງການດຳເນີນງານຢູ່ກອງປະຊຸມໃຫຍ່ໄດ້ແລກປ່ຽນຢ່າງມີປະສິດທິຜົນຈາກຜູ້ແທນຂອງບັນດາປະເທດ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ສ້າງແຫຼ່ງບັນດານໃຈ ຈາກປະຊາຊົນຫວຽດນາມ, ຈາກບັນດາໝາກຜົນແຫ່ງການຕໍ່ສູ້ປົກປັກຮັກສາສັນຕິພາບຂອງຫວຽດນາມ ໃນອະດີດ. ບັນດາການນຳຂອງສະມັດຊາໃຫຍ່ສັນຕິພາບໂລກ ແລະ ຄະນະກຳມະການສັນຕິພາບຂອງທຸກປະເທດ ໄດ້ສະແດງຄວາມເຄົາລົບ ແລະ ຮັກແພງປະທານ ໂຮ່ຈີມິນ; ຊົມເຊີຍບັນດາປະເພນີ ແລະ ບັນດາຜົນສຳເລັດຂອງຊາດ ແລະ ປະຊາຊົນຫວຽດນາມ ວິລະຊົນ - ສັນຍາລັກແຫ່ງສັນຕິພາບຂອງໂລກ. ທ່ານ Pallab Sengupta ເວົ້າວ່າ:
ຄະນະກຳມະຫານສູນກາງແນວໂຮມປະເທດຊາດຫວຽດນາມ ມີບົດບາດສຳຄັນໃນການຊຸກຍູ້ຄວາມສາມັກຄີແຫ່ງຊາດຢູ່ຫວຽດນາມ. ພວກເຮົາຕ້ອງຮ່ວມມືກັນເຮັດໃຫ້ໂລກດີຂຶ້ນ.”
ທີ່ການພົບປະ, ບັນດາຜູ້ແທນໄດ້ແລກປ່ຽນ ແລະ ມອບຂອງຂວັນມິດຕະພາບ, ອວຍພອນໃຫ້ ສະມັດຊາໃຫຍ່ສັນຕິພາບໂລກ ມີການເຄື່ອນໄຫວທີ່ນັບມື້ນັບມີປະສິດທິຜົນ, ເປັນກຳລັງແຮງອັນໃຫຍ່ຫຼວງຂອງປະຊາຄົມໂລກໃນການມານະພະຍາຍາມສັນຕິພາບຂອງໂລກ; ປະຊາຊົນມີຊີວິດທີ່ອີ່ມໜຳສຳລານ ສົມບູນພູມສຸກ.
ກ່ອນໜ້ານັ້ນ, ວັນທີ 23 ພະຈິກ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຜູ້ຕາງໜ້າການນຳນະຄອນ ຮ່າໂນ້ຍ ກໍ່ມີການພົບປະກັບບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່.
ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຈົດຈຳການໜູນຊ່ວຍ, ຄວາມສາມັກຄີຢ່າງແໜ້ນແຟ້ນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງບັນດາອົງການປະຊາທິປະໄຕ ແລະ ກ້າວໜ້າ, ໃນນັ້ນມີສະມັດຊາໃຫຍ່ສັນຕິພາບໂລກ ແລະ ບັນດາອົງການສະມາຊິກໃນຂະບວນການຕໍ່ສູ້ເພື່ອເອກະລາດແຫ່ງຊາດຂອງຫວຽດນາມ ກໍ່ຄືໃນການກໍ່ສ້າງ ແລະ ປ້ອງກັນປະເທດໃນປະຈຸບັນ. ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງສະມັດຊາໃຫຍ່ ແລະ ການເຄື່ອນໄຫວຂອງປະຊາຊົນໃນທົ່ວໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.
ບຸນຄົງ